ເນື່ອງຈາກອາກາດມີປ່ຽນແປງຢູ່ຕະຫຼອດ ອາດເຮັດໃຫ້ຮ່າງກາຍເຮົາປັບສະພາບບໍ່ທັນ ກໍຈະສົ່ງຜົນເຮັດໃຫ້ເຮົາເປັນຫວັດໄດ້ງ່າຍ ເພາະວ່າຮ່າງກາຍຂອງເຮົາ ແມ່ນມີພູມຕ້ານທານໜ້ອຍ. ສະນັ້ນ, ມື້ນີ້ຈະມາແນະນຳໝາກໄມ້ 5 ຊະນິດ ທີ່ມີວິຕາມິນຊີສູງ ໃຫ້ທຸກຄົນເລືອກກິນກັນເລີຍ ເພື່ອປ້ອງກັນການເປັນຫວັດໃນເວລາອາກາດປ່ຽນແປງ.

1. ໝາກຂາມປ້ອມ:

ເປັນໝາກໄມ້ທີ່ຫາໄດ້ງ່າຍ ແຖມກິນດີ ເພາະໃນໝາກຂາມປ້ອມມີວິຕາມິນຊີສູງທີ່ສຸດ, ໂດຍມີຂໍ້ມູນຢັ້ງຢືນວ່າ ໃນໝາກຂາມປ້ອມສົດ 100 ກຼາມ ຈະມີວິຕາມິນຊີແຝງຢູ່ເຖິງ 276 ມິລິກຼາມ ຫຼື ຖ້າເອົາໝາກຂາມປ້ອມໄປຄັ້ນນ້ຳດື່ມ ກໍຈະໄດ້ວິຕາມິນຊີສູງກວ່ານ້ຳໝາກກ້ຽງ 20 ເທົ່າ; ຍ້ອນສັບພະຄຸນແບບນີ້ ໝາກຂາມປ້ອມ ເລີຍມີຄວາມສາມາດແກ້ອາການໄຂ້ຫວັດ, ຊ່ວຍລະລາຍຂີ້ກະເທີ ແລະ ແກ້ອາການໄອໄດ້ດີ.

Indian gooseberry
Indian gooseberry

2. ໝາກຂາມແປ:

ໝາກຂາມແປ ກໍມີວິຕາມິນຊີສູງບໍ່ຕ່າງຈາກໝາກຂາມປ້ອມເລີຍ, ນອກຈາກມີວິຕາມິນຊີສູງແລ້ວ ຍັງມີວິຕາມິນອີອີກດ້ວຍ. ໂດຍປົກກະຕິ ວິຕາມິນອີ ຈະບໍ່ຄ່ອຍພົບເຫັນໃນໝາກໄມ້ຫຼາຍປານໃດ ແຕ່ໝາກຂາມແປແມ່ນມີທັງວິຕາມິນຊີ ແລະ ອີ ຍິ່ງຈະຊ່ວຍປ້ອງກັນໄດ້ດີ ແລະ ມີປະສິດທິພາບສູງ ພ້ອມທັງຊ່ວຍປ້ອງກັນການອຸດຕັນຂອງຫຼອດເລືອດ, ຫຼຸດຄວາມສ່ຽງຈາກການເປັນພະຍາດຫົວໃຈ ແລະ ຍັງຊ່ວຍຜູ້ທີ່ມີບັນຫາການຂັບຖ່າຍ ເພາະໝາກຂາມແປມີເສັ້ນໃຍຫຼາຍ ຊ່ວຍໃຫ້ຂັບຖ່າຍງ່າຍຂຶ້ນແນ່ນອນ.

Tamarind
Tamarind

3. ໝາກສີດາ:

ເປັນໝາກໄມ້ທີ່ຫຼາຍຄົນກໍຮູ້ວ່າມີວິຕາມິນຊີສູງ ແລະ ຫຼາຍໆຄົນກໍມັກກິນ ແຖມກິນແລ້ວຍັງເຮັດໃຫ້ນ້ຳໜັກ ແລະ ນ້ຳຕານໃນເລືອດບໍ່ເພີ່ມຂຶ້ນ, ຄົນທີ່ເປັນເບົາຫວານກໍເລືອກກິນ ເພາະມັນບໍ່ຫວານຫຼາຍ; ໂດຍໝາກສີດາສົດ 100 ກຼາມ ຈະໃຫ້ວິຕາມິນຊີຫຼາຍເຖິງ 160 ມິລິກຼາມ, ເຊິ່ງກໍຈະພຽງພໍຕໍ່ຄວາມຕ້ອງການຂອງຮ່າງກາຍໃນ 1 ມື້. ເວລາກິນກໍບໍ່ຄວນບອກເປືອກ ເພາະວິຕາມິນຊີຈະຢູ່ໃນເປືອກເປັນສ່ວນຫຼາຍ ແລະ ຄວນກິນໝາກສີດາທີ່ໃຫຍ່ເຕັມທີ່ ແລະ ຍັງມີສີຂຽວຢູ່.

Guava fruit
Guava

4. ກີວີ:

ກີວີສີຂຽວທີ່ເປັນໜ່ວຍກົມມົນ ລົດຊາດສົ້ມໆຫວານໆ ອຸດົມໄປດ້ວຍວິຕາມິນຊີສູງເຖິງ 105 ມິລິກຼາມ ພ້ອມມີກາກໃຍຫຼາຍ, ແຄລໍຣີ່ຕ່ຳ, ເປັນໂຕເລືອກທີ່ດີສຳລັບຜູ້ທີ່ຕ້ອງການຄວບຄຸມນ້ຳໜັກ.

Kivi
Kivi

5. ລິ້ນຈີ່:

ເປັນໝາກໄມ້ທີ່ຫຼາຍໆທ່ານມັກເປັນຊີວິດຈິດໃຈ ເພາະລິ້ນຈີ່ມີລົດຊາດທີ່ສົ້ມຫວານແຊບ, ເຊິ່ງໃນລິ້ນຈີ່ຈະມີວິຕາມິນຊີ ປະລິມານ 71 ມິລິກຼາມ ຕໍ່ ລິ້ນຈີ່ 100 ກຼາມ ພ້ອມມີສັບພະຄຸນຊ່ວຍໃນເລື່ອງຂອງການບຳລຸງຫຼອດເລືອດ, ປ້ອງກັນພະຍາດກະດູກ ແລະ ແຂ້ວ, ແກ້ອາການໄອຊ້ຳເຮື້ອ, ແກ້ອາການຄັນດັງ ເພາະລິ້ນຈີ່ເປັນໝາກໄມ້ທີ່ແຊບ, ຈຶ່ງເຮັດໃຫ້ຄົນມັກ ແຕ່ຂໍ້ເສຍຂອງມັນກໍຄື ຖ້າຫາກກິນໃນປະລິມານທີ່ຫຼາຍເກີນໄປ ກໍຈະເກີດອາການຮ້ອນໃນໄດ້. ສະນັ້ນ, ຄວນກິນໃຫ້ພໍເໝາະຕໍ່ຮ່າງກາຍ.

Lychees
Lychees