ວັນທີ 2 ກຸມພາ 2023, ແຂວງອັດຕະປື ປະກາດອະໄພຍະໂທດ-ຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດປະຈໍາປີ 2022 ທີ່ຄ້າຍຄຸມຂັງ-ດັດສ້າງ ຂອງແຂວງ, ໂດຍມີ ທ່ານ ນາງ ມີ ນາພອນ ໄຊສົມພູ ປະທານສະພາປະຊົນແຂວງ ທັງເປັນປະທານຄະນະກຳມະການອະໄພໂທດຂັ້ນແຂວງ, ມີບັນດາທ່ານຄະນະກໍາມະການອະໄພຍະໂທດຂັ້ນແຂວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ວົງຕາວັນ ຈັນທະວົງ ຮອງປະທານສານປະຊາຊົນແຂວງ ໄດ້ຜ່ານດໍາລັດຂອງປະທານປະເທດ ວ່າດ້ວຍການອະໄພຍະໂທດແກ່ນັກໂທດທີ່ມີຄວາມກ້າວໜ້າໃນຂອບເຂດທົ່ວປະເທດ ເນື່ອງໃນໂອກາດວັນທີ 2 ທັນວາ ປີ 2022 ຄົບ ຮອບ 47 ປີ, ເຊິ່ງຢູ່ແຂວງອັດຕະປື ມີນັກໂທດຜູ້ທີ່ມີເງື່ອນໄຂໃຫ້ອະໄພຍະໂທດທັງໜົດ 44 ຄົນ ຍິງ 3 ຄົນ ແລະ ຕ່າງປະເທດ ມີ 1 ຄົນ; ໃນນີ້, ນັກໂທດທີ່ມີເງື່ອນໄຂໃຫ້ອະໄພຍະໂທດປ່ອຍຕົວມີຈຳນວນ 14 ຄົນ ຍິງ 2 ຄົນ ແລະ ນັກໂທດທີ່ມີເງື່ອນໄຂໃຫ້ອະໄພຍະໂທດຫຼຸດຜ່ອນໂທດມີຈໍານວນ 30 ຄົນ ຍິງ 1 ຄົນ.

ໂອກາດດັ່ງກ່າວ, ປະທານກຳມະການອະໄພຍະໂທດລະດັບແຂວງອັດຕະປື ໂດຍຍ້ອງຍໍຊົມເຊີຍບັນດານັກໂທດທີ່ໄດ້ປະກອບສ່ວນສ້າງຜົນງານ, ສ້າງຂະ ບວນການປະຕິບັດລະບຽບຂອງຄ້າຍຄຸມຂັງໄດ້ຢ່າງເຂັ້ມງວດ ໂດຍເພາະແມ່ນຜູ້ທີ່ໄດ້ຮັບການອະໄພຍະໂທດ, ຫຼຸດຜ່ອນໂທດ ແລະ ຖືກປ່ອຍຕົວໃນຄັ້ງນີ້ຫຼັງຈາກພົນໂທດອອກໄປແລ້ວກໍໃຫ້ເປັນຄົນດີຂອງສັງຄົມ ເພື່ອເຮັດໃຫ້ສັງຄົມມີຄວາມສະຫງົບປອດໄພ. ພ້ອມທັງໄດ້ເນັ້ນໜັກໃຫ້ຄະນະກຳມະ ການອະໄພຍະໂທດລະດັບແຂວງສືບຕໍ່ໂຄສະນາເຜີຍແຜ່, ເຊື່ອມຊຶ່ມລັດຖະດໍາລັດຂອງປະທານປະເທດ ວ່າດ້ວຍການອະໄພຍະໂທດ, ຄຳແນະນຳ, ແຈ້ງການຕ່າງໆໃຫ້ແກ່ພະນັກງານ ພ້ອມຍາດຕິພີ່ນ້ອງ, ນັກໂທດ ແລະ ສັງຄົມທົ່ວໄປໄດ້ຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງຕໍ່ແນວທາງນະໂຍບາຍດ້ານມະນຸດສະທຳຂອງພັກ-ລັດທີ່ມີຕໍ່ນັກໂທດຜູ້ທີ່ມີການປ່ຽນແປງທັດສະນະແນວຄິດ, ການກະທຳ ແລະ ຕື່ນຕົວເຄົາລົບລະບຽບກົດໝາຍ ສປປ ລາວ.