ກ່າວມອບໂດຍ ທ່ານ ລີວຊູກຸ້ຍ ຫົວໜ້າບໍລິສັດ - ກ່າວຮັບໂດຍ ພັທ ນາງ ມະລິຈັນ ແກ້ວມະນີວົງ ຮອງຫົວໜ້າຫ້ອງຕຳຫຼວດ ປກສ ແຂວງ

ວັນທີ 26 ມີນາ 2019, ບໍລິສັດ ເຕີຊານ ພັດທະນາກະສິກໍາ ຈໍາກັດ ປະຈໍາເມືອງລອງ ແຂວງຫຼວງນ້ຳທາ ໄດ້ນຳເອົາວັດຖຸອຸປະກອນຕ່າງໆມາມອບໃຫ້ ພະແນກກວດກາ ແລະ ຄວບຄຸມຢາເສບຕິດ ປກສ ແຂວງຫຼວງນ້ຳທາ, ກ່າວມອບໂດຍ ທ່ານ ລີວຊູກຸ້ຍ ຫົວໜ້າບໍລິສັດ ແລະ ກ່າວຮັບໂດຍ ພັທ ນາງ ມະລິຈັນ ແກ້ວມະນີວົງ ຮອງຫົວໜ້າຫ້ອງຕຳຫຼວດ ປກສ ແຂວງ, ມີ ຫົວໜ້າພະແນກກວດກາ ແລະ ຄວບຄຸມຢາເສບຕິດ ປກສ ແຂວງ ພ້ອມດ້ວຍຄະນະ ເຂົ້າຮ່ວມ.

ອຸປະກອນນຳມາມອບຄັ້ງນີ້ ມີ ເຕັ້ນກາງນອນ 5 ຊຸດ ມູນຄ່າ 1.755.000 ກີບ ແລະ ເງິນສົດ ຈຳນວນ 4.000.000 ກີບ. ຈຸດປະສົງການມອບເຄື່ອງຄັ້ງນີ້ ແມ່ນເພື່ອເປັນການຊຸກຍູ້ຊ່ວຍເຫຼືອ ແລະ ປະກອບສ່ວນທາງດ້ານວັດຖຸອຸປະກອນ ເຂົ້າໃນວຽກງານວິຊາສະເພາະປ້ອງກັນຄວາມສະຫງົບ ໂດຍສະເພາະ ວຽກງານກວດກາ ແລະ ຄວບຄຸມຢາເສບຕິດ.

Visual Composer Website Builder

ໂອກາດດັ່ງກ່າວ, ທ່ານຮອງຫົວໜ້າຫ້ອງຕຳຫຼວດ ປກສ ແຂວງ ສະແດງຄວາມຊົມເຊີຍຕໍ່ບໍລິສັດ ທີ່ໃຫ້ຄວາມສຳຄັນວຽກງານກວດກາ ແລະ ຄວບຄຸມຢາເສບຕິດ ພ້ອມຈະນຳເອົາວັດຖຸ ແລະ ເງິນຈຳນວນດັ່ງກ່າວ ນຳໃຊ້ເຂົ້າໃນວຽກງານໃຫ້ຖືກຕາມເປົ້າໝາຍ.