ໃນຕອນເຊົ້າວັນທີ 18 ມັງກອນ 2023 ທີ່ກະຊວງປ້ອງກັນປະເທດ, ພົອ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນປະເທດ ພ້ອມຄະນະ ໄດ້ຕ້ອນຮັບບັນດາຄະນະພາກສ່ວນຕ່າງໆທີ່ນໍາເອົາກະຕ່າດອກໄມ້ ແລະ ກະຕ່າຂອງຂວັນເຂົ້າອວຍພອນ ກະຊວງປ້ອງກັນປະເທດ ເນື່ອງໃນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ.

+ ເຊິ່ງບັນດາຄະນະທີ່ມາອວຍພອນໃນຄັ້ງນີ້ ປະກອບມີ:
- ສະມາຄົມຫ້ອງການທີ່ປຶກສາ ທູດປ້ອງກັນຊາດຕ່າງປະເທດ ປະຈຳ ສປປ ລາວ, ນຳໂດຍ ພັອ ເອດູ ແອັດເວິດ ຫົວໜ້າສະມາຄົມຫ້ອງການທີ່ປຶກສາ ທູດປ້ອງກັນຊາດຕ່າງປະເທດ ປະຈຳ ສປປ ລາວ
- ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສປປ ລາວ, ນຳໂດຍ ທ່ານ ຫງວຽນ ບາ ຮຸ່ງ ເອກອັກຄະລັດຖະທູດ ຫວຽດນາມ ຜູ້ມີອຳນາດເຕັມ ປະຈຳ ສປປ ລາວ
- ຄະນະກະຊວງສາທາລະນະສຸກ, ນຳໂດຍ ທ່ານ ປອ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ
- ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ນໍາໂດຍທ່ານ ນາງ ບຸນຄຳ ວໍລະຈິດ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
- ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ນໍາໂດຍ ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ

- ຫ້ອງວ່າການສູນກາງພັກ, ນໍາໂດຍ ທ່ານ ກິ່ງເພັດ ມົງຄົນວິໄລ ຮອງຫົວໜ້າຫ້ອງວ່າການສູນກາງພັກ
- ກະຊວງຍຸຕິທຳ, ນຳໂດຍ ທ່ານ ເກດສະໜາ ພົມມະຈັນ ຮອງລັດຖະມົນຕີ ກະຊວງຍຸຕິທຳ
- ຄະນະພົວພັນຕ່າງປະເທດ ສູນກາງພັກ, ນຳໂດຍ ທ່ານ ທອງສະຫວັນ ພົມວິຫານ ຫົວໜ້າຄະນະພົວພັນຕ່າງປະເທດ ສູນກາງພັກ
- ກະຊວງການຕ່າງປະເທດ, ນຳໂດຍ ທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ
- ຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ, ນໍາໂດຍ ທ່ານ ອາລຸນໄຊ ສູນນະລາດ ລັດຖະມົນຕີ, ຫົວໜ້າຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ

- ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ, ນຳໂດຍ ທ່ານ ມອນໄຊ ລາວມົວຊົງ ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ
- ກຳມາທິການ ປກຊ-ປກສ ສະພາແຫ່ງຊາດ, ນຳໂດຍ ພົຕ ປອ ວົງສັກ ພັນທະວົງ ປະທານກຳມາທິການ ປກຊ-ປກສ ສະພາແຫ່ງຊາດ
- ສານປະຊາຊົນສູງສຸດ, ນຳໂດຍ ທ່ານ ສຈ ປອ ນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ
- ອົງການກວດສອບແຫ່ງລັດ, ນຳໂດຍ ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ
- ກະຊວງພະລັງງານ ແລະ ບໍ່ແຮ່, ນຳໂດຍ ທ່ານ ນາງ ຈັນສະຫວາດ ບຸບຜາ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍແຮ່
- ບໍລິສັດ ສີເມືອງກຸບ, ນຳໂດຍ ທ່ານ ສີສຸວົງ ດວງພະຈັນ ຮອງປະທານ ບໍລິສັດ ສີເມືອງກຸບ
- ໂຮງແຮມລາວເທວ, ນຳໂດຍ ທ່ານ ລີນໂຍ ພັນມີໄຊ ຜູ້ຈັດການທົ່ວໄປ
- ວິທະຍາຄານການເພດ ກອງທັບ, ນຳໂດຍ ພົຈວ ສຸລິວົງ ລັດວິໄລ ຫົວໜ້າການເມືອງ ວິທະຍາຄານການເພດ ກອງທັບ ພ້ອມຄະນະ

ໃນຕອນບ່າຍວັນດຽວກັນ, ພົທ ຄຳລຽງ ອຸທະໄກສອນ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ ກໍໄດ້ຕາງໜ້າໃຫ້ ກະຊວງປ້ອງກັນປະເທດ ຕ້ອນຮັບບັນດາພາກສ່ວນຕ່າງໆທີ່ເຂົ້າມາອວຍພອນ ເຊິ່ງປະກອບມີ:
- ຄະນະຈັດຕັ້ງສູນກາງພັກ, ນຳໂດຍ ທ່ານ ດຣ ວິສຸກ ພົມພິທັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ
- ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ນຳໂດຍ ທ່ານ ປອ ສອນທະນູ ທຳມະວົງ ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ
- ກະຊວງສຶກສາທິການ ແລະ ກິລາ, ນຳໂດຍ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ
- ກະຊວງອຸດສາຫະກໍາ ແລະ ການຄ້າ, ນຳໂດຍ ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ
- ກອງບັນຊາການ ທະຫານອາກາດ, ນຳໂດຍ ພົຈວ ບຸນມາ ຈັນທະວົງສາ ຫົວໜ້າການເມືອງ ກອງບັນຊາການ ທະຫານອາກາດ

- ກະຊວງປ້ອງກັນຄວາມສະຫງົບ, ນຳໂດຍ ພົທ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ
- ກະຊວງພາຍໃນ, ນຳໂດຍ ທ່ານ ນິສິດ ແກ້ວປັນຍາ ຮອງລັດຖະມົນຕີ ກະຊວງພາຍໃນ
- ຄະນະໂຄສະນາອົບຮົມ ສູນກາງພັກ, ນໍາໂດຍ ທ່ານ ຄຳພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມ ສູນກາງພັກ, ປະທານສະພາທິດສະດີ ສູນກາງພັກ
- ສູນກາງແນວລາວສ້າງຊາດ, ນຳໂດຍ ທ່ານ ຈັນທະວົງ ແສນສາມາດມົນຕີ ຮອງປະທານສູນກາງແນວລາວສ້າງຊາດ

- ກະຊວງໂຍທາທິການ ແລະ ຂົນສົ່ງ, ນຳໂດຍ ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ
- ທະນາຄານ ແຫ່ງ ສປປ ລາວ, ນຳໂດຍ ທ່ານ ບຸນເຫຼືອ ສິນໄຊວໍລະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ
- ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ, ນຳໂດຍ ທ່ານ ນັນທະລາດ ແກ້ວປະເສີດ ຮອງຜູ້ອຳນວຍການ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ
- ກະຊວງເຕັກໂນໂລຊີ ແລະ ການສື່ສານ, ນຳໂດຍ ທ່ານ ບັນດິດ ສຈ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ

ໂອກາດນີ້, ພົອ ຈັນສະໝອນ ຈັນຍາລາດ ກໍໄດ້ກ່າວຂອບໃຈຕໍ່ບັນດາພາກສ່ວນຕ່າງໆ ທີ່ເຫັນໄດ້ຄວາມໝາຍ-ຄວາມສຳຄັນຂອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ ທີ່ມີປະຫວັດການເຕີບໃຫຍ່ຂະຫຍາຍຕົວມາຍາວນານ, ເຊິ່ງນັບແຕ່ມື້ໄດ້ຮັບການສ້າງຕັ້ງຂຶ້ນ ກອງທັບປະຊາຊົນລາວ ກໍໄດ້ບຸກໜ້າບືນຕົວສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຈົນຍາດໄດ້ໄຊຊະນະເປັນກ້າວໆມາ.