ກອງປະຊຸມສະຫຼຸບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ປະຈໍາ 3 ແຂວງ ຄື: ແຂວງຫົວພັນ, ແຂວງຊຽງຂວາງ ແລະ ແຂວງໄຊສົມບູນ ປະຈໍາປີ 2022 ແລະ ທິດທາງແຜນການ ປີ 2023 ຂຶ້ນໃນທ້າຍອາທິດຜ່ານມາ, ເປັນປະທານໂດຍ ພົທ ຄໍາລຽງ ອຸທະໄກສອນ ຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີ ທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງຫົວພັນ, ຜູ້ຕາງໜ້າຄະນະກໍາມະການ ປກຊ-ປກສ ແຂວງຫົວພັນ, ແຂວງຊຽງຂວາງ ແລະ ແຂວງໄຊສົມບູນ, ມີຜູ້ແທນຈາກຫ້ອງວ່າການ ສູນກາງພັກ, ກະຊວງປ້ອງກັນປະເທດ, ກະຊວງ ປກສ, ກໍາມາທິການ ປກຊ-ປກສ ສະພາແຫ່ງ ຊາດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ເປັນປະທານໂດຍ ພົທ ຄໍາລຽງ ອຸທະໄກສອນ

ພັອ ໂພນທອງ ພັນຈະເລີນພົນ ຫົວໜ້າການທະຫານ ແຂວງຫົວພັນ ໄດ້ສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຂອງ 3 ແຂວງ ໃນໄລຍະ 1 ປີ ທີ່ຜ່ານມາ ຄື:

ພາຍໃຕ້ການນຳພາ-ຊີ້ນຳຂອງ ກົມການເມືອງສູນກາງພັກ, ລັດຖະບານ ໂດຍສະເພາະ ແມ່ນການຊີ້ນໍາ-ນໍາພາຂອງຄະນະກໍາມະການ ປກຊ-ປກສ ສູນກາງ, ແຂວງ ແລະ ໄດ້ຮັບການຮ່ວມມືຈາກບັນດາອົງການຈັດຕັ້ງ, ອົງການປົກຄອງແຕ່ລະຂັ້ນ, ການປະກອບສ່ວນຂອງປະຊາຊົນບັນດາເຜົ່າ ແລະ ຄວາມບຸກບືນສູ້ຊົນຂອງກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສາມາດຍາດໄດ້ຜົນງານດ້ານດີຫຼາຍດ້ານ ສະແດງອອກໃນການຮັບປະກັນເຮັດໃຫ້ 3 ແຂວງ ມີຄວາມສະຫງົບ, ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ລະບົບການເມືອງຢູ່ຂັ້ນຮາກຖານໄດ້ຮັບການປັບປຸງ, ເສດຖະກິດໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ພັດທະນາດີຂຶ້ນ, ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ນັບມື້ເຕີບໃຫຍ່ເຂັ້ມແຂງ.

ກອງປະຊຸມ, ພົທ ຄໍາລຽງ ອຸທະໄກສອນ ໄດ້ເນັ້ນໜັກໃຫ້ ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 3 ແຂວງດັ່ງກ່າວ ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງອັນມີກຽດສະຫງ່າຂອງຕົນ ທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້, ພ້ອມກັນຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ເພື່ອຮັບປະກັນໃຫ້ປະເທດຊາດ ກໍຄື 3 ແຂວງ ສືບຕໍ່ມີຄວາມສະຫງົບ ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ປະຊາຊົນມີຄວາມຜາສຸກ, ສ້າງບາດກ້າວການພັດທະນາ ໃຫ້ບັນລຸຕາມເປົ້າໝາຍທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້.