ໃນຕອນຄໍ່າຂອງວັນທີ 18 ສິງຫາ 2023 ທີ່ສະໜາມບິນສາກົນວັດໄຕ, ຄະນະຜູ້ແທນຂັ້ນສູງ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ນໍາໂດຍ ພົນເອກ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຂົ້າຮ່ວມກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍ ອາຊະຍາກຳຂ້າມຊາດ ຄັ້ງທີ 17, ພິທີລົງນາມບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ຕຳຫຼວດແຫ່ງຊາດ ອິນໂດເນເຊຍ ແລະ ກອງປະຊຸມສໍາຄັນຕ່າງໆທີ່ປິ່ນອ້ອມ ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 19-23 ສິງຫາ 2023 ທີ່ລາບວນບາໂຈ ປະເທດອິນໂດເນເຊຍ.

ໃຫ້ກຽດນຳສົ່ງ ຄະນະຜູ້ແທນຂັ້ນສູງ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ໂດຍ ພົນຕີ ວັນທອງ ກອງມະນີ ກຳມະການສູນກາງພັກ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ຫົວໜ້າກົມໃຫຍ່ການເມືອງ ປກສ, ທ່ານ ນາງ ກຣາຕາ ອິນດາຮ ເວີດາ ນິງທຢາສ ເອກອັກຄະລັດຖະທູດ ສາທາລະນະລັດ ອິນໂດເນເຊຍ ປະຈຳ ສປປ ລາວ ພ້ອມຄະນະ.

ໂອກາດນີ້, ທ່ານເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ປະຈໍາ ສປປ ລາວ ກໍໄດ້ອວຍພອນໃຫ້ ຄະນະຜູ້ແທນຂັ້ນສູງ ກະຊວງປ້ອງກັນຄວາມສະຫງົບລາວ ເດີນທາງເຂົ້າຮ່ວມກອງປະຊຸມດ້ວຍຄວາມສະຫວັດດີພາບ ແລະ ປະສົບຜົນສໍາເລັດໃນໜ້າທີ່ການເມືອງ ເພື່ອສືບຕໍ່ເຮັດໃຫ້ວຽກງານປ້ອງກັນຄວາມສະຫງົບ ໂດຍສະເພາະ ແມ່ນວຽກງານການຕ້ານອາຊະຍາກໍາຂ້າມຊາດ ຂອງບັນດາປະເທດອາຊຽນ ໃນການຮ່ວມມືກັນເຮັດວຽກງານດັ່ງກ່າວ ໃຫ້ປະສົບຜົນສໍາເລັດສູງ.