ນັກວິໄຈມະຫາວິທະຍາໄລ ເວສເວີຈີເນຍ ຂອງອາເມລິກາ ສອນໃຫ້ທຸກຄົນໝັ່ນຮັກສາສຸຂະພາບປາກ ແລະ ແຂ້ວ ດ້ວຍການຖູແຂ້ວ ແລະ ໃຊ້ເສັ້ນໄໝຂັດແຂ້ວ ຈະຊ່ວຍໃຫ້ພົ້ນຈາກການເກີດພະຍາດຫົວໃຈວາຍ, ອຳມະພາດຕະຫຼອດຈົນຮອດຄວາມຈຳເສື່ອມ. ການຖູແຂ້ວ, ການຂູດຫີນປູນເປັນປະຈຳ. ນອກຈາກຈະຊ່ວຍເຮັດໃຫ້ປາກສະອາດແລ້ວຍັງຫຼຸດໂອ ກາດສ່ຽງເປັນພະຍາດສະໝອງເສື່ອມ ແລະ ອຳມະພາດໄດ້ອີກ.

ທ່ານ ດຣ. ຣີຊາດເຄຣາ ຜູ້ ຊ່ຽວຊານພະຍາດເຫືອກແນະນຳ ວ່າ: ຜູ້ສູງອາຍຸຄວນຈະຮູ້ໄວ້ວ່າ ການຮັກສາສຸຂະພາບປາກເປັນປະ ຈຳມີຄວາມສຳຄັນຫຼາຍ ແລະ ຊ່ວຍ ບໍ່ໃຫ້ເກີດພະຍາດໄດ້. ຄະນະນັກ ໄດ້ສຶກສາກັບຜູ້ທີ່ມີ ອາຍຸ 70 ປີ ຂຶ້ນໄປຈຳນວນ 270 ຄົນ ໂດຍຈະກວດສຸຂະພາບປາກ ແລະ ທົດສອບຄວາມຈື່ຈຳຈິ່ງຮູ້ວ່າຜູ້ເຖົ້າເຫຼົ່່ານັ້ນ 23% ກຳລັງປ່ວຍ ເປັນ ພະຍາດຄວາມຈຳເສື່ອມລະດັບ ອ່ອນຈົນເຖິງລະດັບປານກາງ.

ຖ້າທ່ານເປັນພະຍາດເຫືອກຈະມີໂອກາດເກີດການອັກເສບລະດັບສູງຕາມມາ, ເຊິ່ງຕອນນີ້ຜູ້ຊ່ຽວ ຊານກຳລັງຄົ້ນຫາເຄື່ອງຊີ້ບອກລະດັບຄວາມອັກເສບໃນເລືອດ ເພື່ອຈະເບິ່ງວ່າມັນກ່ຽວພັນກັບຄວາມຈຳຂະໜາດໃດ.