ຊີ້ນຳ ກຳລັງກໍ່ສ້າງຮາກຖານ ກຳສະພາບການເໜັງຕີງຂອງພົນລະເມືອງ ໃຫ້ຈະແຈ້ງ-ຊັດເຈນ

0
1625
ຄະນະປະທານ

ພົຈວ ຄໍາສາຍ ຈັນທະວົງ ຫົວໜ້າກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ (ກົມ 509) ກະຊວງ ປກສ ໄດ້ລົງຊີ້ນໍາກໍາລັງກໍ່ສ້າງຮາກຖານການເມືອງ ຢູ່ ກອງບັນຊາການ ປກສ ເມືອງ 5 ເມືອງ ແຂວງບໍ່ແກ້ວ ຄື: ເມືອງປາກທາ, ເມືອງຜາອຸດົມ, ເມືອງຫ້ວຍຊາຍ, ເມືອງຕົ້ນເຜີ້ງ ແລະ ເມືອງເມີງ ໂດຍເນັ້ນໃຫ້ຄະນະຮັບຜິດຊອບເກັບກຳສະພາບການເໜັງຕີງຂອງພົນລະເມືອງ ໃຫ້ຈະແຈ້ງ-ຊັດເຈນ ເພື່ອເປັນຂໍ້ມູນ ແລະ ອຳນວຍຄວາມສະດວກໃນການປະຕິບັດໜ້າທີ່ວຽກງານຂອງແຕ່ລະພາກສ່ວນ ໃນໂອກາດທີ່ເຄື່ອນໄຫວຕິດຕາມກວດກາວຽກງານວິຊາສະເພາະ ໃນອາທິດທີ່ຜ່ານມາ. 

ຊີ້ນໍາກໍາລັງກໍ່ສ້າງຮາກຖານການເມືອງ ຢູ່ ກອງບັນຊາການ ປກສ ເມືອງ 5 ເມືອງ ແຂວງບໍ່ແກ້ວ

ການພົບປະກັບກໍາລັງ ປກສ ຢູ່ຮາກຖານໃນຄັ້ງນີ້ ພົຈວ ຄຳສາຍ ຈັນທະວົງ ໄດ້ຮັບຟັງການລາຍງານສະພາບການຂອງ ບັນດາກອງບັນຊາການ ປກສ ເມືອງ ໃນການຈັດຕັ້ງປະຕິບັດການເຄື່ອນໄຫວ ໍວຽກງານ ໃນໄລຍະຜ່ານມາ ເຊິ່ງແຕ່ລະເມືອງໄດ້ເອົາໃຈໃສ່ຫັນເອົາກໍາລັງລົງກໍ່ສ້າງຮາກຖານການເມືອງ ຕິດພັນກັບ ການພັດທະນາຊົນນະບົດຮອບດ້ານຕາມແຜນການສ້າງບ້ານ ແລະ ກຸ່ມບ້ານພັດທະນາຕາມທິດນຳ 3 ສ້າງ ໂດຍປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ກວດກາ, ຄຸ້ມຄອງການເໜັງຕີງຂອງພົນລະເມືອງ, ການໂຍກຍ້າຍຖິ່ນຖານໄປ-ມາ, ຄົນມາພັກເຊົາຊົ່ວຄາວ, ຄົນມີໜ້າຊົ່ວຄາວ, ຄົນຫຼຸດ-ຄົນເພີ່ມ, ຂຶ້ນທະບຽນສຳມະໂນຄົວ, ກວດກາ, ປັບປຸງອອກປຶ້ມສຳມະໂນຄົວ ແລະ ອອກບັດປະຈຳຕົວແບບໃໝ່, ສຸມໃສ່ປັບປຸງວຽກງານ ປກສ ບໍລິການປະຊາຊົນ ແລະ ປກສ ບ້ານ ໃຫ້ຮັບປະກັນຄຸນນະພາບ ແລະ ປະລິມານບຳລຸງຝຶກອົບຮົມວິຊາສະເພາະ ໃຫ້ກຳລັງ ປກສ ບໍລິການປະຊາຊົນ ແລະ ປກສ ກຸ່ມບ້ານ ໃຫ້ມີຄວາມຮູ້ຄວາມສາມາດ, ເຂົ້າໃຈຕໍ່ພາລະບົດບາດ, ສິດໜ້າທີ່ຂອງຕົນ, ປັບປຸງວຽກງານປ້ອງກັນຄວາມສະຫງົບ ຢູ່ຮາກຖານບ້ານໃຫ້ມີຄວາມໜັກແໜ້ນເຂັ້ມແຂງ.

ໂອການນີ້, ພົຈວ ຄໍາສາຍ ຈັນທະວົງ ໄດ້ຊີ້ນໍາໃຫ້ບັນດາພະນັກງານກໍ່ສ້າງຮາກຖານແຕ່ລະເມືອງ ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານວິຊາສະເພາະ ດ້ວຍຄວາມຮັບຜິດຊອບສູງ, ສົມທົບກັບ ພາກສ່ວນທີ່ກ່ຽວຂ້ອງ ແຕ່ສູນກາງລົງຮອດທ້ອງຖິ່ນ ໃຫ້ເປັນເອກະພາບກັນ, ຊີ້ນຳກຳລັງ ປກສ ກຸ່ມບ້ານ ໃຫ້ເຮັດວຽກງານເກັບກຳ-ກວດກາ, ຈົດທະບຽນຄຸມຄອງສຳມະໂນຄົວ ເພື່ອເກັບກຳສະພາບການເໜັງຕີງຂອງພົນລະເມືອງ ໃຫ້ຈະແຈ້ງ-ຊັດເຈນ ເພື່ອເປັນຂໍ້ມູນ ແລະ ອຳນວຍຄວາມສະດວກໃນການປະຕິບັດໜ້າທີ່ວຽກງານຂອງແຕ່ລະພາກສ່ວນ, ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ ພາຍໃນເມືອງໃຫ້ນັບມື້ຫຼຸດໜ້ອຍຖອຍລົງ.

ນອກນີ້, ໃຫ້ພະນັກງານ-ນັກຮົບເອົາໃຈໃສ່ສົມທົບກັບ ບັນດາກຸ່ມສ້າງແຜນງານ, ແຜນວຽກໃຫ້ລະອຽດ, ກະກຽມບັນດາເອກະສານສຳຄັນຂອງພັກ-ລັດ ເພື່ອດຳເນີນເຜີຍແຜ່ຢູ່ແຕ່ລະບ້ານ ໂດຍສະເພາະແມ່ນ ບັນດານິຕິກຳຕ່າງໆລົງເກັບກຳສະຖິຕິພົນລະເມືອງ, ຄຸ້ມຄອງເປົ້າໝາຍ, ຄຸ້ມຄອງຄົນຕ່າງປະເທດ, ເຜີຍແຜ່ກົດລະບຽບບ້ານ, ປັບປຸງສຳມະໂນຄົວ ແລະ ອອກບັດປະຈຳຕົວແບບໃໝ່, ແກ້ໄຂເປົ້າໝາຍຢາເສບຕິດ, ສາສະໜາ ເພື່ອເຮັດໃຫ້ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະຫງົບ-ປອດໄພ.