ຮູບ: ສະຖານີລົດໄຟ ໃນເມືອງໂມຕິອິນ ທາງພາກກາງຂອງອິດສະຣາແອນ ວັນທີ 22 ມີນາ 2020
ຮູບ: ສະຖານີລົດໄຟ ໃນເມືອງໂມຕິອິນ ທາງພາກກາງຂອງອິດສະຣາແອນ ວັນທີ 22 ມີນາ 2020

ໃນວັນທີ 13 ມີນາ ທີ່ຜ່ານມາ, ຖະແຫຼງການຈາກ ການລົດໄຟອິດສະຣາແອນ ເປີດເຜີຍແຜນການຕິດຕັ້ງ ລະບົບແຈ້ງເຕືອນຄວາມປອດໄພ ທີ່ມີການປະຍຸກໃຊ້ປັນຍາປະດິດ ຫຼື ເອໄອ (AI) ໃຫ້ກັບລົດໄຟໂດຍສານ.

ລະບົບອີເລັກທຣິກ-ອອບຕິກ (electric-optic) ເຊິ່ງພັດທະນາໂດຍ ເຣວ ວິດເຊີນ (Rail Vision) ບໍລິສັດເຕັກໂນໂລຊີ ຂອງອິດສະຣາແອນ ສາມາດກວດຈັບມະນຸດ, ຍານພາຫະນະ, ສັດ ແລະ ພືດພັນທີ່ຢູ່ໃກ້ ຫຼື ຢູ່ເທິງລາງລົດໄຟ ດ້ວຍວິໄສທັດການເບິ່ງເຫັນສູງສຸດ 2 ກິໂລແມັດ ໃນສະພາບອາກາດ ແລະ ແສງທີ່ຫຼາກຫຼາຍ, ຈຶ່ງມີຄຸນສົມບັດຊ່ວຍປ້ອງກັນການຕຳ ແລະ ຫຼຸດເວລາທີ່ຕ້ອງໃຊ້ເພື່ອຢຸດເຄື່ອງຈັກ.

ເຣວ ວິດເຊີນ ລະບຸວ່າ: ລະບົບດັ່ງກ່າວ ໄດ້ນຳໃຊ້ລະບົບເຊັນເຊີພາບທີ່ມີຄວາມໄວ ເຂົ້າກັບ ປັນຍາປະດິດ ແລະ ເຕັກໂນໂລຊີການຮຽນຮູ້ແບບເລິກເຊິ່ງ (Deep Learning) ເພື່ອກວດຈັບ ແລະ ຈໍາແນກສິ່ງກີດຂວາງ ກ່ອນຈະດຳເນີນການແຈ້ງເຕືອນດ້ວຍພາບ ແລະ ສຽງແບບ Real Time ສຳລັບທັງຄົນຂັບ ລວມເຖິງສູນຄວບຄຸມ ແລະ ສັ່ງການ.

ນອກຈາກນັ້ນ, ບໍລິສັດ ຍັງກ່າວວ່າ: ຈະດຳເນີນການຕິດຕັ້ງລະບົບນີ້ ໃຫ້ກັບຫົວລົດໄຟ 10 ຄັນ ໃນໄລຍະທຳອິດ ເພື່ອເດີນໜ້າການທົດລອງ, ພັດທະນາ ແລະ ປັບປຸງຕໍ່ໄປ.