ເປັນປະທານໂດຍ ພັທ ໄຊຊະນະ ທຳມະສິດ ຫົວໜ້າຫ້ອງສັນຕິບານ

ໃນປີ 2018 ຜ່ານມາ, ດ່ານເຂົ້າ-ອອກເມືອງ ແຂວງອັດຕະປື ສາມາດເກັບກໍາຄົນເຂົ້າ-ອອກເມືອງ ໄດ້ທັງໝົດ 1 ແສນກວ່າຄົນ, ໃນນີ້ຄົນອອກ 60.000 ກວ່າຄົນ ເຊິ່ງໃຫ້ຮູ້ໃນກອງປະຊຸມສະຫຼຸບວຽກງານ ປະຈໍາປີ ຂອງ ຫ້ອງສັນຕິບານ ປກສ ແຂວງ ຈັດຂຶ້ນວັນທີ 21 ມີນາ 2019 ໂດຍການເປັນປະທານຂອງ ພັທ ໄຊຊະນະ ທຳມະສິດ ຫົວໜ້າຫ້ອງສັນຕິບານ, ມີ ພັທ ສີເວີນ ແກ້ວສີວົງສາ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ພ້ອມດ້ວຍຄະນະຫ້ອງ ແລະ ແຂກຮັບເຊີນ ຈາກບັນດາຫ້ອງອ້ອມຂ້າງ ແລະ ປກສ ເມືອງ ຕະຫຼອດຮອດພະນັກງານຫຼັກແຫຼ່ງຂອງ ຫ້ອງສັນຕິບານ ເຂົ້າຮ່ວມ.

ພັທ ບຸນຍົງ ແກ້ວດາລາ ຮອງຫົວໜ້າຫ້ອງສັນຕິບານ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວ່າ:

ໃນປີ 2018 ຜ່ານມາ, ຫ້ອງສັນຕິບານ ໄດ້ເອົາໃຈໃສ່ຊອກຫາວິທີການແກ້ໄຂປະກົດການຫຍໍ້ທໍ້ທີ່ຈະເກີດຂຶ້ນ ເປັນຕົ້ນແມ່ນ

ວຽກງານການກວດຄົນເຂົ້າ-ອອກເມືອງ, ເຮັດໃຫ້ຂອບເຂດແລບຕາມຊາຍແດນ ມີຄວາມສະຫງົບ, ໄດ້ອອກປຶ້ມຜ່ານແດນໃຫ້ພົນລະເມືອງ ມີ 301 ຫົວ, ໃບຜ່ານແດນມີ 128 ໃບ, ຕໍ່ອາຍຸການພັກເຊົາມີ 61 ຄົນ ແລະ ກວດກາການເຂົ້າ-ອອກຂອງຄົນ-ພາຫະນະ ແລະ ວັດຖຸເຕັກນິກຕ່າງໆທີ່ຜ່ານປະຕູດ່ານ ສາມາດເກັບກຳໄດ້ຄົນແຈ້ງເຂົ້າ-ອອກເມືອງ ທັງໝົດ 1.22.563 ຄົນ;

ໃນນີ້, ຄົນເຂົ້າເມືອງມີ 61.163 ຄົນ ມີ 59 ສັນຊາດ ແລະ ຄົນແຈ້ງອອກເມືອງມີ 61.400 ຄົນ ມີ 59 ສັນຊາດ; ມີພາຫະນະແຈ້ງເຂົ້າ 13.772 ຄັນ, ພາຫະນະແຈ້ງອອກມີ 13.250 ຄັນ.

ດ່ານເຂົ້າ-ອອກເມືອງ ແຂວງອັດຕະປື ສາມາດເກັບກໍາຄົນເຂົ້າ-ອອກເມືອງ ໄດ້ທັງໝົດ 1 ແສນກວ່າຄົນ

ໃນນັ້ນໄດ້ສະກັດກັ້ນການຄ້າຂາຍເຖື່ອນ, ການລັກລອບເຂົ້າເມືອງ ແລະ ການລັກລອບຂ້າມຊາຍແດນ ເພື່ອເຂົ້າມາຊອກຫາເຄື່ອງປ່າຂອງດົງ ໃນຂອບເຂດປະຕູດ່ານ ແລະ ເສັ້ນຊາຍແດນ ສາມາດກັກຕົວໄດ້ 42 ຄົນ ມີ 2 ສັນຊາດ, ຫວຽດນາມ 9 ຄົນ ແລະ ກຳປູເຈຍ 33 ຄົນ.

Visual Composer Website Builder

ໃນໂອກາດນີ້, ຮອງຫົວໜ້າກອງບັນຊາການແຂວງ ໄດ້ເນັ້ນໃຫ້ທຸກເຫຼົ່າວິຊາສະເພາະ ເອົາໃຈໃສ່ປະຕິບັດໜ້າທີ່ຢ່າງເຂັ້ມງວດ, ມີສະຕິຕໍ່ການຈັດຕັ້ງ, ມີຄຸນທາດການເມືອງໜັກແໜ້ນ, ເຮັດວຽກເປັນໝູ່ຄະນະ, ບຸກຄົນຮັບຜິດຊອບ ເພື່ອເຮັດໃຫ້ການປະຕິບັດໜ້າທີ່ວຽກງານ ມີຄວາມເປັນເອກະພາບ ແລະ ມີສະຖຽນສະພາບທາງດ້ານການເມືອງ ຢ່າງໜັກແໜ້ນ ບວກກັບສັງຄົມມີຄວາມສະຫງົບປອດໄພ.