ກອງປະຊຸມສະຫຼຸບວຽກງານວິຊາສະເພາະ ປະຈຳປີ 2022 ແລະ ທິດທາງແຜນການວຽກງານຈຸດສຸມ ປີ 2023 ຂອງກອງພັນ 135 (ກອງພັນກຽດຕິຍົດ ແລະ ສາຍກວດ) ກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງ ປກສ ໄດ້ຈັດຂຶ້ນໃນວັນທີ 17 ມີນາ 2023, ໂດຍການເປັນປະທານຂອງ ພັທ ພັນທະລີ ຈັນຄຳ ຮັກສາການ ຫົວໜ້າກອງພັນ 135, ເປັນກຽດເຂົ້າຮ່ວມໂດຍ ພົຈວ ພູນສະຫວັນ ພັນທະເສນາ ຫົວໜ້າກອງບັນຊາການປ້ອງກັນເຄື່ອນທີ່ ພ້ອມດ້ວຍຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນຕຳຫຼວດ ທົ່ວກອງພັນ 135 ເຂົ້າຮ່ວມ.

ໃນກອງປະຊຸມ, ພັທ ທິນນະກອນ ລືຫາຈັກ ຮອງຫົວໜ້າກອງພັນ 135 ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານ ກອງພັນ 135 ປີ 2022 ແລະ ທິດທາງແຜນການວຽກງານຈຸດສຸມ ປີ 2023 ໃຫ້ຮູ້ວ່າ:

ດ້ານວຽກງານວິຊາສະເພາະ, ຄະນະກອງພັນ 135 ໄດ້ເອົາໃຈໃສ່ນໍາພາ-ຊີ້ນຳນາຍ ແລະ ພົນຕຳຫຼວດ ເຄື່ອນໄຫວປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ວຽກງານວິຊາສະເພາະ ຕາມການມອບໝາຍຂອງການຈັດຕັ້ງຂັ້ນເທິງ ກໍຄື ກອງບັນຊາການມອບໝາຍໃຫ້ ເປັນຕົ້ນແມ່ນ ຝຶກອົບຮົມວຽກງານວິຊາສະເພາະ, ປ້ອງກັນແຂກພາຍໃນ ແລະ ຕ່າງປະເທດ, ງານບຸນປະເພນີອັນດີງາມຂອງຊາດ, ວັນສຳຄັນຕ່າງໆຂອງພັກ-ລັດ, ປ້ອງກັນກອງປະຊຸມຕ່າງໆ ທີ່ ສປປ ລາວເປັນເຈົ້າພາບ, ປ້ອງກັນບັນດາບໍລິສັດຫ້າງຮ້ານຕາມຈຸດຕ່າງໆ ທີ່ກອງບັນຊາການມອບໝາຍໃຫ້. ນອກນັ້ນ, ຍັງໄດ້ຮັກສາກຳລັງພົນໄວ້ປະຈຳການ ກຽມພ້ອມແກ້ໄຂກໍລະນີສຸກເສີນ ຕະຫຼອດ 24 ຊົ່ວໂມງ ເປັນປົກກະຕິ, ເຊິ່ງສະແດງອອກຜົນງານທີ່ເຮັດໄດ້ໃນ 1 ປີຜ່ານມາ ຄື:

  • ປະຈຳການກຽມພ້ອມແກ້ໄຂກໍລະນີສຸກເສີນ ຕະຫຼອດ 24 ຊົ່ວໂມງ
  • ກຽດຕິຍົດຮັບໃຊ້ງານຊາປະນາກິດສົບ ແລະ ວາງພວງມາລາ ຈຳນວນ 11 ຄັ້ງ
  • ປ້ອງກັນກອງປະຊຸມລະດັບອາຊຽນ ແລະ ງານສຳຄັນຕ່າງໆຂອງຊາດ ຈຳນວນ 42 ຄັ້ງ
  • ປ້ອງກັນກອງປະຊຸມ ຢູ່ສຳນັກງານ-ອົງການຕ່າງໆຂອງພັກ-ລັດ 36 ຄັ້ງ
  • ປ້ອງກັນງານມະຫາກຳກິລາຊຽງຂວາງເກມ ແລະ ງານແຂ່ງຂັນກິລາລາວລີກ ຈຳນວນ 13 ຄັ້ງ
  • ປ້ອງກັນງານບຸນປະເພນີ ແລະ ປ້ອງກັນງານອື່ນໆອີກ ຈຳນວນ 56 ຄັ້ງ
  • ໄປຊ່ວຍວຽກການນຳ ແລະ ໄປອອກແຮງງານສະຖານທີ່ສຳຄັນຕ່າງໆ ຈຳນວນ 13 ຄັ້ງ
  • ປ້ອງກັນບັນດາຈຸດຫ້າງຮ້ານຕ່າງໆ ຕາມຂອບເຂດຮັບຜິດຊອບ 39 ສະຫາຍ
  • ຝຶກແອບປະຈຳວັນວຽກວິຊາສະເພາະກອງພັນ ປະຈຳປີ 2022 ມີ 125 ສະຫາຍ
  • ສັງລວມເອກະສານເຂົ້າ-ອອກສາຍລັດ ຈຳນວນ 948 ສະບັບ

ສຳລັບທິດທາງໃນປີ 2023, ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ພາຍໃນກອງພັນ 135 ຈະເພີ່ມທະວີຄວາມຮັບຜິດຊອບ ໃນການສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ພະນັກງານ-ນັກຮົບ ເຮັດໃຫ້ແນວຄິດ ແລະ ການກະທຳມີຄວາມໜັກແໜ້ນທາງດ້ານການເມືອງ, ເຂັ້ມແຂງທາງດ້ານການຈັດຕັ້ງ, ມີຄວາມຮູ້-ຄວາມສາມາດ, ມີລະບຽບວິໄນເຂັ້ມງວດ, ມີຄວາມຊໍານິຊໍານານທາງດ້ານວິຊາສະເພາະ ໃນການເອົາໃຈໃສ່ເຮັດວຽກງານປ້ອງກັນກອງປະຊຸມຂັ້ນຕ່າງໆ, ແຂກພາຍໃນ-ຕ່າງປະເທດ, ປ້ອງກັນການນຳພັກ-ລັດ, ສຳນັກງານ-ອົງການ, ບໍລິສັດຫ້າງຮ້ານ, ງານວາງສະແດງບຸນປະເພນີ ໃຫ້ມີຄວາມສະຫງົບປອດໄພ ໂດຍເພີ່ມທະວີຄວາມຮັບຜິດຊອບສູງ ໃນການປະຈຳການກຽມພ້ອມປະຕິບັດໜ້າທີ່ ຕະຫຼອດ 24 ຊົ່ວໂມງ.

ໂອກາດນີ້, ພົຈວ ພູນສະຫວັນ ພັນທະເສນາ ຫົວໜ້າກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງ ປກສ ໄດ້ເປັນກຽດເຂົ້າຮ່ວມໂອ້ລົມຕໍ່ກອງປະຊຸມ ໂດຍທ່ານໃຫ້ທິດຊີ້ນຳຕໍ່ຄະນະພັກ-ຄະນະບັນຊາ ກອງພັນ 135 ຈົ່ງສືບຕໍ່ເອົາໃຈໃສ່ເຮັດວຽກງານການເມືອງ-ນຳພາແນວຄິດ ຕິດພັນກັບ ການແກ້ໄຂປະກົດການຫຍໍ້ທໍ້ໃນກຳລັງຢ່າງຕັ້ງໜ້າ, ສ້າງນາຍ ແລະ ພົນຕຳຫຼວດ ທົ່ວກອງພັນ 135 ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ, ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ການຈັດຕັ້ງ ແລະ ມີລະບຽບວິໄນເຂັ້ມງວດ.