ໃນໄລຍະ 6 ເດືອນຕົ້ນປີ 2023, ສານປະຊາຊົນສູງສຸດ ສາມາດພິຈາລະນາຕັດສິນຄະດີສຳເລັດ 3.721 ເລື່ອງ  ເທົ່າກັບ 52,35%, ຍັງຄ້າງ 3.387 ເລື່ອງ ຈາກຄະດີທີ່ຄ້າງມາ ແລະ ເຂົ້າໃໝ່ທັງໝົດ 7.387 ເລື່ອງ.

ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການເຄື່ອນໄຫວ 6 ເດືອນທ້າຍປີ 2023 ຂອງສານປະຊາຊົນສຸງສຸດ ໄດ້ຈັດຂຶ້ນໃນວັນທີ 9 ສິງຫາ 2023, ໂດຍການເປັນປະທານຂອງ ທ່ານ ນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ ເຊິ່ງທ່ານ ທິບພະສອນ ລາດວົງໄຊ ຫົວໜ້າຫ້ອງການ ສານປະຊາຊົນສູງສຸດ ໄດ້ຜ່ານບົດສະຫຼຸບວ່າ:

ຕະຫຼອດໄລຍະຜ່ານມາ, ຄະນະພັກ-ຄະນະນຳ ສານປະຊາຊົນທຸກຂັ້ນ ໄດ້ເອົາໃຈໃສ່ຢ່າງເຂັ້ມງວດ ໃນການເຮັດໜ້າທີ່ວຽກງານວິຊາສະເພາະຢ່າງເຂັ້ມງວດ  ເປັນຕົ້ນແມ່ນ ດ້ານການພິຈາລະນາຕັດສິນຄະດີ ໄດ້ເອົາໃຈໃສ່ກຳນົດແບບແຜນ ແລະ ກົນໄກການດໍາເນີນຄະດີ, ຕັດສິນຄະດີໃຫ້ມີຄວາມວ່ອງໄວ, ໂປ່ງໃສ  ແລະ ຖືກຕ້ອງ.

ຜ່ານການປະຕິບັດຕົວຈິງ ສາມາດຕີລາຄາໄດ້ ຄື: ຄະດີຄ້າງມາໃນລະບົບສານປະຊາຊົນ ແລະ ສານທະຫານ ແຕ່ປີ 2022 ມີຈໍານວນ 3.382 ເລື່ອງ ແລະ ເຂົ້າໃໝ່ ນັບແຕ່ເດືອນມັງກອນ ຫາ ເດືອນມິຖຸນາ 2023 ມີຈໍານວນ 3.726 ເລື່ອງ ລວມແລ້ວມີຄະດີທັງໝົດ 7.382 ເລື່ອງ; ໃນນັ້ນ, ຕັດສິນສໍາເລັດ 3.721 ເລື່ອງ ແລະ ຍັງພວມດໍາເນີນ 3.387 ເລື່ອງ.

ໃນຕໍ່ໜ້າ, ຄະນະພັກ-ຄະນະນຳ ສານປະຊາຊົນສູງສຸດ ຈະເອົາໃຈໃສ່ສືບຕໍ່ພັດທະນາກົນໄກ ແລະ ເພີ່ມຄວາມຮັບຜິດຊອບໃນການດຳເນີນຄະດີຂອງສານແຕ່ລະຂັ້ນ ໃຫ້ມີຄວາມວ່ອງໄວ ບັນລຸໄດ້ 85%, ອັດຕາຂໍອຸທອນບໍ່ໃຫ້ເກີນ 15% ແລະ ຫຼຸດຫຼາຍຂັ້ນຕອນທີ່ສະຫຼັບສັບຊ້ອນ, ຮັບປະກັນຄວາມໂປ່ງໃສ, ສາມາດກວດກາໄດ້, ເອົາໃຈໃສ່ການພິຈາລະນາຕັດສິນຄະດີ ປະຕິບັດຕາມຫຼັກການຕັດສິນຄະດີສາມຂັ້ນ ຄື: ຂັ້ນຕົ້ນ, ຂັ້ນອຸທອນ ແລະ ຂັ້ນລົບລ້າງ.

ສືບຕໍ່ເພີ່ມທະວີໃຫ້ໂຈດ, ຈຳເລີຍ, ບຸກຄົນທີສາມ ແລະ ທະນາຍຄວາມ ເຂົ້າຮ່ວມໃນການດໍາເນີນຄະດີ ເພື່ອໃຫ້ເຂົາເຈົ້າໄດ້ໂຕ້ແຍ້ງ, ໂຕ້ຖຽງຕາມຂະບວນຍຸຕິທຳ.

ສືບຕໍ່ຈັດຕັ້ງຄະນະສານຕັດສິນຄະດີເຄື່ອນທີ່ ແລະ ຊຸກຍູ້ໃຫ້ສານຂັ້ນຕົ້ນ ພິຈາລະນາຕັດສິນຄະດີ ໂດຍຜູ້ພິພາກສາຜູ້ດຽວໃຫ້ຫຼາຍຂຶ້ນ; ພ້ອມທັງ, ເພີ່ມທະວີການລົງຊຸກຍູ້, ຕິດຕາມ ແລະ ກວດກາການດຳເນີນຄະດີຕາມສາຍຕັ້ງ ແລະ ເຜີຍແຜ່ກ່ຽວກັບຄໍາແນະນໍາ ໃນການຈັດຕັ້ງປະຕິບັດຢ່າງເປັນປົກກະຕິຕໍ່ເນື່ອງ ເພື່ອເຮັດໃຫ້ການຕັດສິນຄະດີໃນແຕ່ລະຂັ້ນຖືກຕ້ອງ ແລະ ສອດ ຄ່ອງກັບຄວາມເປັນຈິງ.