ພິທີມອບ-ຮັບການນຳໃຊ້ ໂຮງຮຽນວັດທະນະທຳຊົນເຜົ່າກອງກັບ ລະຫວ່າງ ກອງທັບປະຊາຊົນລາວ ກັບ ກອງທັບປະຊາຊົນຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 11 ພຶດສະພາ 2023, ເຂົ້າຮ່ວມໂດຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງປ້ອງກັນປະເທດ ແລະ ພົນໂທ ຫງວຽນ ເຕີນ ເກືອງ ກໍາມະການສູນກາງພັກກອມມູນິດຫວຽດນາມ ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຫວຽດນາມ, ມີບັນດາຄະນະນໍາ ກະຊວງປ້ອງກັນປະເທດ ລາວ-ຫວຽດນາມ, ກົມໃຫຍ່, ຫ້ອງວ່າການ, ຄະນະພັກ-ຄະນະອຳນວຍການ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ, ພະນັກງານສະມາຊິກພັກ-ນັກຮົບ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໂຄງການກໍ່ສ້າງໂຮງຮຽນວັດທະນະທໍາຊົນເຜົ່າກອງທັບ ແມ່ນໂຄງການຊ່ວຍເຫຼືອຫຼ້າຈາກ ກະຊວງປ້ອງກັນປະເທດ ຫວຽດນາມ, ມີເນື້ອທີ່ທັງໝົດ 4,8 ເຮັດຕາ, ປະກອບມີ 13 ອາຄານ, ກວມເອົາ 6.822 ຕາແມັດ, ມີເຄື່ອງໃຊ້ເຟີນີເຈີ, ເສັ້ນທາງ, ກຳແພງ, ລະບົບໄຟຟ້າ, ນ້ຳປະປາ ແລະ ອື່ນໆ.

ລວມມູນຄ່າການກໍ່ສ້າງ ທັງໝົດ 257.047 ຕື້ດົງ ຫຼື 11.041 ໂດລາສະຫະລັດ, ໂດຍແມ່ນ ກົມໃຫຍ່ການເມືອງ ກອງທັບປະຊາຊົນລາວ ເປັນເຈົ້າຂອງໂຄງການ ແລະ ໂຄງການດັ່ງກ່າວ ໄດ້ລົງມືກໍ່ສ້າງມາແຕ່ເດືອນ 11 ປີ 2021ມາຮອດປັດຈຸບັນ ໄດ້ສໍາເລັດຕາມແຜນການ.

ໂອກາດນີ້, ພົນໂທ ຫວຽນ ເຕິນ ເກືອງ ໄດ້ກ່າວວ່າ:

ໂຮງຮຽນວັດທະນະທຳຊົນເຜົ່າ ກອງທັບປະຊາຊົນລາວ ຈະເປັນບ່ອນກໍ່ສ້າງບໍາລຸງບັນດານ້ອງນ້ອຍປະຊາຊົນລາວບັນດາເຜົ່າ ໃນຂອບເຂດທົ່ວປະເທດ ເຊິ່ງຈະກາຍເປັນກ້ອນກຳລັງແຮງທີ່ສຳຄັນ ໃນການປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ ໃຫ້ມີຄວາມຮຸ່ງເຮືອງສີວິໄລ ໃນຕໍ່ໜ້າ ແລະ ເຊື່ອໝັ້ນວ່າ ບັນດາຄູ-ອາຈານ ຈະເປັນຜູ້ມອບທຸກສິ່ງທຸກຢ່າງ ນັບທັງຄວາມຮູ້-ຄວາມສາມາດ, ປະສົບການ ແລະ ທຸກຢ່າງທີ່ຕົນມີ ເພື່ອສິດສອນໃຫ້ເຂົາເຈົ້າ ເຮັດໃຫ້ເຂົາເຈົ້າກາຍເປັນຄົນຮູ້ຜູ້ດີຢູ່ໃນສັງຄົມ ກໍຄື ຜູ້ສືບທອດສາຍພົວພັນອັນດີງາມຂອງສອງຊາດ ໃນຕໍ່ໜ້າ.