ວັນທີ 18 ສິງຫາ, ກົມສື່ສານ ກະຊວງ ປກສ ໄດ້ຈັດພິທີປາຖະກະຖາ ວັນເກີດທ່ານປະທານ ສຸພານຸວົງ ຄົບຮອບ 114 ປີ (13 ກໍລະກົດ 1909-13 ກໍລະກົດ 2023), ວັນປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 46 ປີ (18 ກໍລະກົດ 1977-18 ກໍລະກົດ 2023) ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 61 ປີ (5 ກັນຍາ 1962-5 ກັນຍາ 2023), ວັນສ້າງຕັ້ງລັດຖະທໍາມະນູນ ແຫ່ງ ສປປ ລາວ ຄົບຮອບ 32 ປີ (15 ສິງຫາ 1991-15 ສິງຫາ 2023), ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 68 ປີ (20 ກໍລະກົດ 1955-20 ກໍລະກົດ 2023), ເຊິ່ງປາຖະກະຖາໂດຍ ພົຈວ ແສງປະເສີດ ສຸທໍາມະວົງ ຫົວໜ້າກົມສື່ສານ, ມີຄະນະພັກ-ຄະນະກົມ, ພ້ອມດ້ວຍຫ້ອງ, ພະແນກ, ຄ້າຍ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.

+ ພົຈວ ແສງປະເສີດ ສຸທໍາມະວົງ ກ່າວວ່າ:

ການປາຖະກະຖາຄັ້ງນີ້ ເພື່ອເປັນການຫວນຄືນມູນເຊື້ອ ແລະ ລະນຶກເຖິງຜົນສຳເລັດ, ຜົນງານອັນຍິ່ງໃຫຍ່ຂອງ ທ່ານປະທານ ສຸພານຸວົງ, ຮໍ່າຮຽນເອົາ ຄຸນສົມບັດ, ສິນທຳປະຕິວັດ, ຄວາມເປັນແບບຢ່າງທີ່ເຫຼື້ອມໃສສັດທາຂອງເພິ່ນ ເພື່ອເປັນພື້ນຖານໃນການເສີມສ້າງຄຸນທາດການເມືອງ, ມູນເຊື້ອຄວາມສາມັກຄີຂອງປະຊາຊົນບັນດາເຜົ່າ ເພື່ອສຶກສາອົບ ຮົມນາຍ ແລະ ພົນຕຳຫຼວດ ສືບຕໍ່ເສີມຂະຫຍາຍມູນເຊື້ອ ລາວ-ຫວຽດນາມ ຜູກພັນສະໜິດແໜ້ນຕໍ່ກັນ, ຍ້ອນວ່າຮ່ວມຊະຕາກຳປະຫວັດສາດ ນັບແຕ່ສະຕະວັດທີ 19 ເປັນຕົ້ນມາ, ສອງຊາດພ້ອມກັນດໍາເນີນການຕໍ່ສູ້ຕ້ານສັດຕູໂຕດຽວກັນຄືພວກລ່າເມືອງຂຶ້ນແບບເກົ່າ-ໃໝ່ ເພື່ອກອບກູ້ ແລະ ປົກປັກຮັກສາປະເທດຊາດ ໂດຍສະເພາະແມ່ນການຕໍ່ສູ້ກັບຈັກກະພັດຜູ້ຮຸກຮານທີ່ໂຫດຫ້ຽມທີ່ສຸດຂອງຍຸກສະໄໝ, ສອງຊາດໄດ້ຮ່ວມສຳພັນສູ້ຮົບຄຽງບ່າຄຽງໄຫຼ່ກັນ ເພື່ອຕີເອົາຊະນະສັດຕູເທື່ອລະກ້າວ.

ພ້ອມນີ້, ກໍເພື່ອເປັນການໂຄສະນາ-ສຶກສາອົບຮົມໃຫ້ຖັນແຖວກໍາລັງ ປກສ ໄດ້ຮັບຮູ້, ເຂົ້າໃຈມູນເຊື້ອວັນລັດຖະທຳມະນູນແຫ່ງ ສປປ ລາວ ແມ່ນໝາກຜົນລວມຍອດແຫ່ງການຕໍ່ສູ້ອັນລະອິດລະອ້ຽວ, ຍາວນານ ແລະ ຜົນງານຍິ່ງໃຫຍ່ທີ່ປະຊາຊົນລາວບັນດາເຜົ່າຍາດມາໄດ້ ໃນຕະຫຼອດໄລຍະພາລະກິດແຫ່ງການປະຕິວັດຊາດ-ປະຊາທິປະໄຕ, ການປົກປັກຮັກສາ ແລະ ສ້າງສາພັດທະນາ ກໍຄື ໃນພາລະກິດປ່ຽນແປງໃໝ່, ເປັນການຢືນຢັນເຖິງຄວາມເປັນເອກະລາດ, ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດຕໍ່ສາກົນ.

ນອກຈາກນີ້, ກໍເພື່ອເປັນການຫວນຄືນປະຫວັດມູນເຊື້ອການກຳເນີດ, ເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານການເຄື່ອນໄຫວຂອງສະຫະພັນແມ່ຍິງລາວບັນດາເຜົ່າ ທີ່ໄດ້ອຸທິດຕົນ ເພື່ອພາລະກິດປົດປ່ອຍຊາດ ແລະ ປົກປັກຮັກສາສ້າງສາພັດທະນາປະເທດຊາດ ກໍຄື ພາລະກິດພັດທະນາແມ່ຍິງ ຕະຫຼອດໄລຍະ 68 ປີ, ການຕໍ່ສູ້ອັນພິລະອາດຫານລະອິດລະອ້ຽວຍືດເຍື້ອຍາວນານບໍ່ຍອມຈໍານົນ ເພື່ອຄຽງບ່າຄຽງໄຫຼ່ກັບເພດຊາຍ ໃນພາລະກິດ ປົດປ່ອຍຊາດ, ແມ່ຍິງລາວ ໄດ້ເປັນກຳລັງແຮງ ແລະ ມີບົດບາດທາງການເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ, ປະຕິບັດໜ້າທີ່ປົກປ້ອງສິດຜົນປະໂຫຍດອັນຊອບທຳ ຕິດພັນກັບ ການປະຕິບັດສິດສະເໝີພາບຍິງ-ຊາຍ ໃນຄອບຄົວ ແລະ ສັງຄົມ.