ສະຫະພັນເຂົ້າກຳປູເຈຍ ລາຍງານປະລິມານການສົ່ງອອກເຂົ້າ ໃນໄຕມາດທີ 1 ຂອງປີນີ້ ຢູ່ທີ່ 176.581 ໂຕນ, ເພີ່ມຂຶ້ນ 3,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ທີ່ສົ່ງອອກເຂົ້າໄດ້ 170.539 ໂຕນ.
ສຳນັກຂ່າວຊິນຫົວ ລາຍງານຈາກນະຄອນຫຼວງພະນົມເປັນ ປະເທດກຳປູເຈຍ ໃນວັນທີ 27 ເມສາ ວ່າ: ກຳປູເຈຍ ສ້າງລາຍຮັບຈາກການສົ່ງອອກເຂົ້າສານ ໃນໄຕມາດທີ 1 ໄດ້ 126 ລ້ານໂດລາສະຫະລັດ, ໂດຍພັນເຂົ້າທີ່ສົ່ງອອກ ໄດ້ແກ່: ເຂົ້າຫອມຄຸນນະພາບດີ, ເຂົ້າຫອມ, ເຂົ້າເມັດຍາວ, ເຂົ້າໜຶ້ງ ແລະ ເຂົ້າອິນຊີ; ເຊິ່ງແມ່ນຈີນ ທີ່ຍັງເປັນຜູ້ຊື້ເຂົ້າລາຍໃຫຍ່ທີ່ສຸດຂອງກຳປູເຈຍ ໃນໄຕມາດທີ 1 ດ້ວຍປະລິມານ 84.773 ໂຕນ, ກວມເອົາ 48% ຂອງການສົ່ງອອກເຂົ້າທັງໝົດຂອງກຳປູເຈຍ. ນອກນັ້ນ, ກຳປູເຈຍ ຍັງສົ່ງອອກເຂົ້າສານໄປ 41 ປະເທດ ແລະ ເຂດແຄວ້ນ.

ທ່ານ ຊານ ໂຊກເຮັງ ປະທານສະຫະພັນເຂົ້າກຳປູເຈຍ ກຳນົດເປົ້າໝາຍການສົ່ງອອກເຂົ້າສານ ໃນປີ 2023 ໄວ້ທີ່ 750.000 ໂຕນ ແລະ 1 ລ້ານໂຕນ ໃນປີ 2025, ໂດຍມີຈີນ ເປັນຕະຫຼາດຂະໜາດໃຫຍ່; ເຊິ່ງສະຫະພັນເຂົ້າກຳປູເຈຍ ຈະສືບຕໍ່ຮ່ວມມືກັບ ກະຊວງການຄ້າ ເພື່ອຍູ້ແຮງການສົ່ງອອກເຂົ້າສານໄປຈີນ ໃຫ້ບັນລຸຫຼາຍກວ່າ 400.000 ໂຕນຕໍ່ປີ.