ພິທີປະກາດເລື່ອນຊັ້ນໃຫ້ນາຍຕຳຫຼວດຂັ້ນສູງຂອງ ກະຊວງ ປກສ ໄດ້ຈັດຂຶ້ນໃນວັນທີ 23 ມັງກອນ 2023 ທີ່ກະຊວງ ປກສ, ເປັນປະທານ ແລະ ປະດັບຊັ້ນໂດຍ ພົອ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປກສ, ມີຮອງລັດຖະມົນຕີ, ຫົວໜ້າກົມໃຫຍ່, ກອງບັນຊາການ, ວິທະຍາຄານ ແລະ ນາຍຕຳຫຼວດ ຜູ້ທີ່ໄດ້ຮັບການເລື່ອນຊັ້ນ ເຂົ້າຮ່ວມ.

ພົຈວ ຄອນສະຫວັນ ສົມພາໄຊ ຮອງຫົວໜ້າກົມໃຫຍ່ການເມືອງ ຫົວໜ້າກົມພະນັກງານ ໄດ້ຜ່ານດຳລັດຂອງ ນາຍົກລັດຖະມົນຕີ ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍຕໍາຫຼວດ ເຊິ່ງໄດ້ເລື່ອນຊັ້ນພັນໂທ ຂຶ້ນ ພັນເອກ ຈຳນວນ 18 ສະຫາຍ ຍິງ 3 ສະຫາຍ ດັ່ງນີ້:

  • ພັອ ປອ ວຽງໄຊ ທໍາມະສິດ ຮອງຫົວໜ້າຫ້ອງການ ກົມໃຫຍ່ການເມືອງ
  • ພັອ ນາງ ບຸນທະວີ ພິລາວັນ ຮອງຫົວໜ້າຫ້ອງແມ່ຍິງ ກົມໃຫຍ່ການເມືອງ
  • ພັອ ນາງ ຈັນທີ ເນົາວະລັດ ຮອງຫົວໜ້າກົມປະກັນສັງຄົມ ກົມໃຫຍ່ການເມືອງ
  • ພັອ ຫົງສາຄອນ ນໍລະວົງ ຮອງຫົວໜ້າກົມຕໍາຫຼວດທ່ອງທ່ຽວ ກົມໃຫຍ່ສັນຕິບານ
  • ພັອ ຄຳອຸ້ຍ ຈັນທະວີໄຊ ຮອງຫົວໜ້າກົມຕໍາຫຼວດທາງລົດໄຟ ກົມໃຫຍ່ຕໍາຫຼວດ
  • ພັອ ສຸລິສັກ ສິມມະໂຊໄຕ ຮອງຫົວໜ້າກົມຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ກົມໃຫຍ່ຕໍາຫຼວດ
  • ພັອ ກັນຍາ ມິດາຄົມ ຮອງຫົວໜ້າຫ້ອງພະລາທິການ ກົມໃຫຍ່ຕໍາຫຼວດ
  • ພັອ ວຽງສີ ແສນດາວເຮືອງ ຮອງຫົວໜ້າກົມເສນາຮັກ ກົມໃຫຍ່ພະລາທິການ
  • ພັອ ທອງສີ ຟອງສະໝຸດ ຮອງຫົວໜ້າກົມຄຸ້ມຄອງເອກະສານ ຫ້ອງວ່າການ ກະຊວງ ປກສ
  • ພັອ ປາວຽນ ມີທອງ ຮອງຫົວໜ້າກົມບໍລິຫານ ຫ້ອງວ່າການ ກະຊວງ ປກສ
  • ພັອ ລັດສະໝີ ພິມມະສອນ ຮອງຫົວໜ້າກົມເສນາທິການ ຫ້ອງວ່າການ ກະຊວງ ປກສ
  • ພັອ ອຸ່ນເຮືອນ ອຸດົມສິດ ຫົວໜ້າພະແນກຄົ້ນຄວ້າວິທະຍາສາດ ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ
  • ພັອ ວິໄລສັກ ສຸດທິສານ ຫົວໜ້າພະແນກການເມືອງ ກົມ 504
  • ພັອ ພົງເພັດ ໄຊຍະເພັດ ຮອງຫົວໜ້າກອງບັນຊາການປ້ອງກັນເຄື່ອນທີ່
  • ພັອ ສຸນເພັງ ສິນທະວອນ ຮອງຫົວໜ້າກອງບັນຊາການປ້ອງກັນສູນກາງ
  • ພັອ ນາງ ແພງສອນ ວົງສຸວັນ ຫົວໜ້າສູນຂໍ້ມູນຂ່າວສານການສຶກສາ ວິທະຍາຄານສັນຕິບານປະຊາຊົນ
  • ພັອ ຄໍາໄພ ແສງພະອາທິດ ຫົວໜ້າຄະນະວິຊານິຕິວິທະຍາ ວິທະຍາຄານສັນຕິບານປະຊາຊົນ
  • ພັອ ມີໄຊ ໄຊສົງຄາມ ຫົວໜ້າຄະນະວິຊາສືບສວນ-ສອບສວນ ວິທະຍາຄານຕໍາຫຼວດປະຊາຊົນ