ການນອນເປັນສິ່ງໜຶ່ງທີ່ສຳຄັນໃນຊີວິດປະຈຳວັນ ແລະ ແຕ່ລະຄົນກໍຈຳເປັນຕ້ອງໄດ້ພັກຜ່ອນນອນຫຼັບໃຫ້ພຽງພໍ; ນອນຫຼັບໃນໄລຍະເວລາທີ່ເໝາະສົມ ແລະ ຢ່າງໜ້ອຍຄວນນອນໃຫ້ໄດ້ 7-9 ຊົ່ວໂມງ ພຽງເທົ່ານີ້ເຮົາກໍຈະມີລະບົບພູມຕ້ານທານທີ່ດີ, ມີລະບົບປະສາດທີ່ສົມບູນ, ລະບົບຫົວໃຈ ແລະ ຫຼອດເລືອດແຂງແຮງ.

ບັນຫາການນອນບໍ່ຫຼັບ ເປັນບັນຫາດ້ານສຸຂະພາບຂອງຄົນເຮົາ ອີກໜຶ່ງບັນຫາ, ຈາກຜົນການວິໄຈ ຫຼາຍສະຖາບັນທົ່ວໂລກ ຄົ້ນພົບຄືກັນວ່າ: ບັນຫາໃນການນອນຫຼັບພັກຜ່ອນບໍ່ພຽງພໍກໍ່ໃຫ້ເກີດຜົນເສຍຕໍ່ສຸຂະພາບຫຼາຍດ້ານເຊັ່ນ:

  1. ຈາກການວິໄຈທີ່ພິມລົງໃນວາລະສານ Journal of Clinical Sleep Medicine ປີ 2008 ຂອງອາເມລິກາ ຂຽນໄວ້ວ່າ: ຄົນທີ່ມີບັນຫາໃນການນອນມີຜົນກະທົບມາຈາກການຮັບປະທານອາຫານທີ່ມີຄໍເລັດສະເຕີຣອນ, ໂປຣຕີນ ແລະ ໄຂມັນສູງ, ຖ້າເປັນ ຜູ້ຍິງ ຍິ່ງມີຜົນກະທົບຮຸນແຮງກວ່າຜູ້ຊາຍ. ຜົນວິໄຈພົບວ່າ ຜູ້ທີ່ນອນໜ້ອຍກວ່າມື້ລະ 7 ຊົ່ວໂມງ ມີທ່າອ່ຽງຈະເຮັດໃຫ້ຕຸ້ຍໄດ້ງ່າຍກວ່າຄົນທີ່ນອນຫຼາຍກວ່ານັ້ນ, ທັງນີ້, ການນອນໜ້ອຍ ຍັງເຮັດໃຫ້ລະບົບເຮັດວຽກຂອງຮໍໂມນຜິດປົກກະຕິ ເຮັດໃຫ້ຮູ້ສຶກຢາກອາຫານຜິດປົກກະຕິ ໂດຍມັນຈະເພີ່ມຣໍໂມນທີ່ເປັນຮໍໂມນຢາກອາຫານ ເຮັດ ໃຫ້ຢາກອາຫານຫຼາຍຂຶ້ນ.

2. ເພີ່ມໂອກາດເປັນພະຍາດເບົາຫວານຫຼາຍຂຶ້ນ: ຜົນວິໄຈທີ່ ພິມລົງໃນວາລະສານ Archives of Internal Medicine ປີ 2005 ຄົ້ນພົບວ່າຄົນທີ່ນອນມື້ ລະ 5 ຊົ່ວໂມງ ຫຼື ໜ້ອຍກວ່າ ນັ້ນມີຄວາມສ່ຽງເປັນພະຍາດເບົາຫວານສູງກວ່າຄົນທົ່ວໄປເຖິງ 2,5 ເທົ່າ, ໃນຂະນະທີ່ຄົນນອນມື້ລະ 6 ຊົ່ວໂມງ ມີອັດຕາສ່ຽງພຽງ 1,7 ເທົ່າ.

3. ສ່ຽງຕໍ່ການເປັນພະຍາດຫົວໃຈ: ການສຶກສາຂອງທີມແພດ ໃນອາເມລິກາ ໃນປີ 2003 ເຫັນ ວ່າ 45% ຂອງປະຊາກອນທີ່ມີບັນຫາຫົວໃຈວາຍກະທັນຫັນເປັນ ຜູ້ຍິງທີ່ນອນມື້ລະ 5 ຊົ່ວໂມງ ຫຼື ໜ້ອຍກວ່ານັ້ນ. ນອກນັ້ນ, ການນອນໜ້ອຍເກີນໄປ ຍັງເຮັດໃຫ້ ແຄວຊຽມໄປຈັບຢູ່ເສັ້ນເລືອດຫົວໃຈຫຼາຍຂຶ້ນ ເປັນສາເຫດຂອງການເກີດຫົວໃຈວາຍໄດ້.

4. ຄວາມດັນເລືອດສູງ: ການນອນບໍ່ພຽງພໍ ສົ່ງຜົນຕໍ່ການເພີ່ມຂຶ້ນຂອງຄວາມດັນເລືອດໃນລະ ຫວ່າງມື້ ແລະ ຫາກເປັນແບບນີ້ ຕະຫຼອດ ກໍຈະເຮັດໃຫ້ເປັນພະ ຍາດຄວາມດັນເລືອດສູງໄດ້ ແລະ ເຮັດໃຫ້ສ່ຽງຕໍ່ການເກີດພະຍາດອື່ນໆອີກ.

5. ຮ່າງກາຍເສຍສົມດຸນ: ຜົນວິໄຈໃນວາລະສານ Journal of Gerontology ປີ 2007 ບັນ ທຶກໄວ້ວ່າ: ຄົນທີ່ນອນບໍ່ພໍມັກຕື່ນຕອນກາງຄືນ, ຫຼັບໆ, ຕື່ນໆ, ນອນຫຼັບບໍ່ແຈບ ມີຄວາມສ່ຽງຕໍ່ຮ່າງກາຍຂາດຄວາມສົມດຸນໄດ້ຫຼາຍກວ່າຄົນທີ່ນອນພຽງພໍເຖິງ 2-4,5 ເທົ່າ.

6.​ເກີດຄວາມເຄັ່ງຕຶງ ແລະ ຫງຸດຫງິດງ່າຍ: ບໍ່ວ່າຜູ້ໃຫຍ່ ຫຼື ເດັກນ້ອຍ ກໍຈະພົບບັນຫາຜົນກະ ທົບເລື່ອງນີ້ໄດ້ຫຼາຍ, ການນອນ ບໍ່ພໍ ຈະເຮັດໃຫ້ອາລົມຫງຸດຫງິດ, ເຄັ່ງ ຕຶງງ່າຍ, ເຮັດໃຫ້ໃຈຮ້າຍ ຫຼື ອາລົມຮ້າຍຫຼາຍຂຶ້ນ.

7. ຄວາມສະຫຼາດອາດຫຼຸດລົງ: ການນອນທີ່ພຽງພໍ ຈະຊ່ວຍ ໃຫ້ສົ່ງເສີມການຮຽນຮູ້, ຈາກການວິໄຈຂອງທີມແພດ Harvard Women’s Health Watch ຄົ້ນພົບວ່າ: ຖ້ານອນຫຼັບພຽງພໍ ສະ ໝອງຂອງຄົນເຮົາຈະສາມາດຮັບ ຂໍ້ມູນໃໝ່ໄດ້ຫຼາຍຂຶ້ນ, ຈື່ໄດ້ງ່າຍ ຂຶ້ນ. ນັກວິໄຈ ຄົ້ນພົບວ່າ ຖ້າໄດ້ນອນຫຼັບຫຼັງການຮຽນຮູ້ ຄົນຜູ້ນັ້ນ ຈະເຮັດຂໍ້ສອບເສັງໄດ້ດີກວ່າຄົນທີ່ບໍ່ໄດ້ນອນ. ນອກຈາກນີ້, ຜົນວິໄຈຈາກມະຫາວິທະຍາໄລລອນດອນ ປະເທດອັງກິດ ຍັງຄົ້ນພົບ ວ່າ ການນອນໜ້ອຍກວ່າມື້ລະ 6 -8 ຊົ່ວໂມງ ຈະເຮັດໃຫ້ສະໝອງເຖົ້າເພີ່ມຂຶ້ນ 4-7 ປີ ແລະ ຄວາມສາມາດໃນການຈື່ຈຳກໍຈະຫຼຸດລົງ.

8. ນອນໜ້ອຍເຮັດໃຫ້ຄວາມ ງາມຫຼຸດລົງ: ຂໍ້ນີ້ຫຼາຍຄົນອາດຈະບໍ່ເຂົ້າໃຈວ່າ ມັນເກີດຂຶ້ນໄດ້ແນວໃດ. ນັກວິໄຈຊາວຊູແອັດໄດ້ລອງຖາຍຮູບຂອງຜູ້ເຂົ້າຮ່ວມທົດລອງສອງຄັ້ງ, ຄັ້ງທຳອິດ ພວກກ່ຽວໄດ້ນອນຫຼັບຄົບ 8 ຊົ່ວໂມງ ຈາກນັ້ນກໍໃຫ້ຕື່ນ, ຢູ່ປະມານ 31 ຊົ່ວ ໂມງ ແລ້ວໃຫ້ນອນຫຼັບພຽງ 5 ຊົ່ວໂມງ ແລ້ວຈຶ່ງຖ່າຍຮູບຊໍ້າອີກຄັ້ງ ຜົນປະກົດອອກມາວ່າຮູບທີ່ຖ່າຍຕອນຫຼັງນັ້ນ ມີຄວາມງາມຫຼຸດລົງ 4%, ໜ້າຕາສົດຊື່ນໜ້ອຍລົງ 6%. ການນອນທີ່ພຽງພໍ ຈະເຮັດໃຫ້ໜ້າຕາສົດຊື່ນ, ຜິວພັນສົດໃສໄດ້.

ຮ່າງກາຍຂອງຄົນເຮົາ ນອກ ຈາກຕ້ອງການອາຫານ ແລະ ການ ອອກກຳລັງກາຍແລ້ວ, ການພັກ ຜ່ອນ ແລະ ນອນຫຼັບ ກໍເປັນອີກຢ່າງໜຶ່ງທີ່ຄວນໃຫ້ຄວາມສຳຄັນ; ການນອນຫຼັບບໍ່ພຽງພໍ ຈະກໍ່ໃຫ້ ເກີດບັນຫາສຸຂະພາບຕາມມາ. ດັ່ງນັ້ນ, ຄວນນອນພັກຜ່ອນໃຫ້ພຽງພໍໃນແຕ່ລະມື້ ບໍ່ຄວນໃຫ້ຫຼຸດ 8 ຊົ່ວໂມງ.