ໃນວັນທີ 2 ພຶດສະພາ 2023, ກົມໃຫຍ່ພະລາທິການ ກະຊວງ ປກສ ໄດ້ຈັດພິທີປາຖະກະຖາຫວນຄືນມູນເຊື້ອ ວັນສ້າງຕັ້ງກໍາລັງພະລາທິການ ປກສ ຄົບຮອບ 52 ປີ (2 ພຶດສະພາ 1971-2023), ເຂົ້າຮ່ວມ ແລະ ປາຖະກະຖາໂດຍ ພົຈວ ຄໍາໄຕ ຄໍາແພງເພັດ ອະດີດຫົວໜ້າກົມໃຫຍ່ພະລາທິການ ປກສ, ມີບັນດາການນໍາກົມໃຫຍ່, ອະດີດການນໍາກົມໃຫຍ່ ພ້ອມດ້ວຍພະນັກງານອາວຸໂສບໍານານ, ຫົວໜ້າຫ້ອງ, ກົມ, ກອງ, ໂຮງໝໍ, ລັດວິສາຫະກິດ ຕະຫຼອດຮອດນາຍ ແລະ ພົນຕຳຫຼວດ ອ້ອມຂ້າງ ກົມໃຫຍ່ພະລາທິການ ເຂົ້າຮ່ວມ.

ໃນພິທີ, ພົຈວ ຄໍາໄຕ ຄໍາແພງເພັດ ໄດ້ກ່າວວ່າ:

ກຳລັງພະລາທິການ ປ້ອງກັນຄວາມສະຫງົບ ໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ  2 ພຶດສະພາ 1971, ຢູ່ຖານທີ່ໝັ້ນຂອງການປະຕິວັດ ເມືອງວຽງໄຊ ແຂວງຫົວພັນ, ໂດຍໄດ້ແຍກອອກຈາກ ພະແນກບໍລິຫານ ຂອງຫ້ອງການປ້ອງກັນຄວາມສະຫງົບສູນກາງ, ສ້າງຕັ້ງເປັນ ພະແນກພະລາທິການ ໂດຍແມ່ນ ທ່ານ ພົມມະສຸກ ນາມວົງສາ ເປັນຫົວໜ້າ, ມີພະນັກງານພຽງ 7 ສະຫາຍ, ໄດ້ແບ່ງອອກເປັນ 2 ຂະແໜງ ຄື: ຂະແໜງຄິດໄລ່ງົບປະມານ ແລະ ຂະແໜງຄຸ້ມຄອງການເບີກຈ່າຍ.

ຕໍ່ມາ, ກຳລັງພະລາທິການ ກໍໄດ້ຮັບການປັບປຸງ ແລະ ເຕີບໃຫຍ່ຂະຫຍາຍຕົວ ຄຽງບ່າຄຽງໄລ່ກັບກຳລັງວິຊາສະເພາະອື່ນໆ ໃນກຳລັງປ້ອງກັນຄວາມສະຫງົບ. ໃນປີ 1976, ໄດ້ຮັບການປັບປຸງຈາກ ພະແນກພະລາທິການ ມາເປັນ ຫ້ອງພະລາທິການ ແລະ ໃນປີ 1977, ໄດ້ປັບປຸງຈາກ ຫ້ອງພະລາທິການ ມາເປັນ ກົມພະລາທິການ; ໃນໄລຍະນັ້ນ, ມີພະນັກງານພຽງ 120 ສະຫາຍ ມີ 13 ຫົວໜ່ວຍຂຶ້ນກັບ.

ໃນແຕ່ລະໄລຍະ, ກຳລັງພະລາທິການ ກໍໄດ້ມີການປັບປຸງທາງດ້ານຈຳນວນ ແລະ ຄຸນນະພາບ ນັບແຕ່ສູນກາງລົງຮອດທ້ອງຖິ່ນ ເພື່ອໃຫ້ສອດຄ່ອງກັບສະພາບການຕົວຈິງ ແລະ ສົມຄູ່ກັບການປະຕິບັດໜ້າທີ່, ຮັບປະກັນພະລາທິການຮອບດ້ານ ໃຫ້ກຳລັງປ້ອງກັນຄວາມສະຫງົບ ແລະ ເຮັດສຳເລັດໜ້າທີ່ການເມືອງຂອງຕົນ.

ມາຮອດປີ 2011, ນາຍົກລັດຖະມົນຕີ ໄດ້ອອກດໍາລັດສະບັບເລກທີ 311/ນຍ, ລົງວັນທີ 4 ຕຸລາ 2011 ວ່າດ້ວຍ ການຍົກລະດັບຈາກ ກົມພະລາທິການ ຂຶ້ນເປັນ ກົມໃຫຍ່ພະລາທິການ. ປັດຈຸບັນ, ກົງຈັກການຈັດຕັ້ງໄດ້ເພີ່ມເປັນ 16 ຫົວໜ່ວຍຂຶ້ນກັບ.

ພ້ອມກັນນີ້, ຍັງໄດ້ຍົກໃຫ້ເຫັນເຖິງຜົນງານອັນໃຫຍ່ຫຼວງ ຕະຫຼອດໄລຍະ 52 ປີຜ່ານມາ ທີ່ກໍາລັງພະລາທິການຍາດມາໄດ້. ວຽກງານພະລາທິການ ແມ່ນວຽກງານໜຶ່ງທີ່ສຳຄັນ, ຈຳເປັນ ແລະ ຂາດບໍ່ໄດ້ຂອງກຳລັງປ້ອງກັນຄວາມສະຫງົບ ໃນການຊຸກຍູ້, ອຳນວຍຄວາມສະດວກ, ສະໜອງງົບປະມານດ້ານຕ່າງໆ, ເຄື່ອງອຸປະໂພກ-ບໍລິໂພກ, ວັດຖຸອຸປະກອນ-ເຕັກນິກ, ພາຫະນະຮັບໃຊ້, ອາວຸດຍຸດໂທປະກອນ, ນ້ຳມັນເຊື້ອໄຟ, ກໍ່ສ້າງ-ປັບປຸງເຄຫາສະຖານ, ທຳການຜະລິດ-ທຸລະກິດ, ຢາປົວພະຍາດ ຕະຫຼອດຮອດວຽກງານບໍລິການຮັກສາຄວາມປອດໄຟ, ຮັບປະກັນໃຫ້ກຳລັງປ້ອງກັນຄວາມສະຫງົບ ເຮັດສຳເລັດໜ້າທີ່ການເມືອງ ໃນແຕ່ລະໄລຍະ.