ພິທີປະກາດການຈັດຕັ້ງ ໂດຍການເປັນປະທານຂອງ ພັອ ຄຳພັດ ພົມພິພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງຫຼວງນ້ຳທາ

ໃນວັນທີ 21 ມີນາ 2019, ປກສ ເມືອງຫຼວງນໍ້າທາ ໄດ້ຈັດພິທີປະກາດການຈັດຕັ້ງ ໂດຍການເປັນປະທານຂອງ ພັອ ຄຳພັດ ພົມພິພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງຫຼວງນ້ຳທາ, ມີ ຮອງເຈົ້າເມືອງໆຫຼວງນ້ຳທາ, ຫົວໜ້າ-ຮອງພະແນກ, ຫົວໜ້າ-ຮອງ ປກສ ກຸ່ມບ້ານ 10 ກຸ່ມ ຕະຫຼອດຮອດພະນັກງານ-ນັກຮົບ ປກສ ເມືອງຫຼວງນ້ຳທາ ເຂົ້າຮ່ວມ.

ພັຕ ນາງ ຄໍາຫຼ້າ ຈິດຕະວົງ ຫົວໜ້າພະແນກຈັດຕັ້ງ ປກສ ແຂວງ ຂຶ້ນຜ່ານຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍ ການໂຍກຍ້າຍ ແລະ ແຕ່ງຕັ້ງນາຍຕຳຫຼວດ ທີ່ຂຶ້ນກັບ ປກສ ແຂວງຫຼວງນ້ຳທາ, ໃນນີ້ໄດ້ແຕ່ງຕັ້ງ ພັຕ ທອງໄຫຼ ຈັນທະວົງ ເປັນ ຮອງຫົວໜ້າກອງບັນຊາການ ປກສ ເມືອງຫຼວງນ້ຳທາ ແລະ ໄດ້ໂຍກຍ້າຍ ພັຕ ພ້ອມ ແພງຄຳເຮືອງ ຈາກ ຫ້ອງ 509 ເປັນ ຮອງຫົວໜ້າກອງບັນຊາການ ປກສ ເມືອງຫຼວງນ້ຳທາ.

Visual Composer Website Builder

ໂອກາດນີ້, ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງ ວ່າດ້ວຍ ການຍ້ອງຍໍບຸກຄົນ. ໃນນີ້, ມີພະນັກງານ-ນັກຮົບ ປກສ ເມືອງ ໄດ້ຮັບການຍ້ອງຍໍ ຈຳນວນ 52 ສະຫາຍ ແລະ ໄດ້ຜ່ານຂໍ້ຕົກລົງຂອງ ປກສ ແຂວງ ວ່າດ້ວຍ ການສັບຊ້ອນໂຍກຍ້າຍພະນັກງານ-ນັກຮົບ ລົງປະຈຳຢູ່ ປກສ ກຸ່ມບ້ານ 10 ກຸ່ມ ຈຳນວນ 17 ສະຫາຍ.

ພັອ ຄຳພັດ ພົມພິພັກ ໄດ້ສະແດງຊົມເຊີຍຜົນງານຫຼາຍດ້ານທີ່ບັນດາສະຫາຍຍາດມາໄດ້ ໃນໄລຍະຜ່ານມາ ພ້ອມທັງຮຽກຮ້ອງໃຫ້ບັນດາສະຫາຍຜູ້ທີ່ຖືກແຕ່ງຕັ້ງຂຶ້ນໃໝ່ ແລະ ຜູ້ທີ່ຖືກໂຍກຍ້າຍໄປຮັບໜ້າທີ່ບ່ອນໃໝ່ ຈົ່ງພ້ອມກັນເອົາໃຈໃສ່ຍົກສູງພາລະບົດບາດ ຢູ່ໃນຄົງເຂດຄວາມຮັບຜິດຊອບຂອງຕົນ ໃຫ້ມີຄວາມໜັກແໜ້ນ; ພ້ອມກັນສືບຕໍ່ປັບປຸງກົມກອງ ໃຫ້ເຂັ້ມແຂງທາງດ້ານການເມືອງ-ແນວຄິດ ແລະ ການຈັດຕັ້ງ.