ພິທີເຊັນສັນຍາຮ່ວມມື ໂຄງການຢ້ຽມຢາມນັກໂທດແບບທັນສະໄໝ (smart prison visitor) ລະຫວ່າງ ກະຊວງ ປກສ ກັບ ບໍລິສັດ ສາມເອັສພັດທະນາ ຈໍາກັດ ຜູ້ດຽວ ໄດ້ຈັດຂຶ້ນໃນວັນທີ 8 ສິງຫາ 2023, ເຂົ້າຮ່ວມໂດຍ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປກສ, ມີຮອງລັດຖະມົນຕີ, ຫົວໜ້າກົມໃຫຍ່, ກົມຕໍາຫຼວດຄຸມຂັງ-ດັດສ້າງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ພົຈວ ສົມລິດ ດາວຮຸ່ງສຸລິ ຫົວໜ້າກົມຕໍາຫຼວດຄຸມຂັງ-ດັດສ້າງ ກ່າວວ່າ: ບໍລິສັດ ສາມເອັສ ພັດທະນາ ຈໍາກັດ ຜູ້ດຽວ ມີຈຸດປະສົງຮ່ວມມືພັດທະນາ ລະບົບຢ້ຽມຢາມນັກໂທດແບບທັນສະໄໝ ເພື່ອແນໃສ່ພັດທະນາການສື່ສານລະຫວ່າງ ນັກໂທດ ກັບ ຍາດ ໄດ້ຕິດຕໍ່ພົວພັນແບບສະດວກສະບາຍ, ຮັບປະກັນທາງດ້ານວິຊາສະເພາະ, ເຊິ່ງທາງບໍລິສັດ ເປັນຜູ້ລົງທຶນ 100% ມູນຄ່າການລົງທຶນ 3.000.000 ໂດລາສະຫະລັດ.

ບໍລິສັດ ໄດ້ລົງສໍາຫຼວດເກັບກຳຂໍ້ມູນຢູ່ບັນຄ້າຍຄຸມຂັງ, ເຮັດບົດວິພາກເສດຖະກິດ-ເຕັກນິກ, ປັບປຸງ, ກໍ່ສ້າງ ສູນບັນຊາລວມ ແລະ ຫ້ອງຢ້ຽມຢາມ, ພ້ອມທັງໄດ້ຕິດຕັ້ງອຸປະກອນຮັບໃຊ້ໂຄງການສໍາເລັດ, ໄດ້ຈັດຝຶກອົບຮົມວິທີການນໍາໃຊ້ໂປແກຣມ ໃຫ້ພະນັກງານທີ່ມາຈາກຄ້າຍຄຸມຂັງແຕ່ລະພາກ ໃນຂອບເຂດທົ່ວປະເທດ, ໄດ້ເຮັດທົດລອງນໍາໃຊ້ ລະບົບຢ້ຽມຢາມຕົວຈິງ ຢູ່ຄ້າຍຄຸມຂັງຕານປ່ຽວ ແລະ ຄ້າຍຄຸມຂັງໂພນຕ້ອງ.

ຈາກນັ້ນ, ກົມໃຫຍ່ພະລາທິການ ກໍໄດ້ລາຍງານ ກະຊວງປ້ອງກັນຄວາມສະຫງົບ ກ່ຽວກັບ ຜົນການຈັດຕັ້ງປະຕິບັດ MOU; ມາຮອດວັນທີ 3 ສິງຫາ 2023 ຈຶ່ງໄດ້ຮັບການອະນຸມັດຂໍ້ຕົກລົງຈາກ ທ່ານລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 1522/ປກສ ວ່າດ້ວຍ ການເຫັນດີໃຫ້ກົມໃຫຍ່ພະລາທິການ ເຊັນສັນຍາຮ່ວມກັບ ບໍລິສັດ ສາມເອັສ ພັດທະນາ ຈຳກັດ ຜູ້ດຽວ ຢ່າງເປັນທາງການໃນຄັ້ງນີ້.

ທ່ານ ປອ ພອນປະເສີດ ອິນທະສອນ ປະທານບໍລິສັດ ສາມເອັສ ພັດທະນາ ຈໍາກັດ ຜູ້ດຽວ ກ່າວວ່າ:

ໂຄງການດັ່ງກ່າວເຫັນວ່າ ມີຄວາມສຳຄັນຫຼາຍ ເພື່ອແນໃສ່ພັດທະນາການສື່ສານລະຫວ່າງ ນັກໂທດ ກັບ ຍາດ, ໄດ້ຕິດຕໍ່ພົວພັນກັນແບບສະດວກສະບາຍ, ປະຢັດເວລາໃນການໄປມາ, ຫຼຸດຜ່ອນຄ່າໃຊ້ຈ່າຍຂອງຍາດ, ພ້ອມທັງຮັບປະກັນທາງດ້ານວິຊາສະເພາະຂອງກຳລັງປ້ອງກັນຄວາມສະຫງົບ, ສ້າງໄດ້ຜົນປະໂຫຍດທັງສອງຝ່າຍ.

ຮູບແບບການພັດທະນາລະບົບ ໂດຍພັດທະນາລະບົບຊອບແວ ດ້ວຍການສື່ສານຜ່ານອອນລາຍຮູບແບບວີດີໂອ ທີ່ມີລະບົບປ້ອງກັນຄວາມປອດໄພສູງ ເຊັ່ນ: ຜ່ານຄອມພີວເຕີ, ສະມາດໂຟນ ເປັນຕົ້ນ, ໂດຍເສຍຄ່າທໍານຽມຜ່ານ BCEL ONE; ເຊິ່ງຜູ້ທີ່ຕ້ອງການຢ້ຽມຢາມ ແມ່ນລົງທະບຽນຂໍ້ມູນສ່ວນບຸກຄົນ ໂດຍຜ່ານລະບົບທີ່ຖືກອອກແບບໄວ້ແລ້ວ ແລະ ມີເຈົ້າໜ້າທີ່ຄວບຄຸມລະບົບ ເປັນຜູ້ກວດສອບ ແລະ ອະນຸມັດ ພ້ອມບັນທຶກໄວ້ເປັນຂໍ້ມູນ.

ປັດຈຸບັນ, ບໍລິສັດ ມີຄວາມພ້ອມຫຼາຍດ້ານ ໃນການຈັດຕັ້ງປະຕິບັດໂຄງການໃຫ້ສຳເລັດຕາມແຜນການ ເປັນຕົ້ນ: ດ້ານທຶນຮອນ, ດ້ານລະບົບຈັດການບໍລິຫານດ້ານບຸກຄະລາກອນ ແລະ ເຕັກນິກອຸປະກອນຕ່າງໆ ເຂົ້າໃນການສ້າງຕັ້ງໂຄງການ ໃຫ້ບັນລຸຕາມຈຸດປະສົງເປົ້າໝາຍທີ່ກຳນົດໄວ້.

ຈາກນັ້ນ, ທັງສອງຝ່າຍ ກໍໄດ້ລົງນາມເຊັນສັນຍາ ໂຄງການຢ້ຽມຢາມນັກໂທດແບບທັນສະໄໝ, ຕາງໜ້າ ກະຊວງ ປກສ ແມ່ນ ພົຈວ ທອງສຸກ ຍ່າເອີລາວລີ ຫົວໜ້າກົມໃຫຍ່ພະລາທິການ, ພົຈວ ສົມລິດ ດາວຮຸ່ງສຸລິ ຫົວໜ້າກົມຕໍາຫຼວດຄຸມຂັງ-ດັດສ້າງ ແລະ ຕາງໜ້າ ບໍລິສັດ ແມ່ນ ທ່ານ ປອ ພອນປະເສີດ ອິນທະສອນ ປະທານບໍລິສັດ ສາມເອັສ ພັດທະນາ ຈໍາກັດ ຜູ້ດຽວ, ທ່ານ ນາງ ພິລາວັນ ອິນທະສອນ ຮອງປະທານບໍລິສັດ ສາມເອັສ ພັດທະນາ ຈໍາກັດ ຜູ້ດຽວ, ໂດຍມີ ທ່ານຮອງນາຍົກລັດຖະມົນຕີ ພ້ອມຜູ້ຕາງໜ້າທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພະຍານ.