ນາງສາວ ຊູຊານາ ຄາປູໂຕວາ ນັກກົດໝາຍອິດສະຫຼະ ຈາກພັກພີເອສ

ການເລືອກຕັ້ງ ປະທານາທິບໍດີ ສະໂລວາກີ ໃນວັນທີ 31 ມີນາ ທີ່ຜ່ານມາ, ນັບຄະແນນຈາກໜ່ວຍເລືອກຕັ້ງໄປແລ້ວ 98,1% ນາງສາວ ຊູຊານາ ຄາປູໂຕວາ ນັກກົດໝາຍອິດສະຫຼະ ຈາກພັກພີເອສ ຜູ້ສະໜັບສະໜຸນການລວມກຸ່ມສະຫະພາບເອີຣົບ (EU) ຊະນະເລືອກຕັ້ງ ແລະ ຈະໄດ້ເປັນປະທານາທິບໍດີຍິງຄົນທຳອິດຂອງ ສະໂລວາກີ ໃນທະວີບເອີຣົບ ດ້ວຍຄະແນນສຽງ 58,3% ເໜືອຄູ່ແຂ່ງຢ່າງ ທ່ານ ມາຣອສ ເຟບໂຄວິກ ອະດີດນັກການທູດຊື່ດັງ ທີ່ມີນະໂຍບາຍສະໜັບສະໜຸນເອີຣົບ ເຊັ່ນກັນ ແລະ ມີພັກລັດຖະບານໜຸນຫຼັງ ໄດ້ຄະແນນ 41,7%.

ໃນໄລຍະຫາສຽງ ນາງສາວ ຄາປູໂຕວາ ສົ່ງເສີນນະໂຍບາຍຕໍ່ຕ້ານການທຸຈະລິດ ແລະ ປ່ຽນຮູບແບບການເມືອງ ຫຼັງຈາກປີທີ່ຜ່ານມາ ເກີດເຫດການລອບສັງຫານ ເຈນ ຄູຊັກ ນັກຂ່າວຜູ້ສືບຂ່າວຄະດີທຸຈະລິດ ພ້ອມຄູ່ໝັ້ນ ໃນບ້ານພັກແຫ່ງໜຶ່ງ.

ການເລືອກຕັ້ງ ປະທານາທິບໍດີ ສະໂລວາກີ

ວ່າທີ່ປະທານາທິບໍດີຍິງ ເປີດໃຈຄັ້ງທຳອິດ ຫຼັງຊະນະເລືອກຕັ້ງ ໂດຍໄດ້ກ່າວຂອບໃຈທຸກຄະແນນສຽງທີ່ໃຫ້ການສະໜັບສະໜຸນ ເຊິ່ງ ນາງສາວ ຄາປູໂຕວາ ບໍ່ພຽງແຄ່ມີຄວາມສຸກກັບຜົນການເລືອກຕັ້ງເທົ່ານັ້ນ ແຕ່ການບໍ່ຍອມຈຳນົນຕໍ່ປະຊານິຍົມ, ເດີນໜ້າເປີດໂປງຄວາມຈິງ, ປົກປ້ອງຜົນປະໂຫຍດປະຊາຊົນ ໂດຍບໍ່ໃຊ້ວາຈາແຂງກະດ້າງ ກໍຊະນະເລືອກຕັ້ງໄດ້.

“ ທ່າອ່ຽງນີ້ ເລີ່ມຂຶ້ນຕັ້ງແຕ່ການເລືອກຕັ້ງທ້ອງຖິ່ນ ໃນປີຜ່ານມາ ຢືນຢັນດ້ວຍການເລືອກຕັ້ງ ປະທານາທິບໍດີຄັ້ງນີ້ ແລະ ຂ້ອຍເຊື່ອວ່າ ການເລືອກຕັ້ງສະພາເອີຣົບ ໃນເດືອນພຶດສະພານີ້ ກໍຈະຢືນຢັນຢ່າງນັ້ນ ເຊັ່ນກັນ ”.