ກອງປະຊຸມລັດຖະມົນຕີສິ່ງແວດລ້ອມອາຊຽນ ຄັ້ງທີ 17 (PREP-AAME) ທີ່ ສປປ ລາວ ເປັນເຈົ້າພາບ ໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 23 ສິງຫາ 2023 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ເພື່ອຮ່ວມມືແກ້ໄຂບັນຫາດ້ານສິ່ງແວດລ້ອມ ໃນຂົງເຂດອາຊຽນ ແລະ ພາກພື້ນ; ເປັນປະທານໂດຍ ທ່ານ ປອ ນາງ ບຸນຄໍາ ວໍລະຈິດ ລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ມີລັດຖະມົນຕີສິ່ງແວດລ້ອມອາຊຽນ, ເຈົ້າໜ້າທີ່ອາວຸໂສສິ່ງແວດລ້ອມອາຊຽນ ແລະ ປະເທດສັງເກດການ ເຂົ້າຮ່ວມ.

+ ທ່ານ ປອ ນາງ ບຸນຄໍາ ວໍລະຈິດ ກ່າວວ່າ:

ກອງປະຊຸມລັດຖະມົນຕີສິ່ງແວດລ້ອມອາຊຽນ ຄັ້ງທີ 17 ຖືເປັນເວທີສໍາຄັນໃນການປຶກສາຫາລື ແລະ ຕົກລົງກ່ຽວກັບ ນະໂຍບາຍມາດຕະການ ແລະ ແຜນການລະດັບພາກພື້ນ ເພື່ອສະໜັບສະໜູນໃນການຄຸ້ມຄອງສິ່ງແວດລ້ອມ ແລະ ການພັດທະນາທີ່ຍືນຍົງ ໂດຍຮັບຮູ້ຄວາມຄືບໜ້າ ແລະ ຜົນສໍາເລັດຂອງການຮ່ວມມືອາຊຽນດ້ານສິ່ງແວດລ້ອມ ໂດຍສະເພາະສຸມໃສ່ບັນດາຂົງເຂດທີ່ສໍາຄັນ ພາຍໃຕ້ປະຊາຄົມວັດທະນະທໍາ-ສັງຄົມອາຊຽນ ແລະ ແຜນແມ່ບົດປີ 2025.

ກອງປະຊຸມ ໄດ້ລາຍງານຄວາມຄືບໜ້າ ແລະ ຜົນສໍາເລັດຂອງ 7 ບູລິມະສິດຍຸດທະສາດ ດ້ານສິ່ງແວດລ້ອມ ຂອງຄະນະປະຕິບັດງານ ເຈົ້າໜ້າທີ່ອາວຸໂສອາຊຽນສິ່ງແວດລ້ອມ ແລະ ວຽກງານຂອງ ຄະນະບໍລິຫານງານ ສູນຊີວະນາໆພັນອາຊຽນ. ພ້ອມນີ້, ຍັງໄດ້ພິຈາລະນາ ແລະ ຮອງຮັບແຜນການຮ່ວມມືທີ່ສໍາຄັນໃນຕໍ່ໜ້າ ແລະ ຫາລືວຽກງານສໍາຄັນຕ່າງໆທາງດ້ານສິ່ງແວດລ້ອມ ເພື່ອນໍາໄປສູ່ການປັບປຸງສະພາບແວດລ້ອມ ແລະ ມາດຕະຖານການດໍາລົງຊີວິດຂອງມວນມະນຸດ.

ຕໍ່ກັບແຜນປະຊາຄົມວັດທະນະທໍາ-ສັງຄົມອາຊຽນ ແລະ ແຜນແມ່ບົດປີ 2025, ລັດຖະບານ ສປປ ລາວ ໄດ້ໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ຕໍ່ການພັດທະນາແບບຍືນຍົງ ເພື່ອຮັບປະກັນການເຕີບໂຕຂອງເສດຖະກິດ-ສັງຄົມ ແລະ ການປົກປັກຮັກສາສິ່ງແວດລ້ອມ ໄປພ້ອມໆກັນ; ລັດຖະບານ ໄດ້ພັດທະນາຈັດຕັ້ງປະຕິບັດ ແລະ ປັບປຸງນະໂຍບາຍກົນໄກເຄື່ອງມື ທາງດ້ານກົດໝາຍ ເພື່ອຮັບປະກັນການຈັດຕັ້ງປະຕິບັດ ການພັດທະນາແບບຍືນຍົງໂດຍເນັ້ນໃສ່ມາດຕະການແກ້ໄຂການຄຸ້ມຄອງສິ່ງເສດເຫຼືອ, ມົນລະພິດສິ່ງແວດລ້ອມ ແລະ ຊັບພະຍາກອນທໍາມະຊາດ ທີ່ທົດແທນໄດ້.

ດ້ວຍຄວາມພະຍາຍາມຢ່າງສຸດຄວາມສາມາດ ເພື່ອໃຫ້ບັນລຸຄໍາໝັ້ນສັນຍາໃນການຈັດຕັ້ງປະຕິບັດວາລະ ປີ 2030 ກ່ຽວກັບ ເປົ້າໝາຍການພັດທະນາແບບຍືນຍົງ ແລະ ສົນທິສັນຍາປາຣີ ວ່າດ້ວຍ ການປ່ຽນແປງດິນຟ້າອາກາດ, ລັດຖະບານ ສປປ ລາວ ໄດ້ວາງແຜນເພື່ອແກ້ໄຂການປ່ຽນແປງຂອງດິນຟ້າອາກາດ ໃຫ້ມີປະສິດທິຜົນ ແລະ ກະກຽມຍຸດທະສາດການພັດທະນາການປ່ອຍອາຍພິດຕໍ່າ ໃນໄລຍະຍາວ; ເຊິ່ງຄວາມພະຍາຍາມໃນການປົກປ້ອງຊັບພະຍາກອນທໍາມະຊາດ ແລະ ສະພາບອາກາດໃຫ້ອຸດົມສົມບູນ ແມ່ນມີຄວາມຈໍາເປັນຈະຕ້ອງໄດ້ມີການຮ່ວມມືຈາກບັນດາປະເທດສະມາຊິກອາຊຽນ ແລະ ພາກພື້ນ.