ໄລຍະນີ້ມີການລະບາດຂອງພະຍາດອະຫິວາ ໝູອາຟຼິກກາ ຢູ່ ສປ ຈີນ ແລະ ສສ ຫວຽດນາມ ເຮັດໃຫ້ລັດຖະບານ ສປປ ລາວ ມີການເຂັ້ມງວດໃນ ການຕິດຕາມກວດກາ ໂດຍຫ້າມນໍາເຂົ້າຊີ້ນໝູ ແລະ ຜະລິດຕະພັນໝູ ຈົນກວ່າຈະໄດ້ຮັບອະນຸຍາດ ເພື່ອບໍ່ໃຫ້ພະຍາດດັ່ງກ່າວລະບາດຢູ່ລາວ. ຢ່າງໃດກໍຕາມ, ຍັງມີຄົນຈໍານວນໜຶ່ງເຫັນແກ່ຜົນປະໂຫຍດສ່ວນຕົວໄດ້ມີການລັກລອບນໍາເຂົ້າຊີ້ນໝູ ແລະ ຜະລິດຕະພັນໝູ ຜ່ານດ່ານສາກົນ ແລະ ທ້ອງຖິ່ນຕາມຊາຍແດນ.

ຫຼ້າສຸດ ໃນວັນທີ 24 ມີນາ 2019 ເຈົ້າໜ້າທີ່ຕໍາຫຼວດກວດຄົນເຂົ້າ-ອອກເມືອງດ່ານສາກົນບໍ່ເຕ່ນ ແຂວງຫຼວງນໍ້າທາ ໄດ້ຢຶດສິນຄ້າປະເພດຊີ້ນໝູ ແລະ ຜະລິດຕະພັນໝູ ຈາກຜູ້ຄ້າຂາຍ ແລະ ຜູ້ປະກອບການນັກທຸລະກິດຊາວຈີນ ຈຳນວນ 200 ກວ່າເປົາ ມີນໍ້າໜັກ 5. 400 ກິໂລກຼາມ ລວມມູນຄ່າ 81 ລ້ານ ກ່ວາກີບ ໃນຂະນະທີ່ກໍາລັງນໍາເຂົ້າຜ່ານດ່ານສາກົນບໍ່ເຕ່ນ ເພື່ອໄປຈໍາໜ່າຍຢູ່ນະ ຄອນຫຼວງວຽງຈັນ.

ທ່ານ ຄຳແພງ ນະພາວັນ ຫົວໜ້າຂະແໜງລ້ຽງສັດ ແລະ ການປະມົງແຂວງຫຼວງນໍ້າທາ ໃຫ້ຮູ້ວ່າ: ຊີ້ນໝູ ແລະ ຜະລິດຕະພັນໝູທີ່ຢຶດໄດ້ຄັ້ງນີ້ ແມ່ນເຈົ້າໜ້າໄດ້ກວດກາພົບເຫັນຢູ່ລົດເປົ້າໝາຍຂົນສົ່ງສິນຄ້າ ໝາຍເລກທະບຽນ ບກ 0725 ຫຼວງນໍ້າທາ ເຊິ່ງເຈົ້າຂອງສິນຄ້າ ຊື່ ທ້າວ ຊຽວເຊີນ ອາຍຸ 43 ປີ ນັກທຸລະກິດຊາວຈີນ ມີຈຳນວນ 200 ເປົາ ນໍ້າໜັກ 5.400 ກິໂລກຼາມ ຜູ້ກ່ຽວຈະນໍາເຂົ້າມາ ສປປ ລາວ ໂດຍຜ່ານດ່ານສາກົນບໍ່ເຕ່ນ ເພື່ອຈະນຳໄປສົ່ງໃຫ້ຂາຍຕາມຕະຫຼາດຢູ່ນະຄອນຫຼວງວຽງຈັນ ເພາະວ່າຜ່ານມາຜູ້ກ່ຽວເຄີຍຄ້າຂາຍ ແລະ ນໍາເຂົ້າຜະລິດຕະພັນຊີ້ນໝູມາແລ້ວ 2 ຄັ້ງ.

ມາໃນວັນທີ 25 ມີນາ, ພະແນກກະ ສິກໍາ ແລະ ປ່າໄມ້ ແຂວງຫຼວງນໍ້າທາ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງນຳຊີ້ນ ແລະ ຜະລິດຕະພັນໝູຈໍານວນດັ່ງກ່າວໄປທໍາລາຍຖິ້ມດ້ວຍການຝັງດິນ ພ້ອມໃສ່ຢາຂ້າເຊື້້ອພະຍາດ ເພື່ອຮັບປະກັນບໍ່ໃຫ້ພະຍາດແພ່ລະບາດ.

ທ່ານ ຄໍາແພງ ພະນາວັນ ໃຫ້ຮູ້ຕື່ມອີກວ່າ: ສ່ວນ ທ້າວ ຊຽວເຊີນ ເຈົ້າຂອງສິນຄ້າແມ່ນນໍາຕົວມາເຮັດບົດບັນທຶກສຶກສາອົບຮົມກ່າວເຕືອນ ແລະ ບໍ່ໃຫ້ຜູ້ກ່ຽວເຄື່ອນໄຫວນຳເຂົ້າຊິ້ນສ່ວນສັດປະເພດຊີ້ນໝູເຂົ້າມາ ສປປ ລາວ ຕື່ມອີກ ຈົນກວ່າຈະໄດ້ຮັບການອະນຸຍາດ.

ຂ່າວ: ຄຳຫຼ້າ