ກົມຕຳຫຼວດນິຕິວິທະຍາ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດກອງປະຊຸມປະກອບຄຳຄິດຄຳເຫັນໃສ່ຂໍ້ຕົກລົງ ວ່າດ້ວຍ ການບັນຈຸ, ຫຸ້ມຫໍ່ ແລະ ນຳສົ່ງຮ່ອງຮອຍ, ວັດຖຸຂອງກາງ ເພື່ອພິສູດ ຂຶ້ນໃນວັນທີ 11 ພະຈິກ 2023, ເປັນປະທານໂດຍ ພົຈວ ປອ ວັນທອນ ສຸລິສັກ ຮອງຫົວໜ້າກົມໃຫຍ່ຕຳຫຼວດ, ມີບັນດາຫົວໜ້າ-ຮອງກົມ, ກົມກອງວິຊາສະເພາະ ອ້ອມຂ້າງ ກະຊວງ ທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນກອງປະຊຸມ, ບັນດາຜູ້ເຂົ້າຮ່ວມໄດ້ຜັດປ່ຽນກັນປະກອບຄຳຄິດຄຳເຫັນໃສ່ຂໍ້ຕົກລົງ ວ່າດ້ວຍ ການບັນຈຸ, ຫຸ້ມຫໍ່ ແລະ ນຳສົ່ງຮ່ອງຮອຍ, ວັດຖຸຂອງກາງ ເພື່ອພິສູດ, ທັງນີ້ ກໍເພື່ອເປັນການປັບປຸງວຽກງານນິຕິວິທະຍາ ໃນການເຄື່ອນໄຫວປະຕິບັດໜ້າທີ່ວິຊາສະເພາະ, ຄົ້ນຄວ້າວິທະຍາສາດຂະແໜງການຕ່າງໆ ຂອງກຳລັງຕຳຫຼວດນິຕິວິທະຍາ ຢ່າງຫ້າວຫັນ ແລະ ຕັ້ງໜ້າປະກອບສ່ວນເຂົ້າໃນຂະບວນການຍຸຕິທໍາຢ່າງຖືກຕ້ອງຊັດເຈນ, ວ່ອງໄວ ແລະ ມີປະສິດທິຜົນສູງຂຶ້ນເລື້ອຍໆ, ທັງຮັບປະກັນ 3 ຫຼັກການ ຄື: ສອດຄອງກັບແນວທາງ-ມະຕິຄໍາສັ່ງ, ຖືກຕ້ອງຕາມກົດໝາຍ ແລະ ຮັບປະກັນຫຼັກການວິຊາສະເພາະຂອງກໍາລັງ.

ເຊິ່ງຂໍ້ຕົກລົງດັ່ງກ່າວ ປະກອບມີ 3 ພາກ 8 ໝວດ 30 ມາດຕາ ສ້າງຂຶ້ນເພື່ອຜັນຂະຫຍາຍກົດໝາຍ, ດໍາລັດ ແລະ ນິຕິກໍາຕ່າງໆກ່ຽວກັບ ການພິສູດ-ວິໄຈຫຼັກຖານ ທີ່ພົວພັນກັບຂັ້ນຕອນການບັນຈຸ, ຫຸ້ມຫໍ່ ແລະ ນຳສົ່ງຮ່ອງຮອຍ, ວັດຖຸຂອງກາງ, ເຊິ່ງມີການຂະຫຍາຍຄວາມ, ອະທິບາຍເນື້ອໃນທີ່ກ່ຽວຂ້ອງໃຫ້ມີຄວາມຈະແຈ້ງ, ເຂົ້າໃຈຖືກຕ້ອງ ເເລະ ມີຄວາມເປັນເອກະພາບກັນໃນຂອບເຂດທົ່ວປະເທດ ເເລະ ສະດວກໃນການຈັດຕັ້ງປະຕິບັດ.