ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໆໄຊຍະບູລີ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ໂອ້ລົມຕໍ່ ພະນັກງານ-ນັກຮົບ ກອງພັນ 411 ທະຫານແຂວງໄຊຍະບູລີ

ໃນວັນທີ 24 ມີນາ 2019 ນີ້, ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໆໄຊຍະບູລີ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ໂອ້ລົມຕໍ່ ພະນັກງານ-ນັກຮົບ ກອງພັນ 411 ທະຫານແຂວງໄຊຍະບູລີ, ໂດຍມີ ພັທ ວິໄລວັນ ພິລາຈັນ ຫົວໜ້າການທະຫານກອງພັນ ຕ້ອນຮັບ ແລະ ລາຍງານຫຍໍ້, ເຊິ່ງທ່ານເຈົ້າແຂວງ ໄດ້ເນັ້ນໃຫ້ກອງພັນ ເອົາໃຈໃສ່ 4 ບັນຫາທີ່ສໍາຄັນ.

ທ່ານເຈົ້າແຂວງ ເນັ້ນວ່າ:

ທ່ານເຈົ້າແຂວງ ໄດ້ມອບລົດຊິ້ງ ມູນຄ່າ 30 ລ້ານກີບ

4 ບັນຫາສໍາຄັນ ເປັນຕົ້ນແມ່ນ ການຮັກສາຄວາມປັນລະບຽຮຽບຮ້ອຍຂອງປະຊາຊົນ ທີ່ຢູ່ລຽບຊາຍແດນ, ການແກ້ໄຂບັນຫາປະກົດການຫຍໍ້ທໍ້ ທີ່ເກີດຂຶ້ນໃນສັງຄົມ, ຕິດຕາມ, ໃຫ້ການຊ່ວຍເຫຼືອປະຊາຊົນ ໃນການຕ້ານ ແລະ ສະກັດກັ້ນໄພພິບັດ ທີ່ອາດຈະເກີດຂຶ້ນຕາມລະດູການ, ເອົາໃຈໃສ່ໃນການປັບປຸງກໍ່ສ້າງກໍາລັງ ດ້ວຍການໝັ່ນຝຶກແອບສິລະປະຍຸດ-ຍຸດທະວິທີ, ສ້າງຄວາມເປັນແບບຢ່າງ ໃນການປະຕິບັດກົດລະບຽບຂອງກອງທັບ ໃຫ້ເຂັ້ມງວດ-ໜັກແໜ້ນ ແລະ ເອົາໃຈໃສ່ໃນການສ້າງພະລາທິການກັບທີ່ ດ້ວຍການປູກ-ການລ້ຽງ, ເປັນຕົ້ນແມ່ນ ການປູກພືດສະບຽງອາຫານ, ພືດອຸດສາຫະກໍາເພື່ອເປັນສິນຄ້າ, ພ້ອມທັງປູກຫຍ້າ ຕິດພັນກັບ ການລ້ຽງສັດໃຫຍ່ ເພື່ອເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.

ບໍລິສັດ MPG ໄມນິງ ຈໍາກັດ ມອບເງິນສົດ ຈໍານວນ 5 ລ້ານກີບ

ໂອກາດດັ່ງກ່າວ ທ່ານເຈົ້າແຂວງ ໄດ້ມອບລົດຊິ້ງ ມູນຄ່າ 30 ລ້ານກີບ ແລະ ບໍລິສັດ MPG ໄມນິງ ຈໍາກັດ ມອບເງິນສົດ ຈໍານວນ 5 ລ້ານກີບ ເພື່ອປະກອບສ່ວນເຂົ້າໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະຢູ່ຊາຍແດນ ພ້ອມທັງຢ້ຽມຢາມໂຄງການກໍ່ສ້າງໂຮງງານຂຸດຄົ້ນບໍ່ຄໍາ ຂອງບໍລິສັດ MPG ໄມນິງ ຈໍາກັດ ຢູ່ບ້ານປາງຄໍາ ເມືອງປາກລາຍ.

Visual Composer Website Builder