ມາຮອດປັດຈຸບັນ, (ວັນທີ 13 ສິງຫາ 1950-13 ສິງຫາ 2023) ວັນສື່ມວນຊົນ ແລະ ພິມຈໍາໜ່າຍ ກໍໄດ້ໝູນວຽນມາບັນຈົບຄົບຮອບ 73 ປີ, ເມື່ອຫວນຄືນ 73 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງການເຄື່ອນໄຫວວຽກງານສື່ມວນຊົນ ແລະ ການພິມຈໍາໜ່າຍ ທີ່ຜ່ານມາ ແມ່ນໄດ້ມີການປ່ຽນແປງ, ປັບປຸງ, ພັດທະນາ ໃນແຕ່ລະໄລຍະຢ່າງເປັນລະບົບ ແລະ ຕໍ່ເນື່ອງເປັນກ້າວໆ ມາຕິດພັນກັບການນໍາພາ-ຊີ້ນໍາຂອງພັກຢ່າງໃກ້ຊິດ ແລະ ສະໜິດແໜ້ນ.

ສະນັ້ນ, ຕໍ່ມາວັນທີ 13 ສິງຫາ 1950 ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຈຶ່ງໄດ້ຕົກລົງສ້າງຕັ້ງ ແນວລາວອິດສະຫຼະ ແລະ ລັດຖະບານລາວຕໍ່ຕ້ານ. ມື້ດຽວກັນນັ້ນ, ກອງປະຊຸມ ໄດ້ຕົກລົງສ້າງຕັ້ງ ໜັງສືພິມປະຕິວັດຂອງຕົນຂຶ້ນ ໂດຍໃສ່ຊື່ວ່າ: ໜັງສືພິມລາວອິດສະຫຼະ. ໜັງສືພິມນີ້ ຮູບນອກແມ່ນເປັນສຽງຂອງແນວລາວອິດສະຫຼະ ແລະ ລັດຖະບານລາວຕໍ່ຕ້ານ ໃນເວລານັ້ນ, ແຕ່ເນື້ອແທ້ ແມ່ນໜັງສືພິມຂອງພັກ ແລະ ໃນມື້ດຽວກັນນັ້ນ ກໍໄດ້ສ້າງຕັ້ງໂຮງພິມລາວອິດສະຫຼະຂຶ້ນ ເພື່ອຮັບໃຊ້ໜ້າທີ່ການເມືອງ ເຊັ່ນ: ພິມເອກະສານຂອງກອງປະຊຸມໃຫຍ່, ພິມຄຳຮຽກຮ້ອງຂອງລັດຖະບານລາວຕໍ່ຕ້ານ ແລະ ໜັງສືພິມລາວອິດສະຫຼະ; ນັບແຕ່ມື້ສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ໃນວັນທີ 22 ມີນາ 1955 ເປັນຕົ້ນມາ, ພັກຍິ່ງເອົາໃຈໃສ່ຢ່າງໃກ້ຊິດ ແລະ ຊີ້ນຳໜັງສືພິມປະຕິວັດ ເພື່ອເຮັດສໍາເລັດໜ້າທີ່ຂອງຕົນ.

ມາຮອດວັນທີ 6 ມັງກອນ 1956, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຂອງແນວລາວອິດສະຫຼະ ໄດ້ໄຂຂຶ້ນຢູ່ແຂວງຫົວພັນ ແລະ ໄດ້ຕົກລົງປ່ຽນຊື່ມາເປັນ ແນວລາວຮັກຊາດ ເພື່ອໃຫ້ສອດຄ່ອງກັບໜ້າທີ່ການເມືອງໃນໄລຍະນັ້ນ, ສູນກາງພັກ ໄດ້ຕົກລົງປ່ຽນຊື່ ໜັງສືພິມລາວອິດສະຫຼະ ມາເປັນ ໜັງສືພິມລາວຮັກຊາດ ເພື່ອເຮັດໜ້າທີ່ໂຄສະນາຮັບໃຊ້ໃຫ້ແກ່ການລວມລາວ ຄັ້ງທີ I ໃນໄລຍະປີ 1957-1959, ໂຮງພິມ ແລະ ໜັງສືພິມລາວຮັກຊາດ ໄດ້ຍ້າຍສໍານັກງານມາຢູ່ນະຄອນຫຼວງວຽງຈັນ.

ປີ 1958-1959, ສະພາບທາງການເມືອງ ມີຄວາມເຄັ່ງຕຶງ ແລະ ມີຫຼາຍເຫດການສໍາຄັນເກີດຂຶ້ນ, ໜັງສືພິມລາວຮັກຊາດ ໄດ້ຍົກສູງພາລະບົດບາດໃນການເປັນປາກກະບອກສຽງຂອງ ສູນກາງແນວລາວຮັກຊາດ ເພື່ອເຮັດໜ້າທີ່ຂົນຂວາຍປຸກລະດົມປະຊາຊົນບັນດາເຜົ່າ ເຂົ້າຮ່ວມການປະຕິວັດ, ຕ້ານການຮຸກຮານຂອງພວກລ່າເມືອງຂຶ້ນແບບໃໝ່ ແລະ ລູກແຫຼ້ງຕີນມືຂອງພວກເຂົາຢ່າງພິລະອາດຫານ.

ໃນວັນທີ 6 ມັງກອນປີ 1968, ສໍານັກຂ່າວສານປະເທດລາວ ໄດ້ຮັບການສ້າງຕັ້ງຂຶ້ນຢູ່ຖໍ້າແຫ່ງໜຶ່ງ ທີ່ບ້ານບັກທົ່ງນາໄກ່, ປັດຈຸບັນແມ່ນ ເມືອງວຽງໄຊ ແຂວງຫົວພັນ, ເຊິ່ງເປັນຖານທີ່ໝັ້ນຂອງການປະຕິວັດ, ທ່ານປະທານ ສຸພານຸວົງ ປະທານແນວລາວຮັກຊາດ ໄດ້ລົງນາມໃນມະຕິຕົກລົງຂອງສູນກາງແນວລາວຮັກຊາດ ສະບັບໜຶ່ງ ວ່າດ້ວຍ ການສ້າງຕັ້ງສຳນັກຂ່າວສານປະເທດລາວ ຂຶ້ນຢ່າງເປັນທາງການ (ໃນໂອກາດລະນຶກ ວັນສ້າງຕັ້ງແນວລາວຮັກຊາດ ຄົບຮອບ 12 ປີ) ເພື່ອເຮັດໜ້າທີ່ຖະແຫຼງຂ່າວສູ່ພາຍໃນ ແລະ ຕ່າງປະເທດ.

ເດືອນສິງຫາ 1975 ເຊິ່ງເປັນໄລຍະຝ່າຍກຳລັງປະຕິວັດ ໄດ້ຮັບໄຊຊະນະໃນຂອບເຂດທົ່ວປະເທດ, ໜັງສືພິມລາວຮັກຊາດ ໄດ້ກັບຄືນມາຕັ້ງສຳນັກງານຢູ່ນະຄອນຫຼວງວຽງຈັນອີກ ໂດຍປ່ຽນຊື່ເປັນ ໜັງສືພິມສຽງປະຊາຊົນ ແລະ ຕໍ່ມາໃນປີ 1983 ໄດ້ປ່ຽນຊື່ມາເປັນ ໜັງສືພິມປະຊາຊົນ, ສ່ວນໂຮງພິມແຫ່ງຊາດ ກໍໄດ້ປ່ຽນຊື່ມາເປັນ ໂຮງພິມແຫ່ງລັດ; ຈາກໝາກຜົນຂອງການຮ່ວມຈິດຮ່ວມໃຈກັນຕ້ານກັບພວກຮຸກຮານຕ່າງດ້າວ ແລະ ລູກແຫຼ້ງຕີນມືຂອງພວກເຂົາ ໃນທີ່ສຸດປະຊາຊົນລາວກໍປົດປ່ອຍປະເທດຊາດ ໄດ້ຢ່າງສົມບູນໃນວັນທີ 2 ທັນວາປີ 1975.

ຕໍ່ຈາກນັ້ນມາ, ສື່ມວນຊົນຫຼາຍສໍານັກ ໄດ້ຖືກສ້າງຕັ້ງຂຶ້ນ ແລະ ເປັນກະບອກສຽງອັນສໍາຄັນໃຫ້ແກ່ພັກ-ລັດ, ເຮັດໃຫ້ສື່ມວນຊົນ ແລະ ກາມພິມຈຳໜ່າຍ ໄດ້ກາຍເປັນອາວຸດອັນຄົມແຫຼມຄົມຂອງພັກ, ເປັນປາກກະບອກສຽງໃຫ້ພັກ-ລັດ ແລະ ປະຊາຊົນ, ເປັນເວທີສົ່ງເສີມ ລະບອບປະຊາທິປະໄຕ ປະຊາຊົນ, ທັງຕໍ່ສູ້ທາງດ້ານການເມືອງ-ແນວຄິດ, ນໍາພາຫາງສຽງສັງຄົມ, ຕອບໂຕ້ຖ້ອຍທໍານອງຂອງກຸ່ມຄົນບໍ່ດີ, ອິດທິກໍາປໍລະປັກຢ່າງເລິກເຊິ່ງ, ທັນການ; ວຽກງານສື່ມວນຊົນ ແລະ ການພິມຈໍາໜ່າຍ ໄດ້ພັດທະນາທາງດ້ານປະລິມານ ແລະ ຄຸນນະພາບຢ່າງເປັນລະບົບ ແລະ ຕໍ່ເນື່ອງ.

ໃນນີ້, ໃນຂະແໜງສື່ມວນຊົນ ປກສ ໂດຍສະເພາະ ກົມສື່ມວນຊົນ ກົມໃຫຍ່ການເມືອງ ກະຊວງ ປກສ ກໍຄື ຄະນະພັກ-ຄະນະບັນຊາ ກົມສື່ມວນຊົນ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາປັບປຸງ ແລະ ພັດທະນາພາຫະນະສື່ມວນຊົນ ປກສ ໃຫ້ກ້າວສູ່ຄຸນນະພາບອັນໃໝ່ ນັບທັງຮູບແບບ ແລະ ວິທີການໃນການໂຄສະນາ, ການນຳສະເໜີຂໍ້ມູນ-ຂ່າວສານເນື້ອຫາສາລະໜ້າຮູ້ທີ່ເປັນປະໂຫຍດ, ເຮັດໃຫ້ສື່ມວນຊົນ ປກສ ກາຍເປັນກະບອກສຽງອັນສຳຄັນໃຫ້ແກ່ພັກ-ລັດ, ໃຫ້ແກ່ກຳລັງປ້ອງກັນຄວາມສະຫງົບ ໃນການເຜີຍແຜ່ແນວທາງນະໂຍບາຍຂອງພັກ-ລັດ, ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຂອງພັກ ໃນການເຜີຍແຜ່ຂໍ້ມູນ-ຂ່າວສານ ແລະ ສະພາບການດ້ານຕ່າງໆທີ່ເກີດຂຶ້ນໃນສັງຄົມ.

ປະກອບສ່ວນອັນສຳຄັນໃນການແກ້ໄຂບັນຫາປະກົດການຫຍໍ້ທໍ້ໃນສັງຄົມ ແລະ ເປັນອາວຸດອັນແຫຼມຄົມ ໃນການຕອບຕ້ານທຸກກົນອຸບາຍທຳລາຍມ້າງເພຂອງພວກສັດຕູ ແລະ ບັນດາອິດທິກໍາລັງປໍລະປັກ, ໄດ້ເຄື່ອນໄຫວເກັບກຳຂ່າວ ໃນວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ຕິດພັນກັບ ການເກັບກໍາຜົນງານການເຄື່ອນໄຫວເຮັດໜ້າທີ່ວຽກງານວິຊາສະເພາະ ຂອງກຳລັງປ້ອງກັນຄວາມສະຫງົບແຂວງ.

ຂຽນຂ່າວຕອບໂຕ້ການໃສ່ຮ້າຍປ້າຍສີ, ການບິດເບືອນຄວາມຈິງ ແລະ ສື່ອອນລາຍ ທີ່ໃສ່ຮ້າຍປ້າຍສີພັກ-ລັດຖະບານ ແລະ ເຈົ້າໜ້າທີ່ທຸກພາກສ່ວນ ຢ່າງວ່ອງໄວ-ທັນການ ສະແດງອອກຄື: ໂດຍອີງຕາມບົດສະຫຼຸບການເຄື່ອນໄຫວຽກງານ ປະຈຳປີ 2022 ແລະ ວາງທິດທາງປີ 2023.

ກອງບັນນາທິການ ໜັງສືພິມຄວາມສະຫງົບ ເຄື່ອນໄຫວເກັບກຳຂ່າວໄດ້ 1.445 ຄັ້ງ, ຂຽນຂ່າວໄດ້ 1.435 ຂ່າວ, ຂຽນບົດໄດ້ 866 ບົດ, ສຳພາດໄດ້ 83 ຄັ້ງ, ຮັບຂ່າວຕ່າງແຂວງ ແລະ ກວດແກ້ໄດ້ 2.960 ຂ່າວ, ຮຽບຮຽງຂ່າວຕ່າງປະເທດ, ຂ່າວກິລາ, ຄະດີຕ່າງແດນ ແລະ ບົດຮູ້ໄວ້ໄດ້ປະໂຫຍດໄດ້ 2.549 ບົດຂາວ, ກວດບົດ-ກວດຂ່າວໄດ້ທັງໝົດ 4.277 ບົດ-ຂ່າວ, ອັບຂ່າວລົງເວັບໄຊກະຊວງ 645 ຂ່າວ, ປະຈຳການ 750 ຄັ້ງ, ໄດ້ລົງຂ່າວທາງເຟສບຸກ-ເວບໄຊ 4.304 ຂ່າວ, ອອກແບບຈັດໜ້າໄດ້ 3.524 ໜ້າ ແລະ ໄດ້ກວດແກ້ໜ້າໜັງສືພິມທັງໝົດ3.524 ໜ້າ.

ກອງບັນນາທິການ ວາລະສານ ເຄື່ອນໄຫວເກັບກໍາຂ່າວໄດ້ 253 ຄັ້ງ, ເຄື່ອນໄຫວເກັບກໍາຂ່າວຕ່າງແຂວງ 5 ຄັ້ງ, ສຳພາດຂ່າວ 38 ຄັ້ງ, ຂຽນຂ່າວໄດ້ 884 ຂ່າວ, ຮັບຂ່າວຈາກຕ່າງແຂວງອັບລົງເຟສບຸກ 652 ຂ່າວ, ຂຽນບົດໄດ້ 25 ບົດ, ຮັບບົດນັກສຶກສາ 155 ບົດ, ກວດແກ້ບົດ-ຂ່າວລົງວາລະສານ 125 ບົດ-ຂ່າວ, ລົງຂ່າວເຟສບຸກ-ເວັບໄຊ 1.336 ຂ່າວ ແລະ ຈັດໜ້າວາລະສານ 720 ໜ້າ.

ກອງບັນນາທິການ ວິທະຍຸ ຜະລິດລາຍການອອກອາກາດທັງໝົດ 8.640 ຄັ້ງ, ຂຽນຂ່າວໄດ້ທັງໝົດ 2.396 ຂ່າວ, ຂຽນບົດໄດ້ທັງໝົດ 283 ບົດ, ຮັບ ແລະ ຂຽນຂ່າວຕ່າງແຂວງ 1.286 ຂ່າວ ແລະ ອ່ານບົດ-ຂ່າວອອກອາກາດທັງໝົດ 4.479 ຂ່າວ.

ກອງບັນນາທິການ ໂທລະພາບ ໄດ້ຕິດຕາມໄປນຳ ຄະນະນຳກະຊວງ ເຮັດວຽກຕ່າງແຂວງ ແລະ ຕ່າງປະເທດ 55 ຄັ້ງ, ຜະລິດລາຍການໄດ້ທັງໝົດ 1.514 ຄັ້ງ (ລາຍການອັດເທັບມີ 1.072 ຄັ້ງ, ລາຍການສົດ 820 ຄັ້ງ), ເຄື່ອນໄຫວເກັບກຳຂ່າວຢູ່ສູນກາງ ແລະ ທ້ອງຖິ່ນ 1.102 ຄັ້ງ (ເກັບກໍາຂ່າວວາລະແຫ່ງຊາດ 385 ຄັ້ງ), ຂຽນຂ່າວໄດ້ທັງໝົດ 10.803 ຂ່າວ (ຂ່າວວາລະແຫ່ງຊາດ 756 ຂ່າວ), ໂຄສະນາສະປອດໂຄວິດ-19 ຈຳນວນ 2.016 ຄັ້ງ, ສະປອດວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ 60.480 ຄັ້ງ, ລະຄອນຕ້ານຢາເສບຕິດ 480 ຄັ້ງ, ລາຍການຕ້ານຢາເສບຕິດ 192 ຄັ້ງ, ແຈ້ງຂ່າວ ແລະ ແຈ້ງການຕ່າງໆ 744 ຄັ້ງ, ອັບຂ່າວລົງຢູທູບ ແລະ ເຟສບຸກ 4.704 ຄັ້ງ, ສ້າງມູນເຊື້ອໃຫ້ກົມກອງໄດ້ 3 ກົມກອງ ແລະ ສະປອດວັນສ້າງຕັ້ງຂອງກົມກອງຕ່າງໆ 12 ຄັ້ງ.

ເນື່ອງໃນໂອກາດ ວັນສື່ມວນຊົນ ແລະ ພິມຈຳໜ່າຍ ຄົບຮອບ 73 ປີ ຄັ້ງນີ້, ຂໍຝາກເຖິງສື່ມວນຊົນທຸກຂະແໜງ ຈົ່ງພ້ອມກັນຕັດສິນໃຈພັດທະນາວຽກງານຂອງພວກເຮົາ ນັບແຕ່ດ້ານເນື້ອໃນ ແລະ ຮູບການໃຫ້ມີຫຼາຍຮູບຫຼາຍສີ, ສາມາດດຶງດູດຄວາມສົນໃຈຂອງຜູ້ອ່ານ, ຜູ້ຟັງ ແລະ ຜູ້ເບິ່ງ, ເຮັດໃຫ້ສັງຄົມມີສ່ວນຮ່ວມ, ນຳໃຊ້ເຕັກໂລຊີຂໍ້ມູນຂ່າວສານ ລາຍງານຄວາມເປັນຈິງໃຫ້ປະຊາຊົນເຂົ້າໃຈທຸກເຫດການທີ່ເກີດຂຶ້ນ, ນໍາເອົາແນວທາງແຜນນະໂຍບາຍ-ກົດໝາຍຂອງລັດ ລົງເຖິງຮາກຖານ ຢູ່ເຂດຫ່າງໄກສອກຫຼີກຢ່າງກວ້າງຂວາງຂຶ້ນກວ່າເກົ່າ.

ພ້ອມທັງຮຽກຮ້ອງມາຍັງຜູ້ຕິດຕາມຂ່າວທາງສື່ອອນລາຍ ຈົ່ງມີສະຕິລະວັງຕົວຢູ່ສະເໝີ, ຂໍໃຫ້ໄຈ້ແຍກໃຫ້ດີກ່ອນຈະສົ່ງຕໍ່ຂ່າວ, ຮູບພາບ ຫຼື ຂໍ້ຄວາມຕ່າງໆໄປສູ່ບຸກຄົນອື່ນ ໃຫ້ຫັນມາຕິດຕາມອ່ານ, ຕິດຕາມຊົມສື່ທາງການ ເພື່ອທໍາຄວາມເຂົ້າໃຈກັບເຫດການຄວາມເປັນຈິງທີ່ເກີດຂຶ້ນ.