ອົງການ​ອຸຕຸນິຍົມ ​ຂອງ​ ອົງການ​ສະຫະ​ປະຊາ​ຊາດ ​ໄດ້​ເຕືອນ​ວ່າ​: ປາກົດ​ການເອວນິນໂຢ ຈະ​ເກີດ​ຂຶ້ນ​ໃນ​ອີກບໍ່ເທົ່າໃດ​ເດືອນ​ຂ້າງ​ໜ້ານີ້, ຈຶ່ງຮຽກຮ້ອງ​ປະ​ຊາ​ຊົນ​ຂອງ​ໂລກ​​ ກະ​ກຽມ​ຮັບມືກັບສະພາບອາກາດທີ່ຈະຮ້ອນຂຶ້ນຫຼາຍກວ່າເກົ່າ.

ສຳນັກຂ່າວຕ່າງປະເທດ ລາຍງານຈາກນະຄອນເຊີແນວ ປະເທດສະ​ວິດສ໌ ​ໃນ​ວັນ​ທີ 3 ພຶດສະພາ​ ວ່າ:

ອົງການ​ອຸຕຸນິຍົມວິທະຍາ​ໂລກ (WMO) ​ເຊິ່ງ​ເປັນ​ໜຶ່ງ​ໃນ​ອົງການ​ສະ​ເພາະ​ຂອງ ​ອົງການ​ສະຫະ​ປະຊາ​ຊາດ (ສປຊ) ​ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານການຄາດ​ຄະເນທ່າ​ອ່ຽງ​ທີ່​ໂລກ​ຈະ​ປະ​ເຊີນ​ກັບ ​ປາກົດ​ການເອວນິນໂຢ ​ໃນ​ເດືອນ​ກໍລະກົດ​ນີ້​ ຢູ່​ທີ່ປະມານ 60% ​ແລະ ​ຄາດ​​ວ່າຄວາມເປັນໄປໄດ້​ຈະ​ເກີດເອວນິນໂຢ ໃນ​ເດືອນ​ກັນຍາ​ ມີປະມານ 70%-80%; ເຊິ່ງປາກົດການດັ່ງກ່າວ ຈະສ້າງຄວາມປ່ຽນແປງຄັ້ງສຳຄັນຕໍ່ຮູບ​ແບບ​ສະ​ພາບ​ອາ​ກາດ​ ໃນ​ທົ່ວ​ໂລກ​.

ໂລກໄດ້ປະສົບກັບ ປາກົດການເອວນິນໂຢ ຄັ້ງຫຼ້າສຸດ ໃນລະຫວ່າງປີ 2018 ຫາ 2019, ອີງຕາມບັນທຶກຢ່າງເປັນທາງການຂອງ WMO; ໃນຂະນະທີ່ ຕັ້ງແຕ່ປີ 2020 ຈົນເຖິງຕົ້ນປີນີ້, ໂລກປະເຊີນກັບ ປາກົດການລານິນຢາ (ອຸນ​ຫະ​ພູມ​ໜ້ານ້ຳ​ທະ​ເລ ບໍລິເວນເສັ້ນສູນສູດ ໃນມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກກາງ ແລະ ຕາເວັນອອກ ມີຄ່າ​​ຕ່ຳກວ່າ​ປົກ​ກະ​ຕິ​).

ແນວໃດກໍຕາມ, ໃນໄລຍະ 8 ປີທີ່ຜ່ານມາ ແມ່ນປີທີ່ອຸນຫະພູມສະເລ່ຍຂອງໂລກຮ້ອນຂຶ້ນ ແລະ ມີການທໍາລາຍສະຖິຕິຢ່າງຕໍ່ເນື່ອງ ເຖິງວ່າຢູ່ໃນທ່າມກາງປາກົດການລານິນຢາ; ເຊິ່ງມີການສຳຫຼວດ ແລະ ປະເມີນວ່າ ຖ້າບໍ່ມີປາກົດການດັ່ງກ່າວ (ລານິນຢາ) ເກີດຂຶ້ນ, ອຸນຫະພູມຂອງໂລກອາດຈະຮ້ອນຂຶ້ນອີກ ໃນຕະຫຼອດໄລຍະເວລາດັ່ງກ່າວ.

ລາຍງານຂອງ WMO ໃຫ້ຮູ້ຕື່ມວ່າ:

ເຖິງວ່າໃນປັດຈຸບັນ ຍັງບໍ່ທັນສະຫຼຸບສະເພາະໄດ້ກ່ຽວກັບຄວາມຮຸນແຮງ ແລະ ໄລຍະເວລາຂອງປາກົດການເອວນິນໂຢຮອບໃໝ່ທີ່ຈະມາເຖິງ, ​ແຕ່​ທຸກ​ຂະ​ແໜງ​ການ​ໃນ​ໂລກ​ ຕ້ອງ​ຮ່ວມມື​ກັນເພື່ອ​ກະກຽມຮັບມືກັບອຸນຫະພູມທີ່ຈະເພີ່ມຂຶ້ນ.

ເຊິ່ງເອວນິນໂຢທີ່ເກີດຂຶ້ນ ໃນລະຫວ່າງ 2018-2019 ແມ່ນເບົາບາງຫຼາຍ ຕາມການວິເຄາະຂອງ WMO, ແຕ່ເອວນິນໂຢທີ່ເກີດຂຶ້ນ ໃນລະຫວ່າງປີ 2014-2016 ແມ່ນຄັ້ງທີ່ຮ້າຍແຮງທີ່ສຸດໃນໂລກ, ເຮັດໃຫ້ປີ 2016 ເປັນປີທີ່ຮ້ອນທີ່ສຸດໃນໂລກ, ແຕ່ຄວາມເສຍຫາຍຫຼັກຂອງສິ່ງແວດລ້ອມທີ່ເກີດຈາກມະນຸດ ຍັງເປັນປັດໄຈສໍາຄັນ.

ທັງນີ້, WMO ລະບຸວ່າ: ຜົນກະທົບຂອງປາກົດການເອວນິນໂຢໃນປີນີ້ ຈະ​ບໍ່​ເກີດ​ຂຶ້ນ​ໃນ​ທັນ​ທີ, ເຊິ່ງ​ໝາຍ​ຄວາມ​ວ່າ​ ມັນຈະ​ເລີ່ມ​ຕົ້ນ​ມີ​ຜົນ​ກະ​ທົບ​ຫຼາຍ​ຢ່າງທີ່ຊັດເຈນ ນັບຕັ້ງແຕ່ປີ 2024 ເປັນຕົ້ນໄປ.