ຍາມຮ້ອນໃຜຫຼາຍໆຄົນກໍຈະຄິດຮອດການໄປຫຼິ້ນນ້ຳ ຫຼື ການອອກໄປທ່ຽວໃນສະຖານທີ່ຕ່າງໆ, ແຕ່ກໍບໍ່ຄວນລືມລະມັດລະວັງໃນເລື່ອງຂອງການເບິ່ງແຍງສຸຂະພາບ ເພາະຍາມຮ້ອນມັກຈະເປັນທີ່ມາຂອງພະຍາດຫຼາຍຢ່າງ; ຖ້າບໍ່ເບິ່ງແຍງຕົນເອງດີໆ ກໍອາດຈະຖືກພະຍາດຮ້າຍມາຄຸກຄາມກໍເປັນໄດ້. ດັ່ງນັ້ນ, ຈຶ່ງຂໍແນະນຳບາງພະຍາດທີ່ພວກເຮົາຄວນລະວັງ ທີ່ມັກຈະມາພ້ອມກັບລະດູຮ້ອນ.

1. ພະຍາດຖອກທ້ອງ

ສາເຫດ: ເກີດຈາກເຊື້ອແບັດທີເຣຍ ໄວຣັສໂປຣໂຕຊົວ ແລະ ພະຍາດທີ່ປະປົນມາກັບອາຫານ ແລະ ເຄື່ອງດື່ມ.

ອາການ: ແມ່ນເກີດຈາກເຊື້ອໄວຣັສ ອາດຈະມີໄຂ້ຕໍ່າໆ, ເປັນຫວັດ. ຕໍ່ມາມີອາການປວດຮາກ ແລະ ຖ່າຍແຫຼວຕາມມາ ໂດຍທົ່ວໄປແມ່ນຈະມີອາການເປັນເວລາດົນ 1-6 ມື້.

ວິທີການປ້ອງກັນ: ສາມາດປ້ອງກັນໄດ້ ໂດຍການເບິ່ງແຍງສຸຂະອະນາໄມໃນການກິນ, ການເກັບຮັກສາອາຫານ ແລະ ການປຸງແຕ່ງອາຫານ ລວມທັງການລ້າງມືຫຼັງເຂົ້າຫ້ອງນໍ້າທຸກຄັ້ງ.

2. ພະຍາດອາຫານເປັນພິດ

ສາເຫດ: ເກີດຈາກການທີ່ເຮົາໄດ້ຮັບສານພິດຈາກເຊື້ອແບັດທີເຣຍ ໄວຣັສທີ່ປົນເປື້ອນຢູ່ໃນອາຫານເຮັດໃຫ້ເກີດອາຫານເປັນພິດ.

ອາການ: ຈະເລີ່ມມີອາການຫຼັງຈາກ 1 ຊົ່ວໂມງ ຫາ 8 ມື້ ຫຼັງຈາກທີ່ກິນອາຫານທີ່ມີສານປົນເປື້ອນ, ມັກຈະພົບຢູ່ໃນກຸ່ມຄົນທີ່ກິນອາຫານຮ່ວມກັນ ຈະມີອາການພ້ອມກັນຫຼາຍໆຄົນ; ເຊິ່ງອາດຈະມີອາການຫຼາຍໜ້ອຍທີ່ແຕກຕ່າງກັນໄປ ແລ້ວແຕ່ບຸກຄົນ ແລະ ປະລິມານໃນການບໍລິໂພກ. ອາການທີ່ພົບເຫັນທົ່ວໄປຄື ປຸ້ນທ້ອງ, ປວດຮາກ ພ້ອມມີອາການໄຂ້, ເບື່ອອາຫານ ແລະ ຖອກທ້ອງ, ຈະມີອາການຕັ້ງແຕ່ບໍ່ຮຸນແຮງ ອາດຈະຖ່າຍອອກມາມີເລືອດໄດ້.

ວິທີປ້ອງກັນ: ຕ້ອງເບິ່ງແຍງສຸຂະອະນາໄມໃນການກິນ, ການເກັບຮັກສາອາຫານ ແລະ ການປຸງແຕ່ງອາຫານ ລວມທັງການລ້າງມືຫຼັງເຂົ້າຫ້ອງນໍ້າທຸກໆຄັ້ງ.

3. ພະຍາດອະຫິວາ

ສາເຫດ: ເກີດຈາກເຊື້ອແບັກທີເຣຍ Vibrio cholerae ເຂົ້າສູ່ຮ່າງກາຍໂດຍການກິນ, ເຊື້ອແບັດທີເຣຍຈະເຂົ້າໄປຢູ່ໃນບໍລິເວນລຳໄສ້ ແລະ ຈະສ້າງສານພິດອອກມາ ເຮັດປະຕິກິລິຍາກັບເປືອກຂອງລຳໄສ້ນ້ອຍ.

ອາການ: ຖ່າຍເປັນນ້ຳໃນປະລິມານຫຼາຍ ພ້ອມມີອາການຂາດນ້ຳຢ່າງໄວ ແລະ ຮຸນແຮງ, ອາດປະກອບມີອາການປຸ້ນທ້ອງ ແລະ ຮາກ, ສ່ວນຫຼາຍແມ່ນບໍ່ມີໄຂ້, ບໍ່ມີອາການເຈັບທ້ອງ.

ວິທີປ້ອງກັນ: ພຽງແຕ່ເບິ່ງແຍງສຸຂະອະນາໄມໃນການກິນ, ການເກັບຮັກສາອາຫານ ແລະ ການປຸງແຕ່ງອາຫານ ລວມທັງການລ້າງມືຫຼັງເຂົ້າຫ້ອງນໍ້າທຸກຄັ້ງ.

4. ພະຍາດໝາວໍ້ (Rabies)

ສາເຫດ: ເກີດມາຈາກເຊື້ອໄວຣັສ ປັດຈຸບັນຍັງບໍ່ມີການຮັກສາຫາຍ, ແຕ່ສາມາດປ້ອງກັນໄດ້. ຜູ້ທີ່ເປັນໝາວໍ້ ຈະຢູ່ໄດ້ບໍ່ເກີນ 1 ອາທິດ ແລະ ເສຍຊີວິດ ເນື່ອງຈາກກ້າມເນື້ອເປັນອຳມະພາດ ແລະ ລະບົບທາງເດີນຫາຍໃຈລົ້ມເຫຼວ.

ອາການ: ອາການທີ່ສະແດງຂອງພະຍາດນີ້ ແມ່ນສະໝອງອັກເສບ ແລະ ເຍື່ອສະໝອງເສຍຫາຍ ໃນໄລຍະ 2-3 ມື້ທຳອິດ, ຄົນເຈັບຈະມີອາການເຈັບປວດເມື່ອຍຕາມຮ່າງກາຍ, ມີໄຂ້, ມີອາການຄັນ ຫຼື ເຈັບບໍລິເວນທີ່ຖືກໝາກັດ ທັງທີ່ບາດຈະເຊົາເປັນປົກກະຕິ.

ຕໍ່ມາ ຈະມີອາການໃຈຮ້າຍກະວົນກະວາຍ, ຕື່ນເຕັ້ນ, ມີຄວາມອ່ອນໄຫວຕໍ່ການກະຕຸ້ນທົ່ວຮ່າງກາຍ, ບໍ່ມັກແສງສະຫວ່າງ, ລົມ, ມີນໍ້າລາຍໄຫຼ ແລະ ກ້າມຄໍກະຕຸກເກັງ, ໃນຂະນະທີ່ພະຍາຍາມກືນອາຫານ ຫຼື ນໍ້າ ເຮັດໃຫ້ເກີດອາການ “ຢ້ານນ້ຳ”; ຈາກນັ້ນ, ຈະເລີ່ມມີອາການໂວຍວາຍ ສະຫຼັບກັບອາການມິດງຽບ.

ຄົນເຈັບບາງຄົນ ອາດຈະເປັນອຳມະພາດແຂນຂາອ່ອນແຮງ, ໝົດສະຕິ ແລະ ເສຍຊີວິດໃນທີ່ສຸດ ເນື່ອງຈາກສ່ວນທີ່ສຳຄັນຂອງສະໝອງຖືກທຳລາຍໄປໝົດ.

ວິທີປ້ອງກັນ: ການປ້ອງກັນຈາກພະຍາດໝາວໍ້ທີ່ດີທີ່ສຸດ ແມ່ນລະວັງຢ່າໃຫ້ໝາ ຫຼື ແມວກັດ ເພາະການຕິດເຊື້ອສ່ວນຫຼາຍ ແມ່ນມາຈາກນໍ້າລາຍຂອງສັດທີ່ມີເຊື້ອຢູ່ແລ້ວ. ແຕ່ຖ້າຫາກໃນກໍລະນີຖືກໜາ ຫຼື ແມວກັດ ແມ່ນຕ້ອງເຂົ້າໄປພົບແພດດ່ວນ ເພື່ອຊັກຢາປ້ອງກັນໃຫ້ທັນເວລາ.