ຈາກເວັບໄຊປະຊາກອນໂລກ https://worldpopulationreview.com/ ໄດ້ເປີດເຜີຍດັດສະນີການຈັດອັນດັບ 10 ປະເທດ ທີ່ມີອັດຕາການເກີດອາດຊະຍາກໍາສູງສຸດ ສໍາລັບປີ 2022 ໂດຍສູດສະເລ່ຍຂອງອາຊະຍາກໍາແມ່ນ: ລວມເອົາຈໍານວນອາຊະຍາກໍາທີ່ຖືກລາຍງານຂອງທຸກປະເພດ ໂດຍປະຊາກອນທັງໝົດແລ້ວນັ້ນ ຄູນຜົນໄດ້ຮັບດ້ວຍ 100.000 (ປົກກະຕິແລ້ວລາຍງານເປັນ x ຈຳນວນອາຊະຍາກຳຕໍ່ 100.000 ຄົນ).

ແນວໃດກໍຕາມ, ແຕ່ລະປະເທດກໍມີຫຼາຍປັດໄຈການເກີດອາຊະຍາກຳທີ່ແຕກຕ່າງກັນ ​ຕົວ​ຢ່າງໃນບາງປະເທດ: ລະດັບຄວາມທຸກຍາກ ແລະ ອັດຕາການຫວ່າງງານ ມີທ່າອ່ຽງເຮັດໃຫ້ອັດຕາອາຊະຍາກຳເພີ່ມຂຶ້ນ. ​ໃນ​ນັ້ນ, ​ມີ​ການ​ປະຕິບັດ​ກົດໝາຍ​ຢ່າງ​ເຂັ້ມ​ງວດ ​ແລະ ການ​ລົງ​ໂທດ​ຢ່າງ​ຮຸນ​ແຮງ, ສິ່ງນີ້ສະແດງໃຫ້ເຫັນວ່າ ອັດຕາການເກີດອາຊະຍາກຳ ແມ່ນຫຼຸດລົງ; ນອກຈາກນີ້, ຍັງມີຄວາມສໍາພັນຢ່າງຍິ່ງລະຫວ່າງອາຍຸ ແລະ ອາຊະຍາກໍາ ໂດຍ​ຜູ້ກໍ່ອາດ​ຊະ​ຍາ​ກໍາ​ສ່ວນຫຼາຍ ແມ່ນ​​ຜູ້​ມີ​ອາຍຸ​ລະຫວ່າງ 20 ຫາ 30 ປີ.

ຕໍ່ໄປນີ້ແມ່ນຂໍ້ມູນກ່ຽວກັບ 10 ປະເທດ ທີ່ມີອັດຕາອາດຊະຍາກຳສູງສຸດ:

1. ປະເທດເວເນຊູເອລາ

ເວເນຊູເອລາ ມີດັດສະນີອາຊະຍາກຳ ສະເລ່ຍຢູ່ທີ່ 83,76 ຄັ້ງຕໍ່ປະຊາກອນ 100.000 ຄົນ, ເຊິ່ງເປັນປະເທດທີ່ ກະຊວງການຕ່າງປະເທດ ສະຫະລັດ ອາເມລິກາ ໄດ້ອອກຄໍາແນະນໍາການເດີນທາງໃນລະດັບ 4 (ບໍ່ປອດໄພ ແລະ ບໍ່ຄວນເດີນທາງ). ການທີ່ມີເຈົ້າໜ້າທີ່ສໍ້ລາດບັງຫຼວງ, ລະບົບຕຸລາການທີ່ຜິດພາດ ແລະ​ ກົດ​ໝາຍ​ຄວບ​ຄຸມ​ປືນ​ທີ່​ບໍ່​ມີ​ປະ​ສິດ​ທິ​ຜົນ ເຮັດໃຫ້ປະເທດນີ້ມີອາຊະຍາກຳເກີດຂຶ້ນຄ້ອນຂ້າງຫຼາຍ.

2. ປະເທດປາປົວນິວກິນີ

ປະເທດປາປົວນິວກິນີ ມີດັດສະນີອາຊະຍາກໍາ ຢູ່ທີ່ 80,79 ຄັ້ງຕໍ່ປະຊາກອນ 100.000 ຄົນ, ສ່ວນຫຼາຍແມ່ນຍ້ອນການປ່ຽນແປງທາງດ້ານສັງຄົມ, ເສດຖະກິດ ແລະ ການເມືອງຢ່າງໄວວາ; ຄາດຄະເນວ່າ ກຸ່ມ Raskol ອາດຈະຢູ່ເບື້ອງຫຼັງໃນການກໍ່ອາດຊະຍາກຳ. ທັງນີ້, ພູມສາດຂອງປາປົວນິວກິນີຍັງເອື້ອຍອຳນວຍໃຫ້ແກ່ການຄ້າຢາເສບຕິດ ແລະ ການຄ້າມະນຸດ.

3. ປະເທດອາຟຣິກາໃຕ້

ອາ​ຟຣິ​ກາ​ໃຕ້ ມີ​ອັດ​ຕາ​ການ​ກໍ່​ອາ​ຊະ​ຍາ​ກຳ​ສູງ​ສຸດ​ອັນ​ດັບ​ 3 ໃນ​ໂລກ ໂດຍສະເພາະການທຳຮ້າຍຮ່າງກາຍ, ການຂົ່ມຂືນ, ການຄາດຕະກຳ ແລະ ອາດຊະຍາກຳຮຸນແຮງອື່ນໆ.

ເຫດຜົນຕົ້ນຕໍແມ່ນເກີດຈາກຄວາມທຸກຍາກ, ຄວາມບໍ່ສະເໜີພາບໃນສັງຄົມ, ການຫວ່າງງານ ແລະ ການກີດກັນທາງສັງຄົມ ລວມທັງການເບິ່ງຄວາມຮຸນແຮງເປັນເລື່ອງປົກກະຕິ. ຈາກການສຳຫຼວດທາງການແພດ ອາຟຣິກາໃຕ້ ລາຍງານວ່າ: ຫຼາຍ​ກວ່າ​ໜຶ່ງ​ສ່ວນ​ສີ່​ຂອງ​ຊາຍ​ຊາວ​ອາ​ຟຣິກາ​ໃຕ້ ຍອມຮັບ​ວ່າ​ໄດ້​ກະທຳ​ການ​ຂົ່ມຂືນ​ຜູ້ຍິງ.

4. ປະເທດອັບການິດສະຖານ

ອັບກາ​ນິດສະຖານ​ ມີ​ອັດຕາ​ອາດຊະຍາ​ກຳ​ສູງ​ສຸດ​ອັນ​ດັບ​ 4 ເຊິ່ງອາຊະຍາກຳມີຢູ່ໃນຫຼາຍຮູບແບບ ເຊັ່ນ: ການສໍ້ລາດບັງຫຼວງ, ການຄາດຕະກໍາ, ການ​ຄ້າ​ຢາ​ເສບ​ຕິດ, ລັກ​ພາ​ຕົວ ​ແລະ​ ການ​ຟອກ​ເງິນ ທັງເປັນບ່ອນສະໜອງ​ຝິ່ນ​ຜິດ​ກົດໝາຍ​ໃນ​ໂລກ​​ເຖິງ 85% ​ໃນ​ປີ 2020.

ພາຍຫຼັງ ກຸ່ມ​ຕາ​ລີ​ບັນ ​ໄດ້​ຢຶດ​ປະ​ເທດ​ຄືນ​ມາ​ ໃນ​ປີ 2021, ​ໄດ້​ປະຕິຍານ​ວ່າ​ ຈະ​ທຳລາຍ​ອຸດສາຫະກຳ​ຝິ່ນ ທີ່ເປັນ​ສ່ວນ​ໜຶ່ງ​ທີ່​ສຳຄັນ​ຂອງ​ເສດຖະກິດ ​ທີ່​ເຮັດໃຫ້ປະເທດປະສົບ​ກັບ​ຄວາມ​ຫຍຸ້ງຍາກ​.

5. ປະເທດຮອນດູຣັສ

ຮອນດູຣັສ ມີດັດສະນີອາຊະຍາກໍາ ຢູ່ທີ່ 74,54 ຄັ້ງຕໍ່ປະຊາກອນ 100.000 ຄົນ ຈັດອັນດັບທີ 5 ຂອງໂລກ. ໃນປີ 2012, ສະຖິຕິການຄາດຕະກໍາໂດຍສະເລ່ຍ ຢູ່ທີ່ 20 ຄົນຕໍ່ມື້, ໂດຍມີກຸ່ມຄ້າອາວຸດ Barrio 18 ທີ່ຮູ້ຈັກໃນນາມ Mara Salvatrucha ຢູ່ເບື້ອງຫຼັງ. ສາເຫດຕົ້ນຕໍ ແມ່ນຍ້ອນເປັນເສັ້ນທາງຂົນສົ່ງຢາເສບຕິດໄປ ສະຫະລັດ ​ອາເມລິກາ ບວກ​ກັບ​ການ​ບັງ​ຄັບ​ໃຊ້​ກົດ​ໝາຍ​ທີ່ອ່ອນແອ.

6. ທຣີນີແດັດ ແອນ ໂທບາໂກ

ລັດຖະບານ ທຣີນີແດັດ ແອນ ໂທບາໂກ ຕ້ອງໄດ້ຈັດການກັບບັນຫາຕ່າງໆ ເຊັ່ນ: ການຕໍ່ຕ້ານການປ່ຽນແປງລະບົບການປົກຄອງ, ອິດທິພົນທາງລົບຂອງກຸ່ມຢາເສບຕິດ, ພາວະເສດຖະກິດຖົດຖອຍ ແລະ ລະບົບກົດໝາຍ ທັງຍັງມີການຄ້າອາວຸດທີ່ຜິດກົດໝາຍຢ່າງຫຼວງຫຼາຍ. ເປັນສະຖານທີ່​ ທີ່ມີການພົວພັນກັບການ​ຄ້າ​ຢາ​ເສບ​ຕິດ​ ແລະ​ ກິດ​ຈະ​ກໍາ​ທີ່​ກ່ຽວ​ຂ້ອງ​ກັບ​ກຸ່ມ​ກໍ່​ການ​ຮ້າຍ​, ເຊິ່ງປະຊາຊົນ ແລະ ນັກທ່ອງທ່ຽວ ມັກຈະເປັນຜູ້ຖືກເຄາະຮ້າຍຈາກການປຸ້ນຈີ້ຊິງຊັບ, ການລ່ວງລະເມີດທາງເພດ ແລະ ການສໍ້ໂກງ.

7. ປະເທດກູຢານາ

ກູຢານາ ມີອັດຕາການເກີດອາດຊະຍາກຳທີ່ສູງທີ່ສຸດອັນດັບ 8 ຂອງໂລກ ຢູ່ທີ່ 68,74 ຄັ້ງຕໍ່ປະຊາກອນ 100.000 ຄົນ ແລະ ອັດຕາການຄາດຕະກຳແມ່ນສູງກວ່າໃນ ສະຫະລັດ ອາເມລິກາ ປະມານ 4 ເທົ່າ.

ເຖິງວ່າຈະມີຂໍ້ກໍານົດການອອກໃບອະນຸຍາດປືນຢ່າງເຂັ້ມງວດ, ແຕ່ປືນແມ່ນອາວຸດທາງເລືອກ ສໍາລັບການກໍ່ຄະດີອາຍາສ່ວນຫຼາຍ. ບັນຫາສ່ວນຫຼາຍ ແມ່ນມາຈາກຄວາມຮຸນແຮງໃນຄອບຄົວ, ເຊິ່ງກົດໝາຍຄອບຄົວຍັງມີຊ່ອງຫວ່າງ; ນອກຈາກນັ້ນ, ນັກທ່ອງທ່ຽວມັກຈະຕົກເປັນເຫຍື່ອຂອງການບຸກລຸກໂຮງແຮມ, ການລັກລອບ ແລະ ການທຳຮ້າຍຮ່າງກາຍໃນໂຮງແຮມ.

8. ປະເທດເອວຊານວາດໍ

ບັນຫາສ່ວນໃຫຍ່ ແມ່ນມາຈາກອາຊະຍາກໍາທີ່ມີ 2 ກຸ່ມໃຫຍ່ທີ່ສຸດຂອງປະເທດ ຄວບຄຸມຢູ່ ຄື: MS-13 ແລະ Barrio 18, ມີສະມາຊິກກຸ່ມລະປະມານ 25.000 ຄົນ ທັງຍັງມີສະມາຊິກອີກ 9.000 ຄົນ ຢູ່ໃນຄຸກ. ນອກ​ຈາກ​ບັນຫາ​ກຸ່ມ​ໂຈນ, ຍັງມີອັດຕາການຫວ່າງງານສູງ ແລະ ຄ່າຈ້າງຕໍ່າ ທີ່ເປັນ​ສາ​ເຫດ​ໃນການກໍ່ອາຊະຍາກຳ​.

9. ປະເທດເບຣຊິນ

ປະເທດເບຣຊິນ ມີອັດຕາອາດຊະຍາກຳສູງເປັນອັນດັບທີ 7 ຂອງໂລກ, ​ເຊິ່ງ​ອັດຕາ​ອາດຊະຍາ​ກຳ​ ​ຢູ່​ທີ່ 23,6 ຄັ້ງຕໍ່ປະຊາກອນ 100.000 ຄົນ; ​ບັນຫາໃຫຍ່ທີ່ສຸດຂອງເບຣຊິນ ແມ່ນອາດຊະຍາກຳການ​ຄ້າ​ຢາ​ເສບ​ຕິດ, ການ​ສໍ້​ລາດ​ບັງ​ຫຼວງ​ ແລະ​ ການໃຊ້ຄວາມ​ຮຸນ​ແຮງ​.

10. ປະເທດຈາໄມກາ

ຈາໄມກາ ເປັນປະເທດທີ່ມີລະດັບການສໍ້ລາດບັງຫຼວງຂອງລັດຖະບານສູງ, ອາດຊະຍາກໍາຮຸນແຮງ ລວມທັງການລ່ວງລະເມີດທາງເພດ ແລະ ການ​ຄ້າ​ຢາ​ເສບ​ຕິດ.