ນ້ຳມັນໝາກພ້າວເປັນນ້ຳມັນຈາກທຳມະຊາດທີ່ມີກິ່ນຫອມຫຼາຍ ບໍ່ວ່າຈະຮັບປະທານ ຫຼື ໃຊ້ທາຜິວໜັງກໍດີຕໍ່ສຸຂະພາບໝົດທຸກຢ່າງ ເພາະນ້ຳມັນໝາກພ້າວ ເປັນພະລັງງານຮ້ອນຊ່ວຍລະລາຍໄຂມັນບໍດີໃນໃນຮ່າງກາຍໃຫ້ຫຼຸດອອກມາໄດ້.

ດັ່ງນັ້ນ, ຈຶ່ງມີການນຳນ້ຳມັນໝາກພ້າວ ມາປຸງແຕ່ງອາຫານ ເພື່ອຮັບປະທານ ຫຼື ຮັບປະທານກ່ອນອາຫານ ເຊິ່ງມັນຈະມີຜົນດີສາມາດເຜົາຜານໄຂມັນອອກຈາກຮ່າງກາຍໄດ້. ສະນັ້ນ, ຈຶ່ງບໍ່ເຮັດໃຫ້ຕຸ້ຍຄົນ ດັ່ງນັ້ນທີ່ມີໄຂມັນຫຼາຍຄວນຮັບປະທານເພື່ອເຮັດໃຫ້ໄຂມັນໃນ ຮ່າງກາຍຄ່ອຍໆຫຼຸດລົງ.

ໃນລະດູໜາວມັກເຮັດໃຫ້ ຜິວໜັງແຫ້ງແຕກຈົນບາງຄົນມີເລືອດຊຶມອອກມາບໍ່ວ່າຈະເປັນ ຮີມສົບ, ແຂນ, ຂາ ຫຼື ສົ້ນຕີນ ແລະ ສ່ວນຕ່າງໆຂອງຮ່າງກາຍ; ຖ້າເປັນ ດັ່ງນັ້ນໃຫ້ເອົານ້ຳມັນໝາກພ້າວມາທາ ເພື່ອບັນເທົາຄວາມເຈັບປວດ. ເນື່ອງຈາກວ່າ ນ້ຳມັນໝາກພ້າວ ສາມາດຊຶມເຂົ້າຜິວໜັງໄດ້ ໄວ, ບໍ່ໜຽວ ແລະ ເມື່ອເຮົາໃຊ້ ແລ້ວມັນບໍ່ມີຜົນຂ້າງຄຽງຕາມມາ ເພາະເປັນນ້ຳມັນມາຈາກທຳມະ ຊາດ 100% ນັ້ນເອງ ເມື່ອທາ ແລ້ວຈະເຮັດໃຫ້ຜິວໜັງຊຸ່ມຊື່ນ.