ກອງປະຊຸມເປີດກວ້າງຂອງອົງຄະນະພັກ ກົມໃຫຍ່ພະລາທິການ ກະຊວງ ປກສ ໄດ້ຈັດຂຶ້ນໃນວັນທີ 16 ກໍລະກົດ 2023, ພາຍໃຕ້ການເປັນປະທານໂດຍ ສະຫາຍ ພົຈວ ທອງສຸກ ຍ່າເອີລາວລີ ຄະນະປະຈໍາພັກກະຊວງ ເລຂາຄະນະພັກ ຫົວໜ້າກົມໃຫຍ່ພະລາທິການ ປກສ, ມີຄະນະປະຈໍາພັກ, ຄະນະພັກກົມໃຫຍ່, ເລຂາຄະນະພັກຮາກຖານ ແລະ ເລຂາບັນດາໜ່ວຍພັກຮາກຖານ ທີ່ຂຶ້ນກັບ ອົງຄະນະພັກ ກົມໃຫຍ່ພະລາທິການ ປກສ ເຂົ້າຮ່ວມ.

ສະຫາຍ ພົຈວ ສີສຸວັນ ທອງປະເສີດ ປະທານກວດກາພັກ ຮອງຫົວໜ້າກົມໃຫຍ່ພະລາທິການ ປກສ ໄດ້ຜ່ານບົດສະຫຼຸບການນໍາພາ-ຊີ້ນໍາຂອງຄະນະພັກ ກົມໃຫຍ່ພະລາທິການ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2023 ໃຫ້ຮູ້ວ່າ:

ໄດ້ສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ ຄະນະພັກແຕ່ລະຂັ້ນ, ສະມາຊິກພັກ, ນາຍ ແລະ ພົນຕໍາຫຼວດ, ໄດ້ເປັນເຈົ້າການປັບປຸງກໍ່ສ້າງພັກປອດໃສ ເຂັ້ມແຂງ ໜັກແໜ້ນ ທາງດ້ານການເມືອງ-ແນວຄິດ, ການຈັດຕັ້ງ ແລະ ແບບແຜນວິທີນໍາພາ ເຊິ່ງສະແດງອອກຄື: ກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໝັກແໜ້ນ ໄດ້ 16 ໜ່ວຍພັກ, ໄດ້ຮັບການບົ່ງຕົວແຕ່ງຕັ້ງ ຄະນະປະຈໍາພັກກະຊວງ 1 ສະຫາຍ, ຄະນະພັກກະຊວງ 1 ສະຫາຍ, ເປີດຮຽນສະໜັບສະໜູນໃຫ້ມະຫາຊົນກ້າວໜ້າ 69 ສະຫາຍ, ຮຽນກົດລະບຽບພັກ 13 ສະຫາຍ, ຮັບມະຫາຊົນກ້າວໜ້າ ຂຶ້ນເປັນສະມາຊິກພັກສໍາຮອງ 35 ສະຫາຍ, ເລື່ອນສະມາຊິກພັກສໍາຮອງຂຶ້ນສົມບູນ 25 ສະຫາຍ.

ນໍາພາ-ຊີ້ນໍາການຈັດຕັ້ງປະຕິບັດລາຍຮັບວິຊາການ, ແຜນລາຍຈ່າຍງົບປະມານ 6 ເດືອນຕົ້ນປີ, ໄດ້ຮັບອະນຸມັດແຜນປີ 2023 ຈໍານວນ 12 ຕື້ກວ່າກີບ, ເບີກຈ່າຍເຄື່ອງອຸປະໂພກ-ບໍລິໂພກ, ຮັບເຄື່ອງ 18 ລາຍການ, ຈ່າຍເຄື່ອງປະຈໍາປີ 3 ລາຍການ, ເຄື່ອງຍາວນານ 11 ລາຍການ, ເຄື່ອງວິຊາສະເພາະ ຈໍານວນ 11 ລາຍການ, ເຄື່ອງເຮືອນຄົວລວມ ຈໍານວນ 24 ລາຍການ, ໄດ້ຮັບອະນຸມັດພາຫະນະຈໍານວນ 16 ຄັນ. ໃນນັ້ນ, ລົດຕູ້ແພດ ຈຳນວນ 2 ຄັນ, ຮັບປະກັນ ແລະ ຕອບສະໜອງນໍ້າມັນເຊື້ອໄຟ ໃຫ້ບັນດາກົມກອງອ້ອມຂ້າງກະຊວງ ແລະ ປກສ ແຂວງ-ນະຄອນຫຼວງ ຄົບຖ້ວນຕາມຕົວເລກອະນຸມັດ, ຮັບນ້ຳມັນສົດ 186.000 ລິດ.

ກວດພະຍາດເຂດນອກໄດ້ 6.000 ກວ່າຄົນ, ສຸກເສີນ 3.000 ກວ່າຄົນ, ຢັ້ງຢືນສຸຂະພາບ 714 ຄົນ, ຊີ້ນໍາການຈັດຕັ້ງປະຕິບັດແຜນການລົງທຶນຂອງລັດ, ລົງສໍາຫຼວດ, ອອກແບບ-ຄິດໄລ່ປະເມີນລາຄາ ຈໍານວນ 35 ວຽກ, ເຂົ້າຮ່ວມເປີດຊອງປະມູນສົມທຽບລາຄາ ຈໍານວນ 16 ໂຄງການ, ນໍາພາກອງຜະລິດເຄື່ອນໄຫວທໍາການຜະລິດ, ປູກຝັງ ແລະ ລ້ຽງສັດ ເພື່ອສະໜອງໃຫ້ແກ່ກໍາລັງ ສາມາດສ້າງລາຍຮັບໄດ້ 200 ກວ່າລ້ານກີບ, ຄຸ້ມຄອງເງິນ, ວັດຖຸອຸປະກອນເຕັກນິກ ແລະ ຄົ້ນຄວ້າຫັນ 4 ແຜນການ, 41 ໂຄງການຂອງກະຊວງ ໂດຍສະເພາະ 1 ແຜນການ 6 ໂຄງການ ຮັບປະກັນພະລາທິການຮັບໃຊ້ໃຫ້ແກ່ກໍາລັງໃຫ້ປະກົດຜົນເປັນຈິງ.

ໃນຕອນທ້າຍ, ສະຫາຍ ພົຈວ ທອງສຸກ ຍ່າເອີລາວລີ ປະທານກອງປະຊຸມ ຍັງໄດ້ຊີ້ນຳຕໍ່ກອງປະຊຸມເຖິງບັນດາສະຫາຍຄະນະພັກທຸກຂັ້ນ ຈົ່ງພ້ອມກັນນຳເອົາເນື້ອໃນຈິດໃຈຂອງກອງປະຊຸມໃນຄັ້ງນີ້ ນຳໄປຊີ້ນຳ-ນຳພາ ແລະ ຈັດຕັ້ງປະຕິບັດເຂົ້າໃນຂົງເຂດວຽກງານທີ່ຕົນຮັບຜິດຊອບ ໃຫ້ປະກົດຜົນເປັນຈິງ.