ໃນທ້າຍເດືອນກໍລະກົດ ທີ່ຜ່ານມາ, ທີ່ລັດວິດສ໌ຄອນຊິນ ອາເມລິກາ, ດຣ ວິນເຊັນ ທຣານຊິດາ ຫົວໜ້າທີມຊັນນະສູດ ເຂດເດນເຄົາຕີ ໄດ້ຂຶ້ນໃຫ້ການທີ່ສານປະຈຳເຂດບຣາວເຄົາຕີ ໃນຖານະພະຍານຄະດີຄາດຕະກຳ ທ້າວ ແຊດ ໄທຣຽນ ອາຍຸ 25 ປີ ທີ່ເກີດຂຶ້ນເມື່ອວັນທີ 22 ກຸມພາ 2022; ເຊິ່ງ ດຣ ທຣານຊິດາ ໃຫ້ການໃນຊັ້ນສານວ່າ: ຫຼັງຈາກລົງມືຄາດຕະກຳແລ້ວ, ຜູ້ຖືກຫາໄດ້ຕັດຫົວຂອງ ທ້າວ ໄທຣຽນ ແລະ ຍັງມີການຕັດແຍກຊິ້ນສ່ວນສົບອີກຫຼາຍຊິ້ນ ລວມເຖິງລຳຕົວກໍຖືກຕັດຜ່າເຄິ່ງ, ສ່ວນດ້ານຫຼັງ ແມ່ນຖືກປາດເປັນຕ່ອນ.

ດຣ ທຣານຊິດາ ຍັງລະບຸຕື່ມວ່າ: ຮ່າງກາຍຂອງ ທ້າວ ໄທຣຽນ ບໍ່ມີເລືອດໄຫຼແລ້ວ ແລະ ຮອຍບາດແຜຕາມຮ່າງກາຍຂອງຜູ້ເສຍຊີວິດ ກໍສອດຄ່ອງກັບຄຳໃຫ້ການຂອງຜູ້ຖືກຫາທີ່ກ່າວວ່າ ຕ້ອງການເຮັດໃຫ້ເລືອດຂອງຜູ້ເສຍຊີວິດໄຫຼອອກຈາກຮ່າງກາຍຈົນໝົດ; ນອກນັ້ນ, ອະໄວຍະວະພາຍໃນ ກໍຖືກຜ່າ ແລະ ນຳອອກມາຈາກຮ່າງກາຍ ພ້ອມທັງມີການຕັດອະໄວຍະວະເພດຂອງຜູ້ເສຍຊີວິດນຳອີກ.

ສ່ວນຜູ້ຖືກຫາທີ່ລົງມືກໍ່ເຫດຊື່ ນາງ ເທເລີ ຊາບິດຊີເນດສ໌ ອາຍຸ 25 ປີ, ໄດ້ປະຕິເສດທຸກຂ້ໍກ່າວຫາ ແລະ ບໍ່ຍອມຮັບຜິດໃນສະຖານຄາດຕະກຳໂດຍເຈຕະນາ ແລະ ພິຈາລະນາໄວ້ກ່ອນ, ທຳລາຍສົບ ແລະ ກະທຳຊຳເລົາສົບ ໂດຍອ້າງວ່າເວລານັ້ນຕົນເອງຂາດສະຖິຕິຊົ່ວຄາວ.

ດ້ານທີມໄອຍະການ ເປີດເຜີຍວ່າ: ໃນວັນເກີດເຫດ, ນາງ ຊາບິດຊີເນດສ໌ ໄດ້ເສບຢາບ້າ ແລະ ມີເພດສຳພັນກັບຜູ້ເສຍຊີວິດ; ເຊິ່ງໃນໃນລະຫວ່າງນັ້ນ, ຜູ້ກ່ຽວໄດ້ເກີດອາການມຶນເມົາຈົນຄວບຄຸມຕົນເອງບໍ່ໄດ້ ຈຶ່ງຮັດຄໍ ທ້າວ ໄທຣຽນ ຈົນເສຍຊີວິດ. ນອກນັ້ນ, ທີມໄອຍະການ ຍັງລະບຸອີກວ່າ: ນາງ ຊາບິດຊີເນດສ໌ ໄດ້ສາລະພາບວ່າ ເປັນຜູ້ລົງມືທຳລາຍສົບຂອງ ທ້າວ ໄທຣຽນ ເປັນເວລາຫຼາຍຊົ່ວໂມງ, ໂດຍໄດ້ໃຊ້ມີດຫຼາຍດວງ ເພື່ອຕັດຊິ້ນສ່ວນຕ່າງໆຂອງຮ່າງກາຍ.

ທ້າວ ໄທຣຽນ ແລ້ວນຳໄປໄວ້ຕາມຈຸດຕ່າງໆ ຢູ່ຫ້ອງໃຕ້ດິນເຮືອນຂອງ ທ້າວ ໄທຣຽນ ໃນເຂດກຣີນເບ ເຊິ່ງເປັນເຮືອນທີ່ ທ້າວ ໄທຣຽນ ອາໄສຢູ່ກັບແມ່. ທັງນີ້, ນາງ ຊາບິດຊີເນດສ໌ ຍັງອ້າງວ່າ ທ້າວ ໄທຣຽນ ໄດ້ເສບໂຄເຄນ, ຢາບ້າ ແລະ ກັນຊາ ກ່ອນທີ່ຈະເສຍຊີວິດ, ແຕ່ເຖິງແນວນັ້ນ ຢາເສບຕິດຈຳນວນດັ່ງກ່າວ ກໍບໍ່ແມ່ນສາເຫດການເສຍຊີວິດທີ່ແທ້ຈິງຂອງ ທ້າວ ໂທຣຽນ.

ນາງ ພາຄານິດສ໌ ແມ່ຂອງ ທ້າວ ໄທຣຽນ ໃຫ້ຮູ້ວ່າ: ຕົນເອງຕື່ນນອນຂຶ້ນມາຕອນກາງເດິກ ຍ້ອນໄດ້ຍິນສຽງປະຕູໜ້າບ້ານຖືກປິດດ້ວຍຄວາມແຮງ, ຈຶ່ງອອກມາສຳຫຼວດເບິ່ງຄວາມເປັນລະບຽບຮຽບຮ້ອຍ ພາຍໃນເຮືອນ. ຫຼັງຈາກນັ້ນ, ກໍຍ່າງລົງໄປຫ້ອງໃຕ້ດິນ ພົບເຫັນຫົວຂອງລູກຊາຍຖືກຕັດຖິ້ມໄວ້ຢູ່ຖັງຂີ້ເຫຍື້ອ, ຈຶ່ງໄດ້ຟ້າວໄປບອກໃຫ້ຄົນຮັກຂອງຕົນ ໂທແຈ້ງເຫດສຸກເສີນຕໍ່ເຈົ້າໜ້າທີ່ຕຳຫຼວດ.

ທ່ານ ຟີລິບ ສະແຄນແລນ ອາຊີບນັກສືບ ແລະ ເປັນໜຶ່ງໃນທີມຕຳຫຼວດສືບສວນ-ສອບສວນຄະດີຄາດຕະກຳ ປະຈຳເຂດ ທີ່ເດີນທາງໄປຮອດບ່ອນເກີດເຫດເປັນຄະນະທຳອິດ ໃຫ້ຮູ້ວ່າ: ພົບອະໄວຍະວະເພດຂອງຜູ້ຊາຍ ແລະ ອັນທະຢູ່ໃນຖັງນ້ຳມັນ ພ້ອມກັບຫົວຂອງຜູ້ເສຍຊີວິດ; ເຊິ່ງ ທ່ານ ຟີລິບ ກໍໄດ້ສະແດງພາບຖ່າຍດັ່ງກ່າວຕໍ່ໜ້າຄະນະລູກຂຸນ ແລະ ອະທິບານສະພາບອະໄວະຍະວະພາຍໃນຂອງ ທ້າວ ໄທຣຽນ ທີ່ຖືກນຳອອກມາຈາກຮ່າງກາຍຂອງລາວ, ໃນຂະນະທີ່ຕີນເບື້ອງໜຶ່ງຖືກນຳມາວາງໄວ້ເທິງໜ້າເອິກຂອງລາວເອງ.

ດ້ານ ນາງ ຊາບິດຊີເນດສ໌ ໄດ້ຍອມຮັບຕໍ່ເຈົ້າໜ້າທີ່ຕຳຫຼວດ ໃນເວລາຕໍ່ມາ ວ່າ: ຕົນເອງເປັນຜູ້ລົງມືຄາດຕະກຳ ທ້າວ ໄທຣຽນ, ໂດຍໄດ້ເລົ່າວ່າ: ຕາມປົກກະຕິແລ້ວ, ຕົນເອງ ແລະ ທ້າວ ໄທຣຽນ ມັກໃຊ້ໂສ້ ແລະ ເຊືອກມັດມື ຫຼື ຮ່າງກາຍສ່ວນຕ່າງໆ ເມື່ອເວລາທີ່ມີເພດສຳພັນ, ແຕ່ໃນຄັ້ງຫຼ້າສຸດນີ້ ຕົນເອງເກີດອາການຫຼອນຢາຈົນຄວບຄຸມສະຕິບໍ່ໄດ້ ຈຶ່ງໄດ້ຮັດຄໍ ທ້າວ ໄທຣຽນ ເປັນເວລາດົນຈົນໃບໜ້າຂຽວຊ້ຳ ແລະ ໃນທີ່ສຸດກໍເສຍຊີວິດ ໂດຍທີ່ຕົນເອງຍັງສືບຕໍ່ມີເພດສຳພັນກັບ ທ້າວ ໄທຣຽນ.

ພາຍຫຼັງຍອມຮັບສາລະພາບກັບເຈົ້າໜ້າທີ່ຕຳຫຼວດແລ້ວ, ນາງ ຊາບິດຊີເນດສ໌ ຍັງບອກກັບຕຳຫຼວດ ວ່າ: “ຂໍໃຫ້ມ່ວນຊື່ກັບການຊອກຫາຊິ້ນສ່ວນ ແລະ ອະໄວຍະວະຕ່າງໆ”. ນອກນັ້ນ, ຜູ້ກ່ຽວຍັງບອກອີກວ່າ: ຄວາມຈິງແລ້ວ, ຜູ້ກ່ຽວວາງແຜນຈະນຳເອົາຊິ້ນສ່ວນຮ່າງກາຍຕ່າງໆຂອງ ທ້າວ ໄທຣຽນ ອອກໄປນຳທັງໝົດ ໂດຍຈະປະໄວ້ພຽງແຕ່ຫົວຂອງລາວ, ແຕ່ລະຫວ່າງນັ້ນພັດເກີດຄວາມຄ້ານ ແລະ ຢ້ານ ຈຶ່ງໄດ້ປະຖິ້ມທັງໝົດໄວ້ຢູ່ເຮືອນຂອງລາວ.

ໃນການພິຈາລະນາຢູ່ຊັ້ນສານ ໄດ້ມີການນຳເອົາວີດີໂອທີ່ບັນທຶກຈາກກ້ອງຖ່າຍວີດີໂອຂອງເຈົ້າໜ້າທີ່ຕຳຫຼວດ ໃນວັນທີ່ເຈົ້າໜ້າທີ່ຕຳຫຼວດຈັບຕົວຜູ້ຖືກຫາຄົນດັ່ງກ່າວ ມາສາຍຢູ່ໃນສານ, ເຊິ່ງວີດີໂອດັ່ງກ່າວໄດ້ສະແດງໃຫ້ເຫັນພາບມື ແລະ ເຄື່ອງນຸ່ງຂອງ ນາງ ຊາບິດຊີເນດສ໌ ທີ່ຍັງເປື້ອນເລືອດ ໃນຂະນະທີ່ເຈົ້າໜ້າທີ່ຕຳຫຼວດຈັບຕົວຜູ້ກ່ຽວ.

ສຳລັບການພິຈາລະນາຄະດີຂອງ ຄາດຕະກອນສາວໃຈໂຫດຄົນນີ້ ຖືກແບ່ງອອກເປັນ 2 ໄລຍະ, ໂດຍໄລຍະທຳອິດ ແມ່ນພິຈາລະນາກ່ຽວກັບ ຂ້ໍກ່າວຫາຂອງນາງໂດຍກົງ ເຊິ່ງຖ້າຫາກຄະນະລູກຂຸນຕັດສິນວ່າ ມີຄວາມຜິດແທ້, ການພິຈາລະນາໃນໄລຍະທີ 2 ຈະເນັ້ນກ່ຽວກັບການຫາຂໍ້ສະຫຼຸບວ່າ ນາງ ຊາບິດຊີເນດສ໌ ສົມຄວນຮັບໂທດຕໍ່ຄະດີນີ້ແບບເຕັມຕົວ ຫຼື ບໍ, ເພາະອາດຈະເປັນວ່າ ການລົງມືຄາດຕະກຳຂອງຜູ້ກ່ຽວ ເກີດຂຶ້ນຍ້ອນອາການປ່ວຍທາງຈິດປະສາດ ແລະ ການເສບຢາເສບຕິດ.