ວິທະຍາຄານສັນຕິບານປະຊາຊົນ (ວສປ) ກະຊວງ ປກສ ໄດ້ຈັດພິທີປະກາດເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດ ໃນວັນທີ 10 ສິງຫາ 2023, ປະດັບຊັ້ນໂດຍ ພົຈວ ປອ ວັນສົມ ສີສົມບັດ ຫົວໜ້າອໍານວຍການ ວສປ, ມີຄະນະພັກ-ຄະນະອໍານວຍການ, ຄະນະຫ້ອງ, ພະແນກ, ພະນັກງານ, ຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມ.

ພັອ ຫີນເພັດ ຈັນລະພະເທບ ຫົວໜ້າຫ້ອງການເມືອງ ວສປ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍຕໍາຫຼວດ:

  • ຮ້ອຍຕີ ຂຶ້ນ ຮ້ອຍໂທ 4 ສະຫາຍ
  • ວາທີ ຂຶ້ນ ຮ້ອຍຕີ 11 ສະຫາຍ

ພ້ອມທັງຜ່ານຂໍ້ຕົກລົງ ວ່າດ້ວຍ ການເລື່ອນຊັ້ນໃຫ້ພົນຕໍາຫຼວດ:

  • ສິບເອກ ຂຶ້ນ ວາທີ ຈໍານວນ 2 ສະຫາຍ

ໃນພິທີ, ຍັງໄດ້ມອບຫຼຽນໄຊພິລະອາດຫານ ຊັ້ນ III ໃຫ້ກົມກອງລວມໝູ່ 1 ໜ່ວຍ, ຫຼຽນໄຊພິລະອາດຫານ ຊັ້ນ III ໃຫ້ບຸກຄົນ ຈໍານວນ 8 ສະຫາຍ ແລະ ໃບຍ້ອງຍໍຂັ້ນຕ່າງໆ ຈໍານວນ 36 ສະຫາຍ.

ນອກຈາກນີ້, ຍັງໄດ້ຮັບຟັງການປາຖະກະຖາ ວັນສ້າງຕັ້ງລັດຖະທໍາມະນູນ ແຫ່ງ ສປປ ລາວ ຄົບຮອບ 32 ປີ (15 ສິງຫາ 1991-15 ສິງຫາ 2023), ວັນເກີດ ທ່ານປະທານ ສຸພານຸວົງ ຄົບຮອບ 114 ປີ (13 ກໍລະກົດ 1909-13 ກໍລະກົດ 2023), ປີສາມັກຄີມິດຕະພາບ ລາວ-ຫວຽດນາມ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 46 ປີ (18 ກໍລະກົດ 1977-18 ກໍລະກົດ 2023) ແລະ ວັນສ້າງຕັ້ງສາຍພົວພັນທູດ ລາວ-ຫວຽດນາມ ຄົບຮອບ 61 ປີ (5 ກັນຍາ 1962-5 ກັນຍາ 2023).