ໃນວັນທີ 12 ພຶດສະພາ 2023, ສະຫາຍ ພົຕ ຄໍາກິ່ງ ຜຸຍຫຼ້າມະນີວົງ ຄະນະປະຈໍາພັກ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ຕໍາຫຼວດ ກະຊວງ ປກສ ເຂົ້າຮ່ວມກອງປະຊຸມຄົບຄະນະບໍລິຫານງານພັກ ກາງສະໄໝທີ II ຂອງອົງຄະນະພັກ ກົມຕໍາຫຼວດຄຸມຂັງ-ດັດສ້າງ ແລະ ທິດທາງແຜນການທ້າຍສະໄໝ, ທ່ານໄດ້ເນັ້ນໃຫ້ຄະນະພັກ-ຄະນະບັນຊາ ກົມຕໍາຫຼວດຄຸມຂັງ-ດັດສ້າງ ເອົາໃຈໃສ່ 6 ບັນຫາທີ່ສໍາຄັນ ເພື່ອເປັນການປັບປຸງວຽກງານໃຫ້ເຂັ້ມແຂງຂຶ້ນກວ່າເກົ່າ.

+ ບັນຫາທີ່ ທ່ານ ຮອງ ລມຕ ເນັ້ນໜັກຕໍ່ກອງປະຊຸມຄັ້ງນີ້ ປະກອບມີ:

1. ຄະນະພັກ-ຄະນະບັນຊາ ຕ້ອງໄດ້ເພີ່ມທະວີສຶກສາອົບຮົມການເມືອງ-ແນວຄິດ ດ້ວຍຫຼາຍວິທີ ເພື່ອເຮັດໃຫ້ສະມາຊິກພັກ, ນາຍ ແລະ ພົນຕຳຫຼວດ ຢືດໝັ້ນອຸດົມການສັງຄົມນິຍົມ, ມີຫຼັກໝັ້ນຊົນຊັ້ນໜັກແໜ້ນ, ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ການປະຕິວັດ, ຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນ, ໃຫ້ຖືເປັນວຽກງານທີ່ສຳຄັນ ເພື່ອຕ້ານຢັນຕໍ່ກົນອຸບາຍຂອງອິດທິກຳລັງປໍລະປັກ ທີ່ນໍາໃຊ້ປະກົດການຫັນປ່ຽນໂດຍສັນຕິ ເຮັດໃຫ້ເຊື່ອມຄຸນ, ປ່ຽນທາດຂອງຖັນແຖວພະນັກງານສະມາຊິກພັກ, ນາຍ ແລະ ພົນຕໍາຫຼວດ.

2. ປັບປຸງກໍ່ສ້າງກຳລັງຖືເປັນບັນຫາປັດໄຈຕັດສິນອັນສໍາຄັນ ຕ້ອງໄດ້ສຸມໃສ່ປັບປຸງກໍາລັງດ້ານວິຊາສະເພາະ, ການກໍ່ສ້າງພະນັກງານ ຕ້ອງສ້າງເປັນແຜນ, ໂຄງການ, ກຳນົດແຜນກໍ່ສ້າງ ແລະ ບໍາລຸງພະນັກງານຢ່າງລະອຽດຈະແຈ້ງ ບົນພື້ນຖານການຕີລາຄາ, ປະເມີນຜົນພະນັກງານ, ແບ່ງປະເພດພະນັກງານໃຫ້ຖືກຕ້ອງຊັດເຈນ, ຜ່ານຂະບວນການທົດສອບຕົວຈິງ ຕິດພັນກັບໜ້າທີ່ການເມືອງຂອງພັກ, ຂອງກຳລັງ ແລະ ຕິດພັນກັບການປັບປຸງບູລະນະກົງຈັກການຈັດຕັ້ງ, ສ້າງພະນັກງານຕ້ອງສ້າງໃຫ້ຄົບຊຸດ ແລະ ຮັບປະກັນລັກສະນະສືບທອດປ່ຽນແທນຢ່າງເປັນລະບົບ. 

3. ຕ້ອງເອົາໃຈໃສ່ຢ່າງແທ້ຈິງ ໃນການແກ້ໄຂບັນຫາຫຍໍ້ທໍ້ແອບແຝງ ຢູ່ໃນຖັນແຖວສະມາຊິກພັກ ຫຼື ຄະນະພັກຈໍານວນໜຶ່ງ ທີ່ມີການປະພຶດທີ່ບໍ່ດີ, ບໍ່ທັນເປັນແບບຢ່າງ, ບໍ່ເປັນແວ່ນແຍງທີ່ດີໃຫ້ແກ່ມະຫາຊົນ.

4. ເພີ່ມທະວີວຽກງານຕິດຕາມ, ກວດກາພັກເປັນປົກກະຕິ, ເຊິ່ງວຽກງານດັ່ງກ່າວນີ້ ແມ່ນໜຶ່ງໃນພາລະບົດບາດນຳພາຂອງພັກ, ມີການນໍາພາຈຶ່ງມີການກວດກາ, ມີການກວດກາຈຶ່ງມີການນໍາພາ; ສະນັ້ນ, ຄະນະພັກຕ້ອງເປັນຜູ້ຊີ້ນຳ ແລະ ມີຄວາມຮັບຜິດຊອບໂດຍກົງ ຕໍ່ກັບວຽກງານດັ່ງກ່າວ ໃຫ້ແຂງແຮງ ແລະ ເຂັ້ມງວດ.

5. ຕ້ອງເຊື່ອມຊຶມ ແລະ ກໍາແໜ້ນແນວທາງການຕ່າງປະເທດຂອງພັກ, ປັບປຸງທັດສະນະຫຼັກໝັ້ນມິດ-ສັດຕູໃຫ້ຈະແຈ້ງ, ມີສະຕິລະວັງຕົວຢູ່ຕະຫຼອດເວລາ, ເອົາໃຈໃສ່ສືບຕໍ່ເພີ່ມທະວີການພົວພັນຮ່ວມມືຮອບດ້ານກັບບັນດາເພື່ອນມິດຍຸດທະສາດ ແລະ ຖືສໍາຄັນໃນການພົວພັນກັບອົງການຕຳຫຼວດຂອງບັນດາປະເທດໃກ້ຄຽງ, ອົງການຕໍາຫຼວດອາຊຽນ ແລະ ອົງການຕຳຫຼວດສາກົນ.

6. ຕໍ່ກັບວຽກງານວິຊາສະເພາະຄຸມຂັງ ໂດຍສະເພາະແມ່ນ ວຽກງານຄຸ້ມຄອງປ້ອງກັນເວນຍາມຄ້າຍຄຸມຂັງ-ດັດສ້າງ, ໃນໄລຍະຜ່ານມາ ປະກົດການຫຍໍ້ທໍ້ໄດ້ເກີດຂຶ້ນໃນຂົງເຂດດັ່ງກ່າວ ເປັນຕົ້ນແມ່ນ ການແຫກຄຸກໂຕນໜີຂອງນັກໂທດ, ຜູ້ຖືກຫາ, ຜູ້ຖືກດັດສ້າງດ້ວຍຮູບການຕ່າງໆ. ຮ້າຍແຮງກວ່ານັ້ນ, ປະກົດການຫຍໍ້ທໍ້ເຫຼົ່ານີ້ ມີການພົວພັນຂອງນາຍ ແລະ ພົນຕໍາຫຼວດ ອັນໄດ້ສ້າງຄວາມເສື່ອມເສຍຕໍ່ບົດບາດຂອງກຳລັງ.

ສະນັ້ນ, ເພື່ອເປັນການເພີ່ມທະວີ ແລະ ຍົກສູງຄວາມຮັບຜິດຊອບດ້ານວຽກງານ ກ່ອນອື່ນພວກສະຫາຍຕ້ອງກຳໄດ້ແນວທາງ, ແຜນນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ລະບຽບການຕ່າງໆຢ່າງເລິກເຊິ່ງ ຕໍ່ກັບສະພາບຄວາມເປັນຈິງໃນການຊີ້ນຳ-ບັນຊາ, ການຄຸ້ມຄອງ, ຕິດຕາມ, ກວດກາ ແລະ ສະກັດກັນແກ້ໄຂບັນດາປະກົດການຫຍໍ້ທໍ້ ໃນຂົງເຂດວຽກງານປ້ອງກັນເວນຍາມຄ້າຍຄຸມຂັງ ຢ່າງເຂັ້ມງວດ ແລະ ເດັດຂາດ.