ຮູບ: ເມືອງຢາງກຸງຂອງມຽນມາ ວັນທີ 2 ກຸມພາ 2023
ຮູບ: ເມືອງຢາງກຸງຂອງມຽນມາ ວັນທີ 2 ກຸມພາ 2023

ຖະແຫຼງການຈາກ ຄະນະກຳມະການກາງ ການຄວບຄຸມຢາເສບຕິດ ຂອງມຽນມາ ໃນວັນທີ 13 ມີນາ ຜ່ານມາ ໄດ້ລະບຸວ່າ: ທາງການມຽນມາ ໄດ້ຢຶດຢາກະຕຸ້ນປະສາດ ຈຳນວນ 1,1 ລ້ານເມັດ ໃນພາກພື້ນມັນຂະເລ ແລະ ລັດສານ.

ລາຍງານລະບຸວ່າ: ຕຳຫຼວດປາບປາມຢາເສບຕິດ ເຂົ້າກວດຄົ້ນຍານພາຫະນະ 2 ຄັນ ໃກ້ດ່ານເກັບຄ່າຜ່ານທາງ ຢູ່ເສັ້ນທາງສາຍມັນຂະເລ-ລ່າສ້ຽວ ໃນເວລາ 15:45 ໂມງ ຂອງວັນທີ 8 ມີນາ ຕາມເວລາທ້ອງຖິ່ນ ແລະ ຢຶດຢາກະຕຸ້ນປະສາດ ຕຳນວນ 600.000 ເມັດ.

ຕໍ່ຈາກນັ້ນ, ຕຳຫຼວດໄດ້ດຳເນີນການສືບສວນຂະຫຍາຍຜົນ ເຊິ່ງນຳໄປສູ່ການກວດຄົ້ນລົດອີກຄັນໜຶ່ງ ໃນເມືອງປະທຽງຢີ ທາງພາກພື້ນມັນຂະເລ ໃນເວລາ 16:30 ໂມງ ຂອງວັນດຽວກັນ ຕາມເວລາທ້ອງຖິ່ນ ແລະ ຢຶດຢາກະຕຸ້ນປະສາດ ຈຳນວນ 500.000 ເມັດ.

ລາຍງານລະບຸວ່າ: ຢາເສບຕິດທີ່ຢຶດໄດ້ ມີມູນຄ່າຫຼາຍກວ່າ 1 ພັນລ້ານຈ໊າດ ແລະ ມີການຕັ້ງຂໍ້ກ່າວຫາກັບກຸ່ມຜູ້ຖືກສົງໄສ 5 ຄົນ ພ້ອມດຳເນີນການສືບສວນ-ສອບສວນເພີ່ມເຕີມ.