ວິທະຍາຄານຕໍາຫຼວດປະຊາຊົນ ກະຊວງ ປກສ ໄດ້ສະຫຼຸບການເຄື່ອນໄຫວວຽກງານກວດກາ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປີ 2023 ໃນວັນທີ 19 ມັງກອນ 2023, ເປັນປະທານໂດຍ ພົຈວ ປອ ວົງເຊໂດນ ພັນທະແກ້ວ ຫົວໜ້າອໍານວຍການ ວິທະຍາຄານຕໍາຫຼວດປະຊາຊົນ, ມີຄະນະພັກ-ຄະນະອໍານວຍການ, ຮອງປະທານກວດກາພັກ ວສປ, ເລຂາໜ່ວຍພັກ, ຕາງໜ້າກົມກວດກາ-ກວດການ ແລະ ແຂກຮັບເຊີນ ເຂົ້າຮ່ວມ.

ພົຈວ ປອ ວົງເຊໂດນ ພັນທະແກ້ວ ຫົວໜ້າອໍານວຍການ ວິທະຍາຄານຕໍາຫຼວດປະຊາຊົນ

ພັທ ຮິ່ງນ້ອຍ ສຸກສະຫວັນ ຮອງປະທານກວດກາພັກ ຮອງຫົວໜ້າຫ້ອງການເມືອງ ວສປ ກ່າວວ່າ:

ໃນ 1 ປີຜ່ານມາ, ຄະນະພັກ-ຄະນະອຳນວຍການ ໄດ້ຊີ້ນຳ-ນຳພາປະຕິບັດວຽກງານການຕິດຕາມ-ກວດກາພັກ, ຄະນະພັກ ວສປ ໄດ້ເອົາໃຈໃສ່ຕໍ່ວຽກງານກໍ່ສ້າງພັກຕາມ 5 ຫຼັກການ 3 ທິດນຳຂອງພັກ ແລະ ປະຕິບັດຕາມຄຳສັ່ງແນະນຳ ເລກທີ 02/ຄພປກສ ຂອງຄະນະບໍລິຫານງານພັກ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍ ການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃນກໍາລັງປ້ອງກັນຄວາມສະຫງົບ, ການປັບປຸງ-ກໍ່ສ້າງພັກ, ການຂະຫຍາຍພັກແມ່ນຖືເອົາຄຸນນະພາບເປັນກົກ ເຊິ່ງສະແດງໃຫ້ເຫັນຜົນງານ ດັ່ງນີ້:

ໄດ້ຄົ້ນຄວ້າ, ກວດກາມະຫາຊົນຜູ້ຄົບມາດຖານ, ເງື່ອນໄຂຮຽນສະໜັບສະໜູນພັກ ຈຳນວນ 53 ສະຫາຍ ຍິງ 18 ສະຫາຍ, ຮຽນກົດລະບຽບພັກ ຈຳນວນ 83 ສະຫາຍ ຍິງ 22 ສະຫາຍ, ຂະຫຍາຍເຂົ້າພັກ ຈຳນວນ 165 ສະຫາຍ ຍິງ 43 ສະຫາຍ, ເລື່ອນສຳຮອງຂຶ້ນສົມບູນ ຈຳນວນ 88 ສະຫາຍ ຍິງ 24 ສະຫາຍ, ໃນປີ 2022 ຜ່ານມາ ໄດ້ຖືກຮັບຮອງເປັນ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຈຳນວນ 23 ໜ່ວຍພັກ.

ທິດທາງແຜນການເຄື່ອນໄຫວວຽກງານຈຸດສຸມໃນຕໍ່ໜ້າ ຈະສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດເປັນກົກ, ຈັດຕັ້ງເຊື່ອມຊຶມ, ກຳແໜ້ນແນວທາງ, ແຜນນະໂຍບາຍ, ມະຕິ, ຄຳສັ່ງ, ຄຳແນະນຳ, ຂໍ້ຫ້າມ, ກົດລະບຽບຂອງພັກ, ກົດໝາຍ ແລະ ນິຕິກຳຕ່າງໆຂອງລັດ, ມູນເຊື້ອຂອງພັກ, ຂອງຊາດ, ຂອງກຳລັງ, ຮ່ຳຮຽນເອົາແບບຢ່າງ, ຄຸນສົມບັດຂອງບັນດາທ່ານຜູ້ນໍາໃຫ້ແກ່ສະມາຊິກພັກ, ພະນັກງານ, ຄູ-ອາຈານ ແລະ ນັກສຶກສາ ຕິດພັນກັບ ການປະຕິບັດລະບອບປະຊຸມ, ຮ່ວມຊີວິດການເມືອງສ່ອງແສງລາຍງານໃຫ້ເປັນປົກກະຕິ, ຕໍ່ເນື່ອງ ເພື່ອເພີ່ມພູນຄູນສ້າງຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ເປັນແບບຢ່າງນຳໜ້າໃຫ້ແກ່ມະຫາຊົນ.