ໃນໄລຍະຜ່ານມາ, ກໍາລັງປ້ອງກັນເຄື່ອນທີ່ ໄດ້ເອົາໃຈໃສ່ສືບຕໍ່ລົງແກ້ໄຂປະກົດການຫຍໍ້ທໍ້ ໃນນະຄອນຫຼວງວຽງຈັນ, ຢູ່ບັນແຂວງ ສົມທົບກັບ ກຳລັງອ້ອມຂ້າງ ເຮັດໃຫ້ສະພາບການຄ້າຂາຍຢາເສບຕິດ, ລັກຊັບ, ຊີງຊັບ, ປຸ້ນຈີ້, ກຸ່ມແກ້ງແຂ່ງລົດໄວ, ໃຊ້ສຽງດັງຕາມທ້ອງຖະໜົນຫຼວງ ໄດ້ຫຼຸດໜ້ອຍຖອຍລົງ, ເປັນເຈົ້າການປ້ອງກັນກອງປະຊຸມລະດັບພາກພື້ນ-ສາກົນ, ກອງປະຊຸມສໍາຄັນຕ່າງໆຂອງພັກ, ຂອງຊາດ ແລະ ງານບຸນປະເພນີ ສາມາດຮັບປະກັນໄດ້ຄວາມສະຫງົບ-ປອດໄພ.

ແຕ່ເຖິງຢ່າງໃດກໍ່ຕາມ, ມາຮອດປັດຈຸບັນ ພວກກຸ່ມຄົນບໍ່ດີກໍຍັງມີ ແລະ ໃຊ້ທຸກກົນອຸບາຍທີ່ມີຫຼາຍຮູບຫຼາຍສີ, ທີ່ເລິກແລບຂຶ້ນກວ່າເກົ່າ, ເຊິ່ງອັນຕົ້ນຕໍພວກກຸ່ມຄົນດັ່ງກ່າວ ແມ່ນໃຊ້ການໂຄສະນາຊວນເຊື່ອຕໍ່ແນວຄິດ, ຈິນຕະນາການຂອງພະນັກງານ, ລັດຖະກອນ ແລະ ປະຊາຊົນທຸກຊັ້ນຄົນ ໂດຍໃຊ້ຫຼາຍວິທີ ແລະ ຫຼາຍຊ່ອງທາງການໂຄສະນາບິດເບືອນ. ພ້ອມດຽວກັນນີ້, ຍັງຍຸຍົງສົ່ງເສີມ, ເບື່ອເມົາໃຫ້ໄວໜຸ່ມທີ່ເປັນອະນາຄົດຂອງຊາດ ໃຫ້ຫຼົງໄຫຼນໍາຄ່ານິຍົມທີ່ບໍ່ຖືກຕ້ອງ ເຊັ່ນ: ຫຼິ້ນກິນຟຸມເຟືອຍ, ພົວພັນບັນຫາຢາເສບຕິດ, ໄພສັງຄົມ, ຈັດຕັ້ງກຸ່ມແກ້ງຂີ່ລົດກວນເມືອງ ກ້າວໄປເຖິງການເຄື່ອນໄຫວກະທໍາຜິດຕໍ່ກົດໝາຍ ເຊິ່ງເປັນການສ້າງຄວາມບໍ່ສະຫງົບຕໍ່ສັງຄົມ.

ຕໍ່ກັບບັນຫາດັ່ງກ່າວນີ້, ໃນໂອກາດທີ່ ພົຕ ຄໍາກິ່ງ ຜຸຍຫຼ້າມະນີວົງ ຄະນະປະຈໍາພັກ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ຕໍາຫຼວດ ກະຊວງ ປກສ ເຂົ້າຮ່ວມກອງປະຊຸມສະຫຼຸບວຽກງານປ້ອງກັນເຄື່ອນທີ່ ປະຈໍາປີ 2022, ເຊິ່ງທ່ານໄດ້ໃຫ້ທິດຊີ້ນໍາ 8 ຂໍ້ ຕໍ່ກໍາລັງປ້ອງກັນຄວາມສະຫງົບ ເວົ້າລວມ, ເວົ້າສະເພາະ ແມ່ນກໍາລັງປ້ອງກັນເຄື່ອນທີ່ ຕ້ອງໄດ້ເພີ່ມທະວີຄວາມຮັບຜິດຊອບສູງກວ່າເກົ່າ, ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ຕ້ອງໄດ້ຊີ້ນຳ-ນຳພາໃຫ້ແທດເຖິງ, ປັບປຸງແບບແຜນວິທີເຮັດວຽກ, ເພີ່ມທະວີປັບປຸງກຳລັງໃຫ້ໜັກແໜ້ນເຂັ້ມແຂງ, ມີຄຸນນະພາບ ແລະ ທັນສະໄໝໃນການເຄື່ອນໄຫວຕ້ານ, ສະກັດກັ້ນທຸກໜໍ່ແໜງຄວາມບໍ່ສະຫງົບ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມ, ທັງແກ້ໄຂໃຫ້ຖືກຕ້ອງສອດຄ່ອງ, ທັນເວລາ ແລະ ມີປະສິດທິຜົນ ດັ່ງນີ້:

1. ຕ້ອງເພີ່ມທະວີການສຶກສາອົບຮົມການເມືອງ-ນຳພາແນວຄິດ ໂດຍແນໃສ່ທາດແທ້ມູນເຊື້ອປະຕິວັດຂອງ ກໍາລັງປ້ອງກັນຄວາມສະຫງົບປະຊາຊົນ, ມີຄຸນສົມບັດ, ມີນໍ້າໃຈເສຍສະຫຼະ, ຮັບໃຊ້ປະຊາຊົນໃຫ້ສູງຢູ່ສະເໝີ, ເປັນກໍາລັງຂອງພັກ, ຂອງປະຊາຊົນຢ່າງແທ້ຈິງ ຕິດພັນກັບ ການປັບປຸງຍົກລະດັບຄວາມອາດສາມາດນໍາໃຊ້ເຄື່ອງມື, ອຸປະກອນທີ່ທັນສະໄໝ, ເໝາະໃນເງື່ອນໄຂປັດຈຸບັນ, ວຽກງານປ້ອງກັນເຄື່ອນທີ່ ຍິ່ງຕ້ອງໄດ້ປະເຊີນໜ້າກັບສະພາບຫຍຸ້ງຍາກ, ສັບສົນ ແລະ ສິ່ງທ້າທາຍຫຼາຍດ້ານ ຖ້າບໍ່ຕັດສິນໃຈສູງກໍຈະບໍ່ໄດ້ຮັບຜົນສໍາເລັດ.

2. ກໍາລັງປ້ອງກັນຄວາມສະຫງົບພວກເຮົາ ຕ້ອງສືບຕໍ່ເປັນຫຼັກແຫຼ່ງ ໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫ່ຍ ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫ່ຍ ຄັ້ງທີ V ຂອງຄະນະພັກກະຊວງ ພ້ອມທັງປະຕິບັດ 4 ຄາດໝາຍ 4 ແຜນງານໃຫຍ່ 41 ໂຄງການ ຢ່າງມີຈຸດສຸມ ແລະ ແທດເໝາະກັບຕົວຈິງ ນັບແຕ່ຂັ້ນກະຊວງລົງຮອດກົມກອງທ້ອງຖິ່ນ ໃຫ້ມີຜົນສຳເລັດໃນຫຼາຍດ້ານ ເປັນຕົ້ນ ດ້ານການເມືອງ, ແນວຄິດໜັກແໜ້ນ ແລະ ການຈັດຕັ້ງເຂັ້ມແຂງ.

3. ເອົາໃຈໃສ່ສ້າງ-ປັບປຸງນິຕິກໍາທີ່ກ່ຽວຂ້ອງກັບກົມກອງ, ລະບຽບການ, ກົນໄກກວດກາ-ຄຸ້ມຄອງປະຕິບັດໜ້າທີ່ຂອງພະນັກງານແຕ່ລະຂັ້ນ ໃຫ້ຫັດກຸມເພື່ອເປັນເງື່ອນໄຂ, ບ່ອນອີງໃຫ້ພະນັກງານປັບປຸງຕົນເອງ, ເສີມຂະຫຍາຍຫົວຄິດປະດິດສ້າງ, ຮັບປະກັນປົກປ້ອງພະນັກງານທີ່ກ້າຄິດ, ກ້າເຮັດ ເພື່ອຜົນປະໂຫຍດລວມ.

4. ເອົາໃຈໃສ່ກໍາແໜ້ນການເຄື່ອນໄຫວຂອງກຸ່ມຄົນບໍ່ດີ, ກົນອຸບາຍມ້າງເພທໍາລາຍຂອງສັດຕູຕໍ່ປະເທດເຮົາ ແລະ ກໍາລັງພວກເຮົາ ເພື່ອຄົ້ນຄວ້າວາງແຜນຕອບຕ້ານໃຫ້ທັນເວລາ.

5. ເອົາໃຈໃສ່ໃນການແກ້ໄຂ້ປະກົດການຫຍໍ້ທໍ້ໃນສັງຄົມ ຕາມແຜນການຂອງບັນດາສະຫາຍ ທີ່ໄດ້ກຳນົດໄວ້ນັ້ນ ໃຫ້ກາຍເປັນຂະບວນການທົ່ວສັງຄົມຢ່າງແທ້ຈິງ, ຮັບປະກັນໃຫ້ສັງຄົມມີຄວາມປອດໄພ, ຮູ້ນໍາໃຊ້ວຽກງານວິຊາສະເພາະ ເຂົ້າໃນການສະກັດກັ້ນ, ຈຳກັດແກ້ໄຂບັນຫາໄພຕໍ່ສັງຄົມ ແລະ ຄວາມໝັ້ນຄົງຂອງຊາດຢ່າງເດັດຂາດ, ໃຫ້ມີຄວາມປອດໄພ ແລະ ບໍ່ໃຫ້ມີບັນຫາຫຍັງເກີດຂຶ້ນ.

6. ຄົ້ນຄວ້າເສີມຂະຫຍາຍບົດຮຽນ ໃນການສ້າງພະລາທິການຂອງແຕ່ລະກົມກອງ, ຜູ້ຊີ້ນໍາ-ບັນຊາແຕ່ລະກົມກອງ, ສ້າງພື້ນຖານໂຄງລາງ, ສ້າງແຫຼ່ງລາຍຮັບລວມໝູ່ ໂດຍອີງໃສ່ພັດທະນາທ່າແຮງທີ່ເຮັດໃຫ້ສາມາດກຸ່ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.

7. ການປະຕິບັດແນວທາງການຕ່າງປະເທດ ສືບຕໍ່ຍາດແຍ່ງບົດຮຽນ, ທຶນຮອນ, ອຸປະກອນເຕັກນິກທີ່ທັນສະໄໝ ເພື່ອພັດທະນາກຳລັງປ້ອງກັນເຄື່ອນທີ່ ໃຫ້ເປັນກຳລັງທີ່ທັນສະໄໝຮັບໃຊ້ໜ້າທີ່ວຽກງານຂອງພັກ-ລັດ.

8. ສືບຕໍ່ຊີ້ນໍາ, ສ້າງເງື່ອນໄຂໃຫ້ອົງການຈັດຕັ້ງມະຫາຊົນ ໄດ້ເຄື່ອນໄຫວຕາມພາລະບົດບາດ ເພື່ອເປັນກຳລັງແຮງໃຫ້ກົມກອງ ໃນການເຄື່ອນໄຫວປະຕິບັດໜ້າທີ່, ເອົາໃຈໃສ່ປະຕິບັດນະໂຍບາຍທາງດ້ານວັດຖຸ ແລະ ຈິດໃຈຕໍ່ຖັນແຖວພະນັກງານ, ສະມາຊິກພັກ, ພະນັກງານປະຕິວັດອາວຸໂສ-ບຳນານ ຕາມລະບຽບການ ແລະ ເງື່ອນໄຂທີ່ພວກເຮົາສາມາດເຮັດໄດ້.

ໂດຍລວມແລ້ວ: ທິດຊີ້ນໍາ 8 ຂໍ້ ທີ່ ພົຕ ຄໍາກິ່ງ ຜຸຍຫຼ້າມະນີວົງ ຊີ້ນໍາຕໍ່ກໍາລັງປ້ອງກັນເຄື່ອນທີ່ ແມ່ນສ່ວນໜຶ່ງທີ່ການນໍາກະຊວງ ປກສ ເປັນຫ່ວງເປັນໃຍຕໍ່ກໍາລັງປ້ອງກັນເຄື່ອນທີ່ ເພື່ອນໍາໄປເປັນທິດທາງຄົ້ນຄວ້າ ແລະ ຂະຫຍາຍເປັນລະອຽດຕື່ມ, ເພື່ອເຮັດໃຫ້ກໍາລັງປ້ອງກັນເຄື່ອນທີ່ນັບມື້ນັບມີຄວາມເຕີບໃຫຍ່ເຂັ້ມແຂງ ແລະ ກາຍເປັນກໍາລັງທີ່ທັນສະໄໝເທື່ອລະກ້າວ.