ພາຍຸຝົນ ພັດຖະຫຼົ່ມ ເນປານ ຢ່າງໜັກ

ເກີດເຫດພາຍຸຝົນ ພັດຖະຫຼົ່ມທາງພາກໃຕ້ຂອງປະເທດເນປານ ໃນວັນທີ 31 ມີນາ ທີ່ຜ່ານມາ ເຮັດໃຫ້ມີຜູ້ເສຍຊີວິດແລ້ວ 25 ຄົນ, ບາດເຈັບຫຼາຍຮ້ອຍຄົນ, ບ້ານເຮືອນພັງເສຍຫາຍ, ຕົ້ນໄມ້ ແລະ ເສົາໄຟຟ້າຫຼົ້ມຊະຊາຍ.

ເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນ ເປີດເຜີຍວ່າ:

ພາຍຸຝົນພັດຖະຫຼົ່ມເຂດບາຣາ ໃນແຂວງໝາຍເລກສອງ ແລະ ພື້ນທີ່ໃກ້ຄຽງ;

ທາງເຈົ້າໜ້າທີ່ຄົ້ນຫາ ແລະ ໜ່ວຍກູ້ໄພ ໄດ້ອອກຊ່ວຍເຫຼືອຜູ້ປະສົບໄພແລ້ວ ຈົນຂະນະນີ້ພົບຜູ້ເສຍຊີວິດ 25 ຄົນ ໂດຍຄາດຄະເນວ່າ ຈຳນວນຜູ້ເສຍຊີວິດຈະເພີ່ມຂຶ້ນອີກ ເພາະຍັງມີຂໍ້ມູນເພີ່ມເຂົ້າມາເລື້ອຍໆ.

ທ່ານ ເຄພີ ຊາມາ ໂອລີ ນາຍົກລັດຖະມົນຕີ ສະແດງຄວາມເສຍໃຈທີ່ຮູ້ວ່າ ມີຜູ້ເສຍຊີວິດ 25 ຄົນ, ບາດເຈັບ 400 ຄົນ ພ້ອມທັງສັ່ງເຮລິຄອບເຕີກູ້ໄພ ກຽມພ້ອມອອກປະຕິບັດໜ້າທີ່ໃນທັນທີ. ທັ້ງນີ້, ດ້ານ ເອເອບພີ ລະບຸວ່າ: ປົກກະຕິແລ້ວ ພາຍຸຝົນ ໄລຍະລະດູໃບໄມ້ປົ່ງ ບໍ່ເຄີຍສ້າງຄວາມເສຍຫາຍໃຫ້ ເນປານ ໜັກຂະໜາດນີ້ເລີຍ.