ກອງບັນຊາການ ປກສ ເມືອງໄຊເສດຖາ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ເພີ່ມທະວີເຂົ້າໃນວຽກງານຫັນລົງກໍ່ສ້າງຮາກຖານ ຢ່າງແຂງແຮງ ລົງສູ່ພື້ນທີ່ຕົວຈິງ, ເຮັດໃຫ້ວຽກງານປ້ອງກັນຄວາມສະຫງົບ ກາຍເປັນສະຕິ ແລະ ຄວາມຮັບຜິດຊອບຮ່ວມກັນທົ່ວສັງຄົມ ໂດຍເປັນເຈົ້າການໃນການສະກັດກັ້ນ, ແກ້ໄຂບັນດາໜໍ່ແໜງຄວາມບໍ່ສະຫງົບໃຫ້ໄດ້ໂດຍພື້ນຖານ ໂດຍສະເພາະໄດ້ສຸມໃສ່ແກ້ໄຂບັນຫາການຄ້າຂາຍຢາເສບຕິດ ໂດຍຕິດພັນກັບ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ທີ່ຂັ້ນເທິງໄດ້ວາງອອກຢ່າງເຂັ້ມງວດ; ເຊິ່ງໃນໄລຍະ 6 ເດືອນຜ່ານມາ, ສາມາດແກ້ໄຂເປົ້າໝາຍຄ້າຂາຍຢາເສບຕິດ 13 ເລື່ອງ ແລະ ແກ້ໄຂເປົ້າໝາຍມີຢາເສບຕິດໄວ້ໃນຄອບຄອງ 5 ເລື່ອງ.

ພັທ ອຸດ ສິງວົງໄຊ ຫົວໜ້າຫ້ອງການ ກອງບັນຊາການ ປກສ ເມືອງໄຊເສດຖາ ໄດ້ກ່າວໃນກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມສະຫງົບ ການຈັດຕັ້ງປະຕິບັດວຽກງານຮອບດ້ານ ໃນໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ ຂອງກອງບັນຊາການ ປກສ ເມືອງໄຊເສດຖາ ໃຫ້ຮູ້ວ່າ:

ບັນຫາສະພາບການປະກົດການຫຍໍ້ທໍ້ໃນສັງຄົມ ຍັງເຫັນວ່າມີລັກສະນະເພີ່ມຂຶ້ນ ແລະ ມີການເຄື່ອນແບບເປັນກຸ່ມແກ້ງມີເຄືອຂ່າຍ ແລະ ອອກເຄື່ອນໄຫວຢ່າງຮຸນແຮງ ເຊິ່ງຈະສ້າງຜົນເສຍຫາຍທາງດ້ານວັດຖຸ, ສຸຂະພາບ, ຊີວິດ ແລະ ສ້າງຄວາມເເຕກຕື່ນໃຫ້ແກ່ສັງຄົມ ເປັນຕົ້ນແມ່ນ ບັນຫາການລັກຊັບຂອງພົນລະເມືອງ, ການປຸ້ນຈີ້, ຊີງຊັບ, ອຸບັດຕິເຫດ, ອັກຄີໄພ, ບັນຫາການຄ້າຂາຍ ແລະ ມົ້ວສຸມຢາເສບຕິດ, ເຊິ່ງເຫັນວ່າສົ່ງຜົນສະທ້ອນໂດຍກົງຕໍ່ການພັດທະນາທາງດ້ານເສດຖະກິດ-ສັງຄົມ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມ.

ໃນໄລຍະ 6 ເດືອນຜ່ານມາ, ໃນການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ຂອງເມືອງໄຊເສດຖາ, ຄະນະພັກ-ຄະນະບັນຊາ ໄດ້ສຸມໃສ່ແກ້ໄຂບັນຫາການຄ້າຂາຍຢາເສບຕິດ ໂດຍຕິດພັນກັບ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ທີ່ຂຶ້ນເທິງໄດ້ວາງອອກຢ່າງເຂັ້ມງວດ ໂດຍນຳເອົາບັນດານິຕິກຳ ແລະ ເອກະສານທີ່ພົວພັນກັບວຽກງານ ເປັນຕົ້ນແມ່ນ ຄຳສັ່ງສະບັບເລກທີ 02/ກມສພ, ລົງວັນທີ 26 ກໍລະກົດ 2021 ວ່າດ້ວຍ ການເພີ່ມທະວີການຊີ້ນຳ, ນໍາພາຂອງຄະນະພັກແຕ່ລະຂັ້ນ ຕໍ່ການສະກັດກັ້ນ ແລະ ແກ້ໄຂບັນຫາມາເສບຕິດ, ແຜນປະຕິບັດງານລະບັບເລກທີ 520/ປກສນວ, ລົງວັນທີ 3 ພະຈິກ 2021 ແກ້ໄຂບັນຫາຢາເສບຕິດຂອງກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ເເລະ ປະມວນກົດໝາຍອາຍາມາດຕາ 314, ເພີ່ມທະວີເຂົ້າໃນວຽກງານ ການໂຄສະນາເຜີຍແຜ່ຜົນຮ້າຍຂອງຢາເສບຕິດ ແລະ ກົດໝາຍ ວ່າດ້ວຍ ຢາເສບຕິດ ໂດຍຜ່ານທາງໂທລະໂຄງປະຈຳແຕ່ລະບ້ານ ເພື່ອໃຫ້ພໍ່-ແມ່ປະຊາຊົນ, ຊາວຄ້າຂາຍ, ກຳມະກອນຜູ້ໃຊ້ແຮງງານ, ໄວໜຸ່ມ ແລະ ເຍົາວະຊົນທີ່ດໍາລົງຊີວິດຢູ່ໃນບ້ານຂອງຕົນ ຮັບຮູ້ ແລະ ເຂົ້າໃຈ.

ໃນໃນການຈັດຕັ້ງປະຕິບັດ ໄດ້ຈັດຕັ້ງເຊື່ອມຊຶມເອກະສານ ວາລະແຫ່ງຊາດ ໃນການແກ້ໄຂບັນຫາຢາເສບຕິດ ໄດ້ 24 ຄັ້ງ; ໃນນີ້, ມີ 24 ບ້ານ, ຜູ້ເຂົ້າຮ່ວມຮັບຟັງ 480 ຄົນ ແລະ ໄດ້ຂຶ້ນບັນຊີ, ສ້າງບົດບັນທຶກ ແລະ ປະເມີນບັນດາຫົວໜ່ວຍທຸລະກິດ, ບ້ານ, ໂຮງຮຽນ ແລະ ຄອບຄົວປອດຢາເສບຕິດ ປະກອບມີຫົວໜ່ວຍທີ່ມີຄວາມສ່ຽງ 21 ຫົວໜ່ວຍ, ປະເມີນບ້ານປອດຢາເສບຕິດ 10 ບ້ານ, ປະເມີນໂຮງຮຽນປອດຢາເສບຕິດ 7 ໂຮງຮຽນ ແລະ ໄດ້ສ້າງບົດບັນທຶກກັບຄອບຄົວທີ່ພົວພັນກັບຢາເສບຕິດ 310 ຄອບຄົວ ປະກອບມີ 48 ບ້ານ.

ປະສານສົມທົບກັບບັນດາ ປກສ ກຸ່ມບ້ານ ແລະ ອົງການປົກຄອງຂັ້ນບ້ານ ເພື່ອສຶກສາອົບຮົບເປົ້າໝາຍທີ່ພົວພັນກັບຢາເສບຕິດ ແລະ ມອບຄືນໃຫ້ຜູ້ປົກຄອງ 10 ຄັ້ງ, ເປົ້າໝາຍທີ່ພົວພັນກັບຢາເສບຕິດ ເຂົ້າຮ່ວມຮັບຟັງທັງໝົດ 125 ຄົນ; ໃນນີ້, ມີເປົ້າໝາຍຊື້-ຂາຍຢາເສບຕິດ ທາງພວກເຮົາແມ່ນໄດ້ດຳເນີນຄະດີຕາມກົດໝາຍ, ສາມາດແກ້ໄຂຄະດີຢາເສບຕິດ 18 ເລື່ອງ, ກັກຕົວຜູ້ຖືກຫາ 48 ຄົນ ຍິງ 6 ຄົນ ແລະ ສາມາດຢຶດຂອງກາງ ປະເພດຢາບ້າ 103.499 ເມັດ, ຢາໄອສ໌ 883 ກຼາມ, ແກ້ໄຂເປົ້າໝາຍຄ້າຂາຍຢາເສບຕິດ 13 ເລື່ອງ, ກັກຕົວໄດ້ 43 ຄົນ ຍິງ 4 ຄົນ ແລະ ແກ້ໄຂເປົ້າໝາຍມີຢາເສບຕິດໄວ້ໃນຄອບຄອງ 5 ເລື່ອງ, ກັກຕົວໄດ້ 5 ຄົນ, ສຳລັບເປົ້າໝາຍມົ້ວສຸມຢາເສບຕິດ ຜູ້ທີ່ຖືກເຄາະຮ້າຍ ແມ່ນບໍ່ໄດ້ດໍາເນີນຄະດີ ແຕ່ໄດ້ນໍາສົ່ງສູນປິ່ນປົວ ແລະ ຝຶກວິຊາຊີບ 35 ເລື່ອງ, ມີຈຳນວນ 35 ຄົນ.

ສຳລັບແຜນການໃນຕໍ່ໜ້າ, ຄະນະພັກ-ຄະນະບັນຊາ ຈະສຸມໃສ່ຈັດຕັ້ງວາລະແຫ່ງຊາດ ແກ້ໄຂບັນຫາຢາເສບຕິດ ຕາມແຜນການຂອງກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 1843/ປກສ ແລະ ຕາມຂໍ້ຕົກລົງ 841/ຈນວ, ລົງວັນທີ 25 ຕຸລາ 2021 ວ່າດ້ວຍ ການຜັນຂະຫຍາຍ ແລະ ແບ່ງງານການຈັດຕັ້ງປະຕິບັດ ວາລະເເຫ່ງຊາດ ກ່ຽວກັບການແກ້ໄຂບັນຫາຢາເສບຕິດ ຂອງນະຄອນຫຼວງວຽງຈັນ ແລະ ແຜນປະຕິບັດງານແກ້ໄຂບັນຫາຢາເສບຕິດ ຂອງກອງບັນຊາການປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ແຕ່ປີ 2021-2023, ສະບັບເລກທີ 520/ປກສ, ລົງວັນທີ 3 ພະຈິກ 2021 ຢ່າງເຂັ້ມງວດ.