ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ໄດ້ລົງຢ້ຽມຢາມ ແລະ ພົບປະໂອ້ລົມນາຍ ແລະ ພົນທະຫານ ກອງພັນ 419 ກອງບັນຊາການທະຫານ ແຂວງໄຊຍະບູລີ ໃນທ້າຍອາທິດຜ່ານມາ, ຕ້ອນຮັບໂດຍ ພັອ ດາວນ້ອຍ ບຸດບົວທອງ ຫົວໜ້າການເມືອງ ກອງບັນຊາການທະຫານ ແຂວງໄຊຍະບູລີ, ມີຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງ, ກອງພັນ 419 ພ້ອມດ້ວຍນາຍ ແລະ ພົນທະຫານ ເຂົ້າຮ່ວມ.

ການພົບປະໂອ້ລົມຄັ້ງນີ້, ທ່ານ ພົງສະຫວັນ ສິດທະວົງ ໄດ້ຖາມຂ່າວຄາວຄວາມສຸກ-ທຸກຂອງອ້າຍນ້ອງນາຍ ແລະ ພົນທະຫານ ພາຍໃນກົມກອງ ໃນການປະຕິບັດໜ້າທີ່ວິຊາສະເພາະ, ພ້ອມດຽວກັນກໍໄດ້ເນັ້ນໜັກໃຫ້ ຄະນະພັກ-ຄະນະບັນຊາ ເພີ່ມທະວີໃນການສຶກສາອົບຮົມການເມືອງ-ແນວຄິດ ໂດຍການນໍາເອົາແນວທາງ, ມະຕິ, ຄໍາສັ່ງຂອງພັກ, ລະບຽບກົດໝາຍຂອງລັດ, ລະບຽບຂອງກອງທັບ, ເຜີຍແຜ່ເຊື່ອມຊຶມໃຫ້ແກ່ຖັນແຖວສະມາຊິກພັກ, ນາຍ ແລະ ພົນທະຫານ ຢ່າງທົ່ວເຖິງ.

ເສີມຂະຫຍາຍຄວາມສາມະຄີເປັນປຶກແຜ່ນພາຍໃນ, ເຊີດຊູຈິດໃຈຮັກຊາດ, ຮັກບ້ານເກີດເມືອງນອນໃຫ້ສູງຂຶ້ນ, ຕ້ອງຍົກສູງການສະກັດກັ້ນ ແລະ ຕ້ານທຸກກົນອຸບາຍຂອງສັດຕູ, ທັບມ້າງຍຸດທະສາດຫັນປ່ຽນໂດຍສັນຕິຂອງອິດທິກຳລັງປໍລະປັກ, ເປັນຫຼັກແຫຼ່ງໃນການປະຕິບັດໜ້າທີ່ ປກຊ-ປກສ ທົ່ວປວງຊົນຮອບດ້ານຂອງພັກ, ຮັບປະກັນໃຫ້ຂອບເຂດຄວາມຮັບຜິດຊອບຂອງກອງພັນ ມີຄວາມສະຫງົບປອດໄພ 100%.

ຕັ້ງໜ້າປັບປຸງກໍ່ສ້າງກົມກອງປອດໄພ, ປອດໃສ, ປອດຄະດີ, ສ້າງນັກຮົບວັດທະນະທໍາ, ກົມກອງວັດທະນະທຳ ແລະ ສ້າງພະນັກງານສືບທອດປ່ຽນແທນໃຫ້ຕໍ່ເນື່ອງ, ເອົາໃຈໃສ່ສ້າງພະລາທິການ-ເຕັກນິກ ຕົ້ນຕໍແມ່ນຕ້ອງຮັບປະກັນໃຫ້ໄດ້ດ້ານສະບຽງອາຫານ, ຍູ້ແຮງການຜະລິດ, ການປູກ ແລະ ການລ້ຽງສັດ ໃຫ້ຫຼາຍກວ່າເກົ່າ.