ຫົວຜັກກາດຂາວ ມີປະໂຫຍດ ແລະ ສັບພະຄຸນຫຼາຍຢ່າງ, ສາມາດຊ່ວຍໃນເລື່ອງຂອງຮູບຮ່າງ, ຜິວພັນຂອງເຮົາ ແລະ ທີ່ສຳຄັນ ຫົວຜັກກາດຂາວ ຍັງສາມາດເອົາໄປປຸງແຕ່ງອາຫານໄດ້ຫຼາກຫຼາຍເມນູ ພ້ອມທັງມີລົດຊາດທີ່ເປັນເອກະລັກໃນໂຕມັນເອງ. ດັ່ງນັ້ນ, ຈຶ່ງເຮັດໃຫ້ ຫົວຜັກກາດຂາວ ຖືກນຳໄປປຸງແຕ່ງອາຫານຕ່າງໆ ບໍ່ວ່າຈະເປັນຕົ້ມຈືດ ຫຼື ເອົາໄປເຮັດຫົວຜັກກາດດອງ, ແຕ່ທ່ານຮູ້ ຫຼື ບໍ່ວ່າ ປະໂຫຍດຂອງຫົວຜັກກາດຂາວ ມັນດີຫຍັງແນ່ຕໍ່ຮ່າງກາຍ.
+ ຄຸນຄ່າທາງໂພຊະນາການຂອງ ຫົວຜັກກາດຂາວ
ຂໍ້ມູນຈາກກອງໂພຊະນາການ ໄດ້ເປີດເຜຍຄຸນຄ່າທາງໂພຊະນາການຂອງຫົວຜັກກາດຂາວ ໃນປະລິມານ 100 ກຼາມ ໄວ້ດັ່ງນີ້:
- ພະລັງງານ 22 ກິໂລແຄລໍຣີ່
- ນ້ຳ 93,7 ກຼາມ
- ໂປຼຕີນ 0,8 ກຼາມ
- ຄາໂບໄຮເດຣດ 4,8 ກຼາມ
- ໄຟເບີ້ 0,7 ກຼາມ
- ແຄວຊຽມ 43 ມິນລິກຼາມ
- ວິຕາມິນຊີ 26 ມິນລິກຼາມ ແລະ ອື່ນໆ

+ ປະໂຫຍດ ແລະ ສັບພະຄຸນຂອງຫົວຜັກກາດຂາວ
1. ລ້າງສານພິດ: ໃນຕົ້ນຕຳລັບຢາຈີນໄດ້ບອກວ່າ ຫົວຜັກກາດຂາວ ມີສັບພະຄຸນໃນການກະຈາຍສິ່ງທີ່ສະສົມໃນຮ່າງກາຍ ໂດຍມີໃຍອາຫານທີ່ຊ່ວຍໃນການລ້າງກະເພາະອາຫານ ແລະ ລຳໄສ້, ເປັນຜັກທີ່ຊ່ວຍໃນການຍ່ອຍອາຫານ ແລະ ລະບົບຂັບຖ່າຍ.
2. ມີສ່ວນຊ່ວຍຫຼຸດນ້ຳໜັກ: ຫົວຜັກກາດຂາວ ເປັນຜັກແຄລໍຣີ່ຕ່ຳ ແຖມມີໃຍອາຫານສູງ, ເມື່ອກິນຫົວຜັກກາດຂາວ ຈຶ່ງເຮັດໃຫ້ອິ່ມໄວ, ສ່ວນໃຍອາຫານກໍມີສ່ວນຊ່ວຍໃນຂະບວນການຂັບຖ່າຍ, ຊ່ວຍດີທັອກກະເພາະອາຫານ ແລະ ລຳໄສ້, ສົ່ງຜົນໃຫ້ຮ່າງກາຍດູດຊຶມສານອາຫານຕ່າງໆ ໄດ້ດີຍິ່ງຂຶ້ນ.
3. ບຳລຸງຜິວພັນ: ຫົວຜັກກາດຂາວ ບໍ່ພຽງແຕ່ມີສັບພະຄຸນໃນການຊຳລະສິ່ງຕົກຄ້າງ ໃນກະເພາະອາຫານ ແລະ ລຳໄສ້, ແຕ່ຍັງມີສ່ວນປະກອບຂອງນ້ຳຄ້ອນຂ້າງສູງ ພ້ອມມີວິຕາມິນບີ, ວິຕາມິນຊີ, ຟອສຟໍຣັສ ແລະ ສັງກະສີ ທີ່ເປັນອາຫານຊັ້ນດີຂອງເຊວຜິວ ມີສ່ວນບຳລຸງເບິ່ງແຍງໃຫ້ຜິວພັນມີຄວາມຊຸ່ມຊື່ນ ແລະ ມີນ້ຳມີນວນ.
4. ແກ້ທ້ອງອືດ ທ້ອງຜູກ ແໜ້ນທ້ອງ: ໃຍອາຫານໃນຫົວຜັກກາດຂາວ ຈະຊ່ວຍປັບສົມດຸນໃຫ້ລະບົບຍ່ອຍອາຫານ, ຊ່ວຍແກ້ອາການທ້ອງອືດ, ອາຫານບໍ່ຍ່ອຍ, ແໜ້ນທ້ອງ ລວມເຖິງອາການທ້ອງຜູກ.
5. ເສີມການເຮັດວຽກຂອງ ລະບົບພູມຄຸ້ມກັນ: ຫົວຜັກກາດຂາວ ເປັນຜັກທີ່ມີວິຕາມິນຊີຢູ່ຈຳນວນໜຶ່ງ ແລະ ຍັງມີສານອາຫານທີ່ມີປະໂຫຍດອື່ນໆ ອີກຫຼວງຫຼາຍ. ດັ່ງນັ້ນ, ການກິນຫົວຜັກກາດຂາວ ຈຶ່ງຊ່ວຍກະຕຸ້ນການເຮັດວຽກຂອງລະບົບພູມຄຸ້ມກັນຮ່າງກາຍ ໃຫ້ເຮັດວຽກໄດ້ມີປະສິດທິພາບຫຼາຍຂຶ້ນ.