ໂດຍການເຂົ້າຮ່ວມຂອງ ພົຈວ ດວງປີ ດາມະນີວົງ ຮອງປະທານກວດກາຄະນະພັກກະຊວງ ຫົວໜ້າກົມກວດກາ-ກວດການ ກະຊວງ ປກສ

ກົມໃຫຍ່ພະລາທິການ ກະຊວງ ປກສ ຈັດກອງປະຊຸມສະຫຼຸບວຽກງານກວດກາພັກ-ລັດ ປະຈຳປີ 2018 ແລະ ວາງທິດທາງແຜນການ ປີ 2019 ໃນວັນທີ 28 ມີນາ 2019 ເພື່ອຕີລາຄາຄືນການຈັດຕັ້ງປະຕິບັດວຽກງານ ໃນໄລຍະ 1 ປີຜ່ານມາ ໂດຍການເຂົ້າຮ່ວມຂອງ ພົຈວ ດວງປີ ດາມະນີວົງ ຮອງປະທານກວດກາຄະນະພັກກະຊວງ ຫົວໜ້າກົມກວດກາ-ກວດການ ກະຊວງ ປກສ, ມີ ຄະນະພັກ-ຄະນະບັນຊາກົມໃຫຍ່ ພ້ອມດ້ວຍພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.

ພົຈວ ດວງປີ ດາມະນີວົງ

ພັທ ບັນຈົງ ສີດາວົງ ຫົວໜ້າພະແນກກວດກາ-ປ້ອງກັນກຳລັງ ກົມໃຫຍ່ພະລາທິການ ປກສ ໄດ້ຂຶ້ນຜ່ານບົດສະຫຼຸບ ຕະຫຼອດໄລຍະ 1 ປີ ທີ່ຜ່ານມາ ວ່າ:

ຄະນະພັກ-ຄະນະບັນຊາກົມໃຫຍ່ ແລະ ຄະນະກວດກາໜ່ວຍພັກແຕ່ລະຂັ້ນ ແມ່ນໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ໃນການນຳພາຄົ້ນຄວ້າເຜີຍແຜ່ເຊື່ອມຊຶມ ແລະ ກຳແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ມະຕິຄຳສັ່ງ, ຂໍ້ກຳນົດກົດລະບຽບຂອງກຳລັງ;

ກວດກາການສ້າງກົມກອງເຂັ້ມແຂງ-ໜ່ວຍພັກ ຮູ້ນຳພາຮອບດ້ານ, ຜ່ານບັ້ນດຳເນີນຊີວິດການເມືອງປະຈຳປີ ເພື່ອຕີລາຄາຈັດແບ່ງປະເພດໜ່ວຍພັກ ແລະ ສະມາຊິກພັກ ເຊິ່ງສະແດງອອກມີ ໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ 7 ກົມກອງ ແລະ 3 ໜ່ວຍພັກ, ກົມກອງ-ໜ່ວຍພັກແຂງ 5 ກົມກອງ, ກົມກອງ-ໜ່ວຍພັກກາງ 2 ກົມກອງ, ມີສະມາຊິກພັກ ທັງໝົດ 475 ສະຫາຍ ຍິງ 193 ສະຫາຍ, ຜ່ານການດຳເນີນຊີວິດການເມືອງ ມີສະມາຊິກພັກເຂັ້ມແຂງ ທັງໝົດ 383 ສະຫາຍ ຍິງ 167 ສະຫາຍ, ສະມາຊິກພັກແຂງ 36 ສະຫາຍຍິງ 10 ສະຫາຍ, ສະມາຊິກພັກກາງ 5 ສະຫາຍຍິງ 2 ສະຫາຍ ແລະ ບໍ່ໄດ້ຈັດປະເພດ 45 ສະຫາຍຍິງ 13 ສະຫາຍ.

ກົມໃຫຍ່ພະລາທິການ ກະຊວງ ປກສ ຈັດກອງປະຊຸມສະຫຼຸບວຽກງານກວດກາພັກ-ລັດ ປະຈຳປີ 2018 ແລະ ວາງທິດທາງແຜນການ ປີ 2019

ນອກນີ້, ໃນປີຜ່ານມາ ສະພາບປະກົດການຫຍໍ້ທໍ້ຂອງພະນັກງານ-ນັກຮົບ ເກີດຂຶ້ນມີ 11 ຄົນ ຍິງ 2 ຄົນ, ແກ້ໄຂສຳເລັດ 9 ຄົນ ຍິງ 1 ຄົນ, ໃນນັ້ນວິໄນອອກຈາກກຳລັງ 1 ຄົນ, ພວມສືບຕໍ່ແກ້ໄຂ 2 ຄົນ ຍິງ 1 ຄົນ. 

ພົຈວ ດວງປີ ດາມະນີວົງ ຊີ້ນໍາໃຫ້ ຄະນະກວດກາແຕ່ລະຂັ້ນ ຈົງເອົາໃຈໃສ່ປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ ໃນການກວດກາ ຕ້ອງຊອກໃຫ້ເຫັນປັດໄຈໃໝ່ທີ່ຕັ້ງໜ້າເພື່ອສົ່ງເສີມ, ພ້ອມກັນນັ້ນ ກໍຕ້ອງຊອກໃຫ້ເຫັນບ່ອນທີ່ບໍ່ທັນສອດຄ່ອງກັບແນວທາງບໍ່ຖືກກັບລະບຽບກົດໝາຍ, ມະຕິ, ຄຳສັ່ງ ເພື່ອປັບປຸງແກ້ໄຂຜົນການກວດກາ ຖ້າຫາກພົບເຫັນ ກໍຕ້ອງປະຕິບັດໃຫ້ເຂັ້ມງວດ.

Visual Composer Website Builder