ທິດທາງແຜນການ ປະຈໍາປີ 2023, ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ໃນກໍາລັງປ້ອງກັນຄວາມສະຫງົບ ແຂວງວຽງຈັນ ຈະສືບຕໍ່ນໍາພາປະຕິບັດວຽກງານປັບປຸງ-ກໍ່ສ້າງ ກໍາລັງປ້ອງກັນຄວາມສະຫງົບແຂວງ ໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ມີແບບແຜນທັນສະໄໝ ເພື່ອເຮັດໃຫ້ກໍາລັງມີຄວາມປອດໃສ, ໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ, ມີລະບຽບຢ່າງເຂັ້ມງວດ, ມີຄວາມຊຳນິຊຳນານທາງດ້ານວິຊາສະເພາະ, ມີແບບແຜນນໍາພາ-ບັນຊາ, ເຄື່ອນໄຫວວຽກງານມີວິທະຍາສາດ ແລະ ຫັນກໍາລັງເຂົ້າສູ່ຄວາມທັນສະໄໝຢ່າງແຂງແຮງ.

ພັອ ຄໍາສິງ ຮົ່ມດວງໄຊ ຮອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ແຂວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນ ປກສ ວ່າ:

ທິດທາງແຜນການປີ 2023, ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ໃນກໍາລັງປ້ອງກັນຄວາມສະຫງົບ ແຂວງວຽງຈັນ ຈະສືບຕໍ່ປະຕິບັດວຽກງານປັບປຸງ, ກໍ່ສ້າງພັກ, ກໍ່ສ້າງກໍາລັງປ້ອງກັນຄວາມສະຫງົບແຂວງ ໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ມີແບບແຜນທັນສະໄໝ. ກ່ອນອື່ນໝົດນັ້ນ ແມ່ນຈະສືບຕໍ່ເອົາໃຈໃສ່ສຶກສາອົບຮົມນາຍ ແລະ ພົນຕຳຫຼວດ ໃຫ້ມີແນວຄິດການເມືອງທີ່ໜັກແໜ້ນ, ມີຄວາມເຂັ້ມແຂງດ້ານການຈັດຕັ້ງ ບົນພື້ນຖານ ແມ່ນຈັດຕັ້ງເຜີຍແຜ່, ເຊື່ອມຊຶມມະຕິ, ຄໍາສັ່ງ, ຂໍ້ກໍານົດ, ກົດລະບຽບ, ກົດໝາຍ ແລະ ມູນເຊື້ອອັນດີງາມຂອງພັກ, ຂອງຊາດຢ່າງທົ່ວເຖິງ ແລະ ເປັນປົກກະຕິ, ສືບຕໍ່ກໍ່ສ້າງພະນັກງານວິຊາສະເພາະ ໃຫ້ເຂັ້ມແຂງຮອບດ້ານ, ຂຶ້ນແຜນກໍານົດຕໍາແໜ່ງງານພະນັກງານນໍາພາ, ສືບທອດ, ປ່ຽນແທນ ແລະ ປັບປຸງສັບຊ້ອນຈັດວາງເຂົ້າຕໍາແໜ່ງງານໃຫ້ຖືກຕ້ອງ ເພື່ອຕອບສະໜອງກັບໜ້າທີ່ການເມືອງຂອງກໍາລັງປ້ອງກັນຄວາມສະຫງົບ ໃນສະພາບການໃໝ່, ສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດວຽກງານນະໂຍບາຍດ້ານຕ່າງໆ, ກໍ່ສ້າງຍົກລະດັບຄວາມຮູ້ດ້ານວິຊາສະເພາະຢູ່ພາຍໃນ ແລະ ຕ່າງປະເທດ ແຕ່ລະໄລຍະ, ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານຕິດຕາມ, ກວດກາ, ຄຸ້ມຄອງ, ປ້ອງກັນກໍາລັງ, ສືບຕໍ່ແກ້ໄຂປະກົດການຫຍໍ້ທໍ້ ແລະ ຫາງສຽງວິພາກວິຈານໃນກໍາລັງປ້ອງກັນຄວາມສະຫງົບ, ຊັນນະສູດຂໍ້ມູນຕາມຄໍາຮ້ອງຟ້ອງໃຫ້ຖືກຕ້ອງຊັດເຈນ ແລະ ມີຄວາມຍຸຕິທໍາ. 

ນອກຈາກນີ້, ດ້ານວຽກງານປ້ອງກັນຄວາມສະຫງົບ ທາງດ້ານການເມືອງ ຈະສືບຕໍ່ເຮັດວຽກງານຕິດຕາມ, ເກັບກຳຂ່າວ, ກຳແໜ້ນເປົ້າໝາຍຢູ່ພາຍໃນ ແລະ ຕ່າງປະເທດທີ່ມີການພົວພັນກໍ່ຄວາມບໍ່ສະຫງົບ ໃຫ້ຖືກຕ້ອງ ແລະ ຊັດເຈນ ເພື່ອຮັບປະກັນໃນການສະກັດກັ້ນ ແລະ ຕອບຕ້ານຢ່າງທັນການ, ເຂັ້ມງວດກວດກາສົມທົບພາກສ່ວນກ່ຽວຂ້ອງ ເກັບກໍາສະພາບບຸກຄະລາກອນຂອງພັກ-ລັດ, ການຄັດເລືອກຮັບລັດຖະກອນ ຢູ່ສຳນັກງານ-ອົງການ, ເພີ່ມທະວີການຄຸ້ມຄອງ, ຊີ້ນຳວຽກງານປ້ອງກັນສຳນັກງານ-ອົງການ, ວຽກງານກວດກາ, ຕິດຕາມອົງການຈັດຕັ້ງສັງຄົມ ແລະ ມູນນິທິຕ່າງໆ ເພື່ອຊອກຮູ້ສະກັດກັ້ນ, ຕ້ານການແຊກຊຶມຂອງສັດຕູເຂົ້າອົງການຈັດຕັ້ງພັກ-ລັດໃຫ້ທັນການ, ສຸມໃສ່ຕ້ານແນວຄິດແບ່ງແຍກເຜົ່າ, ການສວຍໃຊ້ສື່ສັງຄົມອອນລາຍຕ້ານລະບອບໃໝ່, ຕ້ານການສວຍໃຊ້ສາສະໜາ, ຕ້ານການສວຍໃຊ້ອົງການປະຈຳ, ການສວຍໃຊ້ການລົງທຶນ, ການສວຍໃຊ້ການທ່ອງທ່ຽວ ແລະ ຢ້ຽມຢາມ ໃຫ້ຮັດກຸມ ແລະ ເຂັ້ມງວດ, ສືບຕໍ່ຍົກສູງຄຸນນະພາບການເຂົ້າ-ອອກຂອງດ່ານ, ຄຸ້ມຄອງຄົນຕ່າງປະເທດມາດຳເນີນທຸລະກິດ, ມາທ່ອງທ່ຽວຢ້ຽມຢາມ, ປະກອບອາຊີບ ແລະ ການແຕ່ງງານຂອງຄົນຕ່າງປະເທດຢູ່ບັນດາເມືອງ ຕາມລະບຽບກົດໝາຍ ໂດຍເລີ່ມຈາກການຕິດຕາມເຂົ້າ-ອອກຕາມດ່ານ, ເມືອງທ່ອງທ່ຽວ, ປຸກລະດົມໃຫ້ຜູ້ປະກອບການເຮືອນພັກ ແລະ ໂຮງແຮມ ມີສ່ວນຮ່ວມ. 

ໃນໄລຍະຜ່ານມາ, ໄດ້ປະເມີນຄືນໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ປະຈໍາປີ 2021 ໄດ້ 16 ໜ່ວຍພັກ, ສະເໜີອະນຸມັດມະຫາຊົນກ້າວໜ້າ ເຂົ້າຮຽນສະໜັບສະໜູນ 22 ສະຫາຍ ຍິງ 3 ສະຫາຍ, ຮຽນລະບຽບພັກ 20 ສະຫາຍ ຍິງ 6 ສະຫາຍ, ເຮັດໃບໂຍກຍ້າຍການຮ່ວມຊີວິດພັກ 65 ສະຫາຍ ຍິງ 2 ສະຫາຍ, ເອົາໃຈໃສ່ປັບປຸງວຽກງານອົງການຈັດຕັ້ງຊາວໜຸ່ມ, ແມ່ຍິງ ໃຫ້ມີຄວາມເຂັ້ມແຂງ ແລະ ໜັກແໜ້ນດ້ານການຈັດຕັ້ງ ເຊິ່ງສະແດງອອກ ຄື:

ຮາກຖານຊາວໜຸ່ມ ກອງບັນຊາການ ໄດ້ຮັບນາມມະຍົດເປັນຊາວໜຸ່ມ 4 ບຸກ ແລະ ແມ່ຍິງ 3 ດີ, ໄດ້ເປັນເຈົ້າການໃນການຄົ້ນຄວ້ານໍາສະເໜີຂັ້ນເທິງສັບຊ້ອນນາຍ ແລະ ພົນຕໍາຫຼວດ ທີ່ຮຽນຈົບຈາກສະຖາບັນຕ່າງໆທັງພາຍໃນ ແລະ ຕ່າງປະເທດ 63 ສະຫາຍ, ຫັນເອົາພະນັກງານທີ່ຮຽນຈົບຈາກສະຖາບັນຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ລົງຮາກຖານຕາມສາຍວິຊາສະເພາະຢູ່ 2 ເມືອງ ຄື: ເມືອງເຟືອງ ແລະ ເມືອງໝື່ນ ທັງໝົດ 49 ສະຫາຍ ຍິງ 6 ສະຫາຍ, ຄົ້ນຄວ້າໄປຍົກລະດັບວິຊາສະເພາະ, ທິດສະດີ 80 ສະຫາຍ ຍິງ 9 ສະຫາຍ ແລະ ເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດ 1.059 ສະຫາຍ ຍິງ 189 ສະຫາຍ, ຈັດພິທີປາຖະກະຖາເລົ່າຄືນມູນເຊື້ອ ວັນສໍາຄັນຕ່າງໆຂອງພັກ-ຂອງຊາດໄດ້ 12 ຄັ້ງ, ມີຜູ້ເຂົ້າຮ່ວມ 898 ສະຫາຍ ຍິງ 202 ສະຫາຍ, ເປັນເຈົ້າການໂຄສະນາເຜີຍແຜ່ວຽກງານສື່ມວນຊົນ ເຊັ່ນ: ລົງເກັບກໍາຂ່າວ ພ້ອມທັງຂຽນຂ່າວອອກສື່ໄດ້ 242 ຄັ້ງ, ອັດລາຍການວິທະຍຸ 88 ຄັ້ງ, ຮັບ-ຢາຍວາລະສານ 80 ຫົວ, ໜັງສືພິມ 3.030 ສະບັບ.

ສັງລວມແລ້ວ, ທິດທາງແຜນການປີ 2023 ນີ້ ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ໃນກໍາລັງປ້ອງກັນຄວາມສະຫງົບ ແຂວງວຽງຈັນ ຈະສືບຕໍ່ປະຕິບັດວຽກງານປັບປຸງ, ກໍ່ສ້າງພັກ, ກໍ່ສ້າງກໍາລັງປ້ອງກັນຄວາມສະຫງົບແຂວງ ໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ມີແບບແຜນທັນສະໄໝ ໂດຍຈະເອົາໃຈໃສ່ສຶກສາອົບຮົມພະນັກງານ-ນັກຮົບ ໃຫ້ມີແນວຄິດການເມືອງທີ່ໜັກແໜ້ນ, ມີຄວາມເຂັ້ມແຂງດ້ານການຈັດຕັ້ງ, ກໍ່ສ້າງພະນັກງານວິຊາສະເພາະໃຫ້ເຂັ້ມແຂງ, ປັບປຸງສັບຊ້ອນຈັດວາງເຂົ້າຕໍ່າແໜ່ງງານໃຫ້ຖືກຕ້ອງ ເພື່ອຕອບສະໜອງກັບໜ້າທີ່ການເມືອງຂອງກໍາລັງປ້ອງກັນຄວາມສະຫງົບ ໃນສະພາບການໃໝ່, ສືບຕໍ່ແກ້ໄຂປະກົດການຫຍໍ້ທໍ້ ແລະ ຫາງສຽງວິພາກວິຈານໃນກໍາລັງປ້ອງກັນຄວາມສະຫງົບ, ຊັນນະສູດຂໍ້ມູນຕາມຄໍາຮ້ອງຟ້ອງໃຫ້ຖືກຕ້ອງຊັດເຈນ ແລະ ມີຄວາມຍຸຕິທໍາ.