ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຈັດກອງປະຊຸມສະຫຼຸບ ແລະ ມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2022 ໃນວັນທີ 17 ມີນາ 2022, ເປັນປະທານໂດຍ ສະຫາຍ ພົຈວ ປອ ສູວັນນີ ສີສຸພາບມີໄຊ ຄະນະພັກກະຊວງ ຮອງເລຂາຄະນະພັກ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ມີເລຂາ-ຮອງເລຂາໜ່ວຍພັກ, ບັນດາຫ້ອງ, ກົມກອງ, ສະມາຊິກພັກ ອ້ອມຂ້າງ ກົມໃຫຍ່ການເມືອງ ເຂົ້າຮ່ວມ.

ພົຈວ ປອ ສູວັນນີ ສີສຸພາບມີໄຊ ຄະນະພັກກະຊວງ ຮອງເລຂາຄະນະພັກ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ
ພົຈວ ປອ ສູວັນນີ ສີສຸພາບມີໄຊ ຄະນະພັກກະຊວງ ຮອງເລຂາຄະນະພັກ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ

+ ສະຫາຍ ພັອ ວັນນະເລດ ບຸດຕະວົງ ເລຂາໜ່ວຍພັກຮາກຖານ ຫົວໜ້າຫ້ອງການເມືອງ ໄດ້ຜ່ານບົດສະຫຼຸບວ່າ:

ຜ່ານການຈັດຕັ້ງປະຕິບັດຕີລາຄາຄັດເລືອກແບ່ງປະເພດສະມາຊິກພັກ, ການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2022 ມີຈໍານວນສະມາຊິກພັກເຂົ້າຮ່ວມການຕີລາຄາຄັດເລືອກແບ່ງປະເພດຕົວຈິງ ຈຳນວນ 832 ສະຫາຍ ຍິງ 291 ສະຫາຍ, ບໍ່ໄດ້ຕີລາຄາຄັດເລືອກແບ່ງປະເພດ ຈໍານວນ 66 ສະຫາຍ ຍິງ 13 ສະຫາຍ (ເຫດຜົນຍົກຍ້າຍມາໃໝ່ ແລະ ພັກປິ່ນປົວ), ເຊິ່ງຈັດແບ່ງປະເພດໄດ້ດັ່ງນີ້:

ພັອ ວັນນະເລດ ບຸດຕະວົງ ເລຂາໜ່ວຍພັກຮາກຖານ ຫົວໜ້າຫ້ອງການເມືອງ
ພັອ ວັນນະເລດ ບຸດຕະວົງ ເລຂາໜ່ວຍພັກຮາກຖານ ຫົວໜ້າຫ້ອງການເມືອງ
  • ສະມາຊິກພັກ ໄດ້ປະເພດແຂງ ມີຈໍານວນ 809 ສະຫາຍ ຍິງ 280 ສະຫາຍ, ກວມເອົາ 97,23% ທຽບໃສ່ປີ 2021 ເພີ່ມຂຶ້ນ 1,05%
  • ສະມາຊິກພັກ ໄດ້ປະເພດກາງ ມີຈຳນວນ 21 ສະຫາຍ ຍິງ 11 ສະຫາຍ, ກວມເອົາ 2,52% ທຽບໃສ່ປີ 2021 ເພີ່ມຂຶ້ນ 1,13%
  • ສະມາຊິກພັກ ປະເພດອ່ອນ ມີຈຳນວນ 1 ສະຫາຍ ກວມເອົາ 0,12% ທຽບໃສ່ປີ 2021 ເພີ່ມຂຶ້ນ 0,12 %
  • ສະມາຊິກພັກ ປະເພດເສຍທາດ ມີຈຳນວນ 1 ສະຫາຍ ກວມເອົາ 0,12% ທຽບໃສ່ປີ 2021 ເພີ່ມຂຶ້ນ 0,12%

+ ຕີລາຄາປະເພດການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ:

ຄະນະພັກກົມໃຫຍ່ການເມືອງ ປ້ອງກັນຄວາມສະຫງົບ ມີ 13 ໜ່ວຍພັກຮາກຖານ, 3 ຄະນະພັກຮາກຖານ, 13 ໜ່ວຍພັກຂຶ້ນກັບ, ໄດ້ແບ່ງປະເພດ 25 ຫົວໜ່ວຍ, ໜ່ວຍພັກທີ່ບໍ່ໄດ້ແບ່ງປະເພດ 1 ຫົວໜ່ວຍ, ໂດຍຜົນການຕີລາຄາແບ່ງປະເພດ ຄັດເລືອກໄດ້ດັ່ງນີ້:

  • ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໄດ້ຈຳນວນ 19 ໜ່ວຍພັກ, ກວມ 76%
  • ໜ່ວຍພັກກາງ 6 ໜ່ວຍພັກ ກວມ 24%
  • ໜ່ວຍພັກທີ່ບໍ່ໄດ້ແບ່ງ ແມ່ນໜ່ວຍພັກນັກສຶກສາ ຮຸ່ນທີ XVII (ໂຮງຮຽນທິດສະດີການເມືອງ) ມາໃໝ່

ທຽບໃສ່ປີ 2021 ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຈາກ 23 ຫົວໜ່ວຍ ຫຼຸດລົງເປັນ 19 ໜ່ວຍ, ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຫຼຸດລົງ 4 ໜ່ວຍພັກ, ໜ່ວຍພັກກາງ ຈາກ 2 ໜ່ວຍພັກ ເພີ່ມມາເປັນ 6 ໜ່ວຍພັກ.

+ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2022 ມີບັນດາໜ່ວຍພັກຮາກຖານ ດັ່ງນີ້:

  • ໜ່ວຍພັກຮາກຖານ ກົມໂຄສະນາອົບຮົມ
  • ໜ່ວຍພັກຮາກຖານ ກົມພັກ
  • ໜ່ວຍພັກຮາກຖານ ກົມພະນັກງານ
  • ໜ່ວຍ ພັກຮາກຖານ ກົມກໍ່ສ້າງກຳລັງ
  • ໜ່ວຍພັກຮາກຖານ ກົມປ້ອງກັນກຳລັງ
  • ໜ່ວຍພັກຮາກຖານ ກົມນະໂຍບາຍ
  • ໜ່ວຍພັກຮາກຖານ ຄະນະບໍລິຫານງານຊາວໜຸ່ມ ກະຊວງ ປກສ
  • ໜ່ວຍພັກຮາກຖານ ຫ້ອງສະຫະພັນແມ່ຍິງ ກະຊວງ ປກສ
  • ໜ່ວຍພັກຮາກຖານ ຫ້ອງການເມືອງ
  • ໜ່ວຍພັກຮາກຖານ ກົມປະກັນສັງຄົມ
  • ໜ່ວຍພັກຮາກຖານ ກົມກວດກາ-ກວດການ
  • ໜ່ວຍພັກຄຸ້ມຄອງການສຶກສາ (ໂຮງຮຽນທິດສະດີການເມືອງ)
  • ໜ່ວຍພັກນັກສຶກສາ XVI (ໂຮງຮຽນທິດສະດີການເມືອງ)
  • ໜ່ວຍພັກພະແນກບໍລິຫານ (ໂຮງຮຽນວັດທະນະທໍາ ຫຼັກ 67)
  • ໜ່ວຍພັກພະແນກສຶກສາ (ໂຮງຮຽນວັດທະນະທຳ ຫຼັກ 67)
  • ໜ່ວຍພັກພະແນກບໍລິຫານ (ກົມສື່ມວນຊົນ)
  • ໜ່ວຍພັກກອງບັນນາທິການວິທະຍຸ (ກົມສື່ມວນຊົນ)
  • ໜ່ວຍພັກກອງບັນນາທິການໜັງສືພິມ (ກົມສື່ມວນຊົນ)
  • ໜ່ວຍພັກກອງບັນນາທິການໂທລະພາບ (ກົມສື່ມວນຊົນ)

ນອກນີ້, ໜ່ວຍພັກກາງ ມີ: ໜ່ວຍພັກຮາກຖານ ຫ້ອງກຳມະບານ ກະຊວງ ປກສ, ໜ່ວຍພັກຮາກຖານ ຫ້ອງການກົມໃຫຍ່, ໜ່ວຍພັກພະແນກການເມືອງ+ຄຸ້ມຄອງ-ປ້ອງກັນ (ໂຮງຮຽນວັດທະນະທຳ ຫຼັກ 67), ໜ່ວຍພັກກອງບັນນາທິການວາລະສານ (ກົມສື່ມວນຊົນ), ໜ່ວຍພັກພະນັກງານ (ໂຮງ ຮຽນທິດສະດີການເມືອງ) ແລະ ໜ່ວຍພັກຄູ (ໂຮງຮຽນທິດສະດີການເມືອງ).