ລົດໂດຍສານ ເກີດຂັດຂ້ອງ ເຮັດໃຫ້ໄຟໄໝ້ ເສຍຫາຍຢ່າງໜັກ

ໜ່ວຍສຸກເສີນເປຣູ ລາຍງານວ່າ: ມີຜູ້ເສຍຊີວິດຢ່າງໜ້ອຍ 20 ຄົນ ແລະ ບາດເຈັບອີກ 12 ຄົນ ໃນຕອນຄໍ່າຂອງວັນທີ 31 ມີນາ ທີ່ຜ່ານມາ ຕາມເວລາທ້ອງຖິ່ນ ຈາກກໍລະນີເກີດເຫດໄຟໄໝ້ລົດໂດຍສານ ຢູ່ທີ່ສະຖານີຂົນສົ່ງ.

ລາຍງານເບື້ອງຕົ້ນ ພົບວ່າ:

ລະບົບໄຟມີບັນຫາຢູ່ທີ່ດ້ານຫຼັງລົດໂດຍສານ ຈຶ່ງເຮັດໃຫ້ໄຟໄໝ້;

ເຈົ້າໜ້າທີ່ມອດໄຟ ກ່າວວ່າ ມີຜູ້ເສຍຊີວິດຢ່າງໜ້ອຍ 20 ຄົນ ຈາກເຫດໄຟໄໝ້ລົດໂດຍສານ ຢູ່ທີ່ສະຖານີຟິໂອຣິ ເຂດຊານມາຕິເດປໍເຣສ ທາງພາກເໜືອຂອງນະຄອນຫຼວງລິມາ ປະເທດເປຣູ.

ໜ່ວຍສຸກເສີນ ກ່າວວ່າ:

ຜູ້ໂດຍສານຈຳນວນຫຼາຍ ຕິດຢູ່ຂ້າງໃນລົດ ຂະນະທີ່ເກີດໄຟໄໝ້ ແລະ ລົດກໍບໍ່ໄດ້ຕິດຕັ້ງອຸປະກອນມອດໄຟ.

ທັ້ງນີ້, ເຈົ້າໜ້າທີ່ ຍັງຕ້ອງສອບສວນຫາສາເຫດຂອງອຸບັດຄິເຫດຄັ້ງນີ້ ເຊິ່ງຖືວ່າເປັນອຸບັດຕິເຫດລົດໂດຍສານ ທີ່ມີຜູ້ເສຍຊີວິດຈຳນວນຫຼາຍ ເປັນຄັ້ງທີ 2 ໃນເປຣູ ນັບຕັ້ງແຕ່ທີ່ມີຜູ້ເສຍຊີວິດ 10 ຄົນ ແລະ ບາດເຈັບ 30 ຄົນ ຈາກເຫດລົດໂດຍສານແລ່ນຕົກລົງແມ່ນໍ້າ ຢູ່ພາກກາງຂອງເປຣູ.