ອາຫານການກິນເຮັດໃຫ້ເຮົາສາມາດເຈັບປ່ວຍໄດ້ ແລະ ອາດຮ້າຍແຮງເຖິງຂັ້ນເສຍຊີວິດນັ້ນ ກໍຄື ອາຫານເປັນພິດ. ດັ່ງນັ້ນ, ເຮົາມາຮູ້ຈັກກ່ຽວກັບອາຫານເປັນພິດ ແລະ ວິທີປ້ອງກັນຕົນເອງ.

+ ອາການອາຫານເປັນພິດ:

ອາຫານເປັນພິດ (Food Poisoning) ເປັນອາການທີ່ເກີດຈາກການກິນອາຫານທີ່ປົນເປື້ອນຂອງເຊື້ອຈຸລິນຊີ, ເຊິ່ງອາດຈະເປັນເຊື້ອແບດທີເຣຍ, ເຊື້ອໄວຣັສ ຫຼື ເຊື້ອລາກໍໄດ້; ເມື່ອກິນອາຫານທີ່ປົນເປື້ອນເຂົ້າໄປ ຮ່າງກາຍຈະສະແດງອາການພາຍໃນ 1-2 ມື້, ຖ້າຫາກສິ່ງປົນເປື້ອນຫຼາຍ ອາການສະແດງອອກຈະໄວຂຶ້ນ ແລະ ອາຫານເປັນພິດ ມັກຈະເກີດໃນຍາມຮ້ອນ ແລະ ມີຝົນ ເພາະເປັນສະພາບແວດລ້ອມທີ່ເໝາະແກ່ການຈະເລີນເຕີບໃຫຍ່ຂອງເຊື້ອຈຸລິນຊີ.

+ ສາເຫດຂອງອາຫານເປັນພິດ:

ມັກເກີດຂຶ້ນຈາກການກິນອາຫານທີ່ບໍ່ຖືກສຸຂະລັກສະນະ, ກິນອາຫານທີ່ປຸງບໍ່ສຸກ ໂດຍສະເພາະ ອາຫານປະເພດຊີ້ນສັດ ຫຼື ການທີ່ບໍ່ເກັບອາຫານໄວ້ໃນຕູ້ເຢັນ ແລະ ອາຫານປຸງສຸກທີ່ໄປສຳຜັດກັບອາຫານດິບ ເປັນຕົ້ນ.

+ ການຮັກສາ ແລະ ການປ້ອງກັນ:

ໂດຍປົກກະຕິ ຮ່າງກາຍຈະສ້າງພູມຕ້ານທານໄດ້ເອງ ແລະ ກໍຈະເຊົາເອງພາຍໃນ 2-3 ມື້ ໂດຍບໍ່ຈຳເປັນຕ້ອງໄປຫາໝໍ, ເຊິ່ງກໍຈະໄດ້ເບິ່ງໄປຕາມອາການຄື ໃຫ້ດື່ມນ້ຳສະອາດຫຼາຍໆ, ພັກຜ່ອນໃຫ້ພຽງພໍ, ເລືອກກິນສະເພາະອາຫານອ່ອນໆ ພ້ອມທັງເບິ່ງອາການຈົນກວ່າແນ່ໃຈວ່າຫາຍດີແລ້ວ, ແຕ່ຖ້າຫາກບໍ່ດີຂຶ້ນ ຫຼື ມີອາການຂາດນ້ຳຢ່າງຮຸນແຮງ ຄວນຮີບພາໄປຫາໝໍທັນທີ.

ສໍາລັບວິທີປ້ອງກັນ ກໍຄື: ກິນສຸກ, ກິນຮ້ອນ, ກິນສະອາດ ແລະ ລ້າງມື ເພື່ອຄວາມປອດໄພ ແລະ ຫ່າງໄກຈາກອາຫານເປັນພິດ.