ສຳນັກຂ່າວຕ່າງປະເທດ ລາຍງານຈາກນະຄອນຫຼວງກິນຊາຊາ ປະເທດກົງໂກ ໃນວັນທີ 8 ພຶດສະພາ ວ່າ: ເຈົ້າໜ້າທີ່ແຂວງຄີວູໃຕ້ ຕັ້ງຢູ່ໃນພາກຕາເວັນອອກຂອງກົງໂກ ລາຍງານວ່າ ນໍ້າຖ້ວມໜັກ ຍ້ອນມີຝົນຕົກຢ່າງຕໍ່ເນື່ອງ ໃນໄລຍະຫຼາຍວັນທີ່ຜ່ານມາ, ເຮັດໃຫ້ລະດັບນໍ້າໃນທະເລສາບຄີວູ ລົ້ນຝັ່ງ ແລ້ວໄຫຼເຂົ້າຖ້ວມພື້ນທີ່ຢູ່ອາໄສຂອງປະຊາຊົນ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 401 ຄົນ.

ນອກນັ້ນ, ຍັງມີຄົນໄດ້ຮັບບາດເຈັບຢ່າງໜ້ອຍ 205 ຄົນ. ແນວໃດກໍຕາມ, ມີຄວາມເປັນໄປສູງວ່າ ຈຳນວນຜູ້ເສຍຊີວິດຈະເພີ່ມຂຶ້ນອີກ ເພາະຍັງມີຄົນຫາຍສາບສູນຢ່າງໜ້ອຍ 176 ຄົນ; ແຂວງຄີວູໃຕ້ ແລະ ແຂວງໃກ້ຄຽງ ຍັງຈະປະເຊີນກັບຝົນຕົກໜັກໃນລະດູຝົນ ຈົນຮອດທ້າຍເດືອນນີ້, ອີງຕາມການລາຍງານຂອງ ສຳນັກງານພະຍາກອນສະພາບອາກາດແຫ່ງຊາດ ກົງໂກ.

ທ່ານ ເຟລິກສ໌ ຊີເຊເຄດີ ປະທານາທິບໍດີກົງໂກ ປະກາດການໄຫວ້ອາໄລທົ່ວປະເທດ ພ້ອມທັງໄດ້ຊີ້ນຳທຸກອົງການທີ່ກ່ຽວຂ້ອງ ລົງໄປຊ່ວຍເຫຼືອຜູ້ປະສົບໄພຢ່າງທົ່ວເຖິງ.

ເຂດທີ່ໄດ້ຮັບຜົນກະທົບໜັກທີ່ສຸດ ແມ່ນເຂດຄາເລເຮຂອງແຂວງຄີວູໃຕ້, ເຊິ່ງມີຊາຍແດນຕິດກັບ ປະເທດຣະວານດາ ທີ່ຍັງປະເຊີນກັບໄພນໍ້າຖ້ວມຄັ້ງໃຫຍ່ເຊັ່ນກັນ, ໂດຍນ້ຳຖ້ວມຄັ້ງນີ້ເຮັດໃຫ້ປະຊາຊົນຣະວານດາ ເສຍຊີວິດຢ່າງໜ້ອຍ 130 ຄົນ, ໂດຍຊາຍແດນໃນເຂດນີ້ມີທະເລສາບຄີວູ ເປັນຊາຍແດນທໍາມະຊາດ.

ດ້ານກະຊວງຄຸ້ມຄອງສະຖານະການສຸກເສີນ ຂອງ ຣະວານດາ ໄດ້ອອກຖະແຫຼງການການຈັດສັນງົບປະມານສຸກເສີນປະມານ 110 ຕື້ຝຣັ່ງຣາວັນດາ ເພື່ອໃຫ້ການຊ່ວຍເຫຼືອແກ່ຜູ້ປະສົບໄພນ້ຳຖ້ວມຄັ້ງນີ້; ເຊິ່ງນອກຈາກມີຜູ້ເສຍຊີວິດຫຼາຍຄົນແລ້ວ, ພື້ນຖານໂຄງລ່າງ ເຊັ່ນ: ເສັ້ນທາງສັນຈອນ, ຂົວ, ສະຖານີນ້ຳປະປາ ແລະ ເຄືອຂ່າຍສາຍສົ່ງໄຟຟ້າ ກໍໄດ້ຮັບຄວາມເສຍຫາຍ ລວມເຖິງປະຊາຊົນຫຼາຍກວ່າ 9.000 ຄົນ ບໍ່ມີທີ່ຢູ່ອາໄສ.