ໜ້າຫຼັກ Tags ສະພາບອາກາດປ່ຽນແປງ

Tag: ສະພາບອາກາດປ່ຽນແປງ

UN ເຕືອນການເກີດເອວນິນໂຢຮອບໃໝ່! ໂລກຈະຮ້ອນຂຶ້ນຕື່ມ

ປາກົດ​ການເອວນິນໂຢ ຈະ​ເກີດ​ຂຶ້ນ​ໃນ​ອີກບໍ່ເທົ່າໃດ​ເດືອນ​ຂ້າງ​ໜ້ານີ້, ຈຶ່ງຮຽກຮ້ອງ​ປະ​ຊາ​ຊົນ​ຂອງ​ໂລກ​​ ກະ​ກຽມ​ຮັບມືກັບສະພາບອາກາດທີ່ຈະຮ້ອນຂຶ້ນ

ເດືອນກໍລະກົດ ປີນີ້ ທົ່ວໂລກຮ້ອນທີ່ສຸດ ເປັນປະຫວັດສາດ

ຂໍ້ມູນຂອງ ສະຫະພາບເອີຣົບ ຫຼື ອີຢູ ເປີດເຜີຍ ໃນວັນທີ 5 ສິງຫາ ທີ່ຜ່ານມາ ວ່າ: ເດືອນກໍລະກົດ ປີນີ້ ທົ່ວໂລກມີອາກາດຮ້ອນທີ່ສຸດ ເປັນປະຫວັດສາດ ລົບສະຖິຕິເດືອນກໍລະກົດ ປີ 2016 ທີ່ຮ້ອນເພາະ ປະກົດການເອວນີໂອຮຸນແຮງ ແລະ ພາວະໂລກຮ້ອນ.
Six people have reportedly died as a tornado swept through a city in northeast China’s Liaoning province.

ທໍນາໂດຖະຫຼົ່ມເມືອງ ເສຍຊີວິດແລ້ວ 6 ບາດເຈັບເກືອບ 200

ໃນວັນທີ 4 ກໍລະກົດ, ສຳນັກຂ່າວ ຣອຍເຕີ ແລະ ສະເຕຣດທາມ ລາຍງານສະຖານະການ ສະພາບອາກາດປັ່ນປ່ວນ ໃນເມືອງໄຄຢວນ ທາງທິດຕາເວັນອອກສຽງເໜືອຂອງຈີນ ຫຼັງຈາກປະເຊີນກັບ ພາຍຸທໍນາໂດ ທີ່ມີຄວາມໄວລົມຫຼາຍກວ່າ 80 ກິໂລແມັດຕໍ່ຊົ່ວໂມງ ເຄື່ອນທີ່ພັດຖະຫຼົ່ມ ເຂດພັດທະນາເສດຖະກິດ ໃຈກາງເມືອງ ໃນເວລາ 17:15 ໂມງ...

ພາຍຸຝົນ-ຟ້າຮ້ອງ ຖະຫຼົ່ມທາງໃຕ້ຂອງ ເນປານ

ເກີດເຫດພາຍຸຝົນ ພັດຖະຫຼົ່ມທາງພາກໃຕ້ຂອງປະເທດເນປານ ໃນວັນທີ 31 ມີນາ ທີ່ຜ່ານມາ ເຮັດໃຫ້ມີຜູ້ເສຍຊີວິດແລ້ວ 25 ຄົນ, ບາດເຈັບຫຼາຍຮ້ອຍຄົນ, ບ້ານເຮືອນພັງເສຍຫາຍ, ຕົ້ນໄມ້ ແລະ ເສົາໄຟຟ້າຫຼົ້ມຊະຊາຍ. ເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນ ເປີດເຜີຍວ່າ:

ອາກາດໃນເມືອງຫຼວງ ຂອງ ອັບການິດສະຖານ ເປັນພິດຢ່າງຮ້າຍແຮງ

ຂ່າວຕ່າງປະເທດລາຍງານ ໃນວັນທີ 21 ມັງກອນ ນີ້ວ່າ: ຊາວນະຄອນຫຼວງຄາບູນ ຂອງ ອັບການິດສະຖານ ປະເຊີນກັບເຫດການຄວາມບໍ່ສະຫງົບມາເປັນເວລາດົນນານ ແລະ ກຳລັງປະເຊີນກັບບັນຫາອີກ ໃນໄລຍະລະດູໜາວນີ້ ໂດຍອາກາດເປັນຄວັນພິດ ແຜ່ປົກຄຸມໄປທົ່ວເມືອງເປັນເວລາຫຼາຍອາທິດແລ້ວ ໂດຍສາເຫດມາຈາກຫຼາຍຢ່າງປະກອບກັນ. ບັນຫາອາກາດເປັນຄວັນພິດ ແຜ່ປົກຄຸມໄປທົ່ວເມືອງ

ສະພາບອາກາດປ່ຽນແປງ ເຮັດໃຫ້ຫຼາຍພື້ນທີ່ທົ່ວໂລກ ຮ້ອນຈັດ – ນ້ຳຖ້ວມ

ຂ່າວຕ່າງປະເທດລາຍງານໃນວັນທີ 26 ກໍລະກົດນີ້ວ່າ: ເຫດໄຟປ່າທີ່ຮຸນແຮງທີ່ສຸດໃນຮອບ 100 ປີໃນເອີຣົບ ສົ່ງຜົນໃຫ້ມີຜູ້ເສຍຊີວິດໃນເກຼັກ ເພີ່ມຂຶ້ນເປັນຢ່າງໜ້ອຍ 81 ຄົນ, ບາດເຈັບອີກ 187 ຄົນ, ເຜົາໄໝ້ບ້ານເຮືອນ ກັບ ຜືນປ່າ ຈົນເຫຼືອແຕ່ຊາກ ແລະ ຕົວເລກຜູ້ຫາຍສາບສູນ ອາດເພີ່ມຂຶ້ນຫຼາຍກວ່າສະຖິຕິໄຟປ່າທີ່ເຄີຍເກີດຂຶ້ນທີ່ເກາະເອເວຍ ທາງພາກໃຕ້ຂອງເກຼັກ ເມື່ຶອປີ 2007 ນຳອີກ...