ຫ້ອງການເມືອງ ກອງບັນຊາການ ປກສ ແຂວງຜົ້ງສາລີ ຈັດກອງປະຊຸມສະຫຼຸບວຽກງານການເມືອງ ປະຈຳປີ 2022 ແລະ ວາງທິດທາງແຜນການປະ ຈໍາປີ 2023 ໃນອາທິດຜ່ານມາ, ເປັນປະທານໂດຍ ພັທ ນາງ ວຽງຄຳ ຄຸນສົມເຮືອງ ຫົວໜ້າຫ້ອງການເມືອງ ປກສ ແຂວງ, ເຂົ້າຮ່ວມມີ ພັອ ຄຳຈັນ ແສງລາວົງ ຫົວໜ້າກອງບັນຊາການ ປກສ ແຂວງ, ມີບັນດາຄະນະຫ້ອງ, ຫົວໜ້າ-ຮອງຫ້ອງ, ຫົວໜ້າ-ຮອງພະແນກ, ຕະຫຼອດຮອດນາຍ ແລະ ພົນຕໍາຫຼວດ ເຂົ້າຮ່ວມ.

ພັທ ສານແສງ ເສົາສຸລິພົມ ຮອງ ຫົວໜ້າຫ້ອງການເມືອງ ກ່າວວ່າ: ໄລຍະ 1 ປີທີ່ຜ່ານມາ, ຄະນະພັກ-ຄະນະບັນຊາ ໄດ້ເອົາໃຈໃສ່ສຶກສາອົບຮົມດ້ານ ການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ນາຍ ແລະ ພົນຕໍາຫຼວດດ້ວຍການນຳເອົາ ແນວທາງນະໂຍບາຍຂອງພັກ-ລະບຽບກົົດໝາຍຂອງລັດ ແລະ ລະບຽບວິໄນຂອງກຳລັງປ້ອງກັນຄວາມສະຫງົບ ມາຈັດຕັ້ງເຊື່ອມຊຶມຢ່າງເປັນປົກກະຕິ, ພ້ອມທັງປັບປຸງກົງຈັກການຈັດຕັ້ງຢ່າງຕໍ່ເນື່ອງ ໂດຍການສັບຊ້ອນບຸກຄະລາກອນຜູ້ທີ່ມີຄວາມຮູ້-ຄວາມສາມາດສ້າງເປັນພະນັກງານສືບທອດປ່ຽນແທນ ແລະ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາ ໃນທຸກຂົງເຂດວຽກງານ ວິຊາສະເພາະ ເຮັດໃຫ້ນາຍ ແລະ ພົນຕໍາຫຼວດແຕ່ລະສະຫາຍມີຄວາມຕັ້ງໜ້າຄົ້ນຄ້ວາແກ້ໄຂວຽກງານວິຊາສະເພາະໄດ້ທັນກັບເວລາ ສະແດງອອກ: ໄດ້ນຳພາຈັດຕັ້ງປາຖະກະຖາເລົ່າມູນເຊື້ອວັນສຳຄັນຂອງພັກ-ຂອງຊາດ, ເຊື່ອມຊຶມເອກະສານວັນສຳຄັນຕ່າງໆ, ປະກາດເລື່ອນຊັ້ນ ແລະ ມອບເງິນນະໂຍ ບາຍຕ່າງໆ 24 ຄັ້ງ, ມີ 2.373 ເທື່ອຄົນ ຍິງ 950 ເທື່ອຄົນ, ປະກາດເລື່ອນຊັ້ນ ແລະ ດັດແປງຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດ 150 ສະຫາຍ ຍິງ 36 ສະຫາຍ, ສົ່ງນາຍ ແລະ ພົນຕໍາຫຼວດໄປຮຽນຢູ່ໂຮງຮຽນແຫ່ງຕ່າງໆມີ 181 ສະຫາຍ ຍິງ 12 ສະຫາຍ, ເອົາໃຈໃສ່ຊຸກຍູ້ອົງການຈັດຕັ້ງຊາວໜຸ່ມ-ແມ່ຍິງແຕ່ລະໜ່ວຍນຳພາເຄື່ອນໄຫວຮ່ວມຊີວິດປະຈຳເດືອນ ແລະ ເສຍເງິນບຳລຸງຢ່າງເປັນປົກກະຕິ.

ພ້ອມທັງ ຕິດຕາມມະຫາຊົນຜູ້ກ້າວໜ້າເຂົ້າຮຽນສະໜັບສະໜູນ, ລະບຽບພັກຕາມແຕ່ລະຂັ້ນຕອນ. ໃນນີ້, ຮັບມະຫາຊົນກ້າວໜ້າເຂົ້າຮຽນສະ ໜັບສະໜູນພັກມີ 28 ສະຫາຍ ຍິງ 8 ສະຫາຍ, ຮຽນລະບຽບພັກມີ 30 ສະຫາຍ ຍິງ 2 ສະຫາຍ, ເຂົ້າພັກສຳຮອງ 23 ສະຫາຍ ຍິງ 6 ສະຫາຍ ແລະ ເລື່ອນ ສະມາຊິກພັກສໍາຮອງຂຶ້ນເປັນສົມບູນ 17 ສະຫາຍ ຍິງ 5 ສະຫາຍ, ລົງເກັບກຳ ຂໍ້ມູນຢູ່ກົມກອງອ້ອມຂ້າງ, ເມືອງ, ດ່ານ 106 ຄັ້ງ, ມີ 119 ເທື່ອຄົນ, ຂຽນຂ່າວ-ບົດ 172 ສະບັບ.

ພັອ ຄຳຈັນ ແສງລາວົງ ໄດ້ຮຽກຮ້ອງໃຫ້ຄະນະຫ້ອງການເມືອງ ສືບຕໍ່ເຮັດໜ້າທີ່ເປັນເສນາທິການຊ່ວຍການນຳແຕ່ລະຂັ້ນໃນການສຶກສາອົບຮົມດ້ານການເມືອງ-ແນວຄິດ ໃຫ້ນາຍ ແລະ ພົນຕໍາຫຼວດ ມີແນວຄິດຫຼັກໝັ້ນ, ເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ, ຖືເອົາການກໍ່ສ້າງພັກ-ກໍ່ສ້າງພະນັກງານ, ອົງການຈັດຕັ້ງມະຫາຊົນເປັນກຳລັງແຮງຊຸກຍູ້ໃຫ້ແຕ່ລະໜ່ວຍພັກດຳເນີນຊີວິດການເມືອງຢ່າງເປັນປົກກະຕິ, ໃຫ້ຄວາມສຳຄັນໃນການກໍ່ສ້າງພະນັກ ງານສືບທອດປ່ຽນແທນ, ຂຶ້ນແຜນກຳນົດຕໍາແໜ່ງພະນັກງານແຕ່ລະຂັ້ນ, ກວດກາຄຳຮ້ອງ-ຄຳສະເໜີຂອງນາຍ ແລະ ພົນຕໍາຫຼວດ ເພື່ອຄົ້ນຄ້ວານຳ ສະເໜີ ແລະ ແກ້ໄຂຕາມນະໂຍບາຍ, ພ້ອມທັງເກັບກຳຂໍ້ມູນ ແລະ ຂະຫຍາຍຕາໜ່າງຂ່າວສານຕ່າງໆໃຫ້ວ່ອງໄວ ແລະ ທັນສະໄໝຂຶ້ນກ່ວາເກົ່າ, ສາມັກ ຄີເປັນເອກະພາບຕີຕ້ານທຸກກົນອຸບາຍຫັນປ່ຽນໂດຍສັນຕິຂອງພວກສັດຕູ ແລະ ກຸ່ມຄົນບໍ່ດີ, ເພື່ອເຮັດໃຫ້ຫ້ອງການເມືອງ ປກສ ແຂວງຜົ້ງສາລີ ມີຄວາມເຕີບໃຫຍ່ ແລະ ເຂັ້ມແຂງຂຶ້ນເລື້ອຍໆ.