ໃນກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ, ທ່ານ ຈັນທີ ໂປລີວັນ ຫົວໜ້າອົງການໄອຍະການປະຊາຊົນພາກກາງ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວ ປະຈຳປີ 2022 ແລະ ທິດທາງແຜນການ ປະຈຳປີ 2023 ຂອງອົງການໄອຍະການປະຊາຊົນພາກກາງ ໃນວັນທີ 18 ມັງກອນ 2023 ວ່າ: ຄະນະພັກ-ຄະນະນໍາ ອົງການໄອຍະການປະຊາຊົນພາກກາງ ໄດ້ສ້າງກົນໄກ, ວິທີການຄົ້ນຄວ້າຄຳຮ້ອງ, ສຳນວນຄະດີໃຫ້ຖືກຕ້ອງ, ໂປ່ງໃສ ແລະ ທັນເວລາ ໂດຍຄາດໝາຍລວມແມ່ນໃຫ້ບັນລຸ 95% ຂຶ້ນໄປຂອງການຄົ້ນຄວ້າແກ້ໄຂວຽກງານວິຊາສະເພາະ.

ທ່ານໃຫ້ຮູ້ວ່າ: ອົງການໄອຍະການປະຊາຊົນພາກກາງ ໄດ້ເອົາໃຈໃສ່ປະຕິບັດພາລະບົດບາດຕິດຕາມກວດກາການເຄົາລົບ ແລະ ປະຕິບັດກົດໝາຍ ໂດຍຕິດພັນກັບການປະຕິບັດຄໍາຂວັນ 3 ມີ 4 ຮັບປະກັນຂອງ ອົງການໄອຍະການປະຊາຊົນ ແມ່ນໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ຫັນເຂົ້າສູ່ຄຸນນະພາບນັບມື້ສູງຂຶ້ນ, ກົນໄກການປະສານງານລະຫວ່າງ ອົງການໄອຍະການປະຊາຊົນ, ສານປະຊາຊົນພາກກາງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຫັນວ່ານັບມື້ດີຂຶ້ນ ແລະ ມີຄວາມເຂັ້ມແຂງກວ່າເກົ່າ.

ໂດຍສະເພາະ ການແກ້ໄຂວຽກງານວິຊາສະເພາະ ໄດ້ຮັບການຈັດຕັ້ງປະຕິບັດສູ່ຄຸນນະພາບດີຂຶ້ນ ສະແດງອອກ ຄື: ການຕິດຕາມກວດກາການດຳເນີນຄະດີອາຍາ ໄດ້ຮັບສໍານວນຄະດີຂັ້ນອຸທອນ ຈໍານວນ 173 ເລື່ອງ, ຄະດີຄ້າງມາແຕ່ປີ 2021 ຈໍານວນ 5 ເລື່ອງ ລວມ 178 ເລື່ອງ, ໄດ້ຄົ້ນຄວ້າແກ້ໄຂ ແລະ ສົ່ງອອກແລ້ວ 137 ເລື່ອງ, ກໍາລັງຄົ້ນຄວ້າ 41 ເລື່ອງ.

ໃນນີ້, ໄດ້ຮັບສໍານວນຄະດີອາຍາຂັ້ນລົບລ້າງ ຈໍານວນ 24 ເລື່ອງ, ໄດ້ຄົ້ນຄວ້າແກ້ໄຂສົ່ງອອກແລ້ວ 21 ເລື່ອງ, ກໍາລັງຄົ້ນຄວ້າ 3 ເລື່ອງ, ໄດ້ຮັບຄໍາຮ້ອງ 131 ເລື່ອງ, ຄ້າງມາແຕ່ປີ 2021 ຈໍານວນ 3 ເລື່ອງ ລວມ 134 ເລື່ອງ, ໄດ້ຄົ້ນຄວ້າແກ້ໄຂສົ່ງອອກແລ້ວ 116 ເລື່ອງ, ກໍາລັງຄົ້ນຄວ້າ 18 ເລື່ອງ, ພະນັກງານໄອຍະການ ໄດ້ເຂົ້າຮ່ວມ ແລະ ຖະແຫຼງໃນທີ່ປະຊຸມສານ 19 ຄັ້ງ ມີ 79 ເລື່ອງ. ໃນນີ້, ຂັ້ນອຸທອນມີ 71 ເລື່ອງ ແລະ ຂັ້ນລົບລ້າງມີ 8 ເລື່ອງ, ສານເອົາຕາມຄໍາຖະແຫຼງ 75 ເລື່ອງ, ສານບໍ່ເອົາຕາມ 3 ເລື່ອງ (ສານບໍ່ເອົາຕາມສ່ວນຫຼາຍ ແມ່ນກ່ຽວຂ້ອງບັນຫາທາງແພ່ງ), ສະເໜີຂັດຄ້ານ 1 ເລື່ອງ.

ນອກນັ້ນ, ຍັງໄດ້ຕິດຕາມກວດກາການດຳເນີນຄະດີແພ່ງ ໄດ້ຮັບສໍານວນຄະດີຂັ້ນອຸທອນ ຈໍານວນ 172 ເລື່ອງ, ຄະດີຄ້າງມາແຕ່ປີ 2021 ຈໍານວນ 5 ເລື່ອງ ລວມ 177 ເລື່ອງ, ໄດ້ຄົ້ນຄວ້າແກ້ໄຂສົ່ງອອກແລ້ວ 177 ເລື່ອງ. ໃນນີ້, ໄດ້ຮັບສໍານວນຄະດີຂັ້ນລົບລ້າງ 99 ເລື່ອງ, ຄະດີຄ້າງມາແຕ່ປີ 2021 ຈໍານວນ 2 ເລື່ອງ ລວມ 101 ເລື່ອງ, ຄົ້ນຄວ້າແກ້ໄຂ ແລະ ສົ່ງອອກແລ້ວ 101 ເລື່ອງ ແລະ ພະນັກງານໄອຍະການ ໄດ້ເຂົ້າຮ່ວມຖະແຫຼງໃນທີ່ປະຊຸມສານ 272 ເລື່ອງ, ສານເອົາຕາມຄໍາຖະແຫຼງ 263 ເລື່ອງ, ບໍ່ເອົາຕາມ 9 ເລື່ອງ.